ມວນຊົນຮ່ວມບໍລິຈາກເລືອດເນື່ອງໃນໂອກາດວັນສ້າງຕັ້ງສູນກາງແນວລາວສ້າງຊາດຄົບຮອບ 67 ປີ


ວັນທີ 15 ສິງຫານີ້, ສູນກາງແນວລາວສ້າງຊາດຮ່ວມກັບກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ອົງການກາແດງລາວ ໄດ້ຈັດຂະບວນການບໍລິຈາກເລືອດຊ່ວຍສັງຄົມເນື່ອງໃນໂອກາດວັນສ້າງສູນແນວລາວສ້າງຊາດຄົບຮອບ 67 ປີ (13 ສິງຫາ 1950-13 ສິງຫາ 2017) ພາຍໃຕ້ຄຳຂວັນ: “ບໍລິຈາກເລືອດແມ່ນຮັກຊາດ ແລະ ພັດທະນາ” ຂຶ້ນທີ່ສູນຝຶກອົບຮົມແນວລາວສ້າງຊາດນະຄອນຫລວງວຽງຈັນ, ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີບັນດາການນຳພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມບໍລິຈາກເລືອດເປັນຈຳນວນຫລາຍ.
ທ່ານປະທານອົງການກາແດງລາວ ກ່າວວ່າ: ເພື່ອສະເຫລີມສະຫລອງວັນສ້າງຕັ້ງສູນກາງແນວລາວສ້າງຊາດຄົບຮອບ 67 ປີ, ສູນກາງແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງເຫັນໄດ້ເຖິງຄວາມສຳຄັນຂອງການບໍລິຈາກເລືອດ, ຈຶ່ງໄດ້ຈັດຕັ້ງຂະບວນການດັ່ງກ່າວຂຶ້ນເພື່ອຊ່ວຍເຫລືອສັງຄົມ, ຊຶ່ງລັດຖະບານໄດ້ຮັບຮອງເອົາການບໍລິຈາກເລືອດ-ສົ່ງເລືອດເປັນນະໂຍບາຍຂອງລັດຖະບານນັບແຕ່ປີ 1995 ເປັນຕົ້ນມາ, ຈາກນັ້ນການບໍລິຈາກເລືອດແບບສະໝັກໃຈ ໂດຍບໍ່ຮຽກຮ້ອງຜົນຕອບແທນໄດ້ຖືກຍອມຮັບຈາກສັງຄົມລາວ ແລະ ຜູ້ເຂົ້າຮ່ວມບໍລິຈາກເລືອດໃນແຕ່ລະປີແມ່ນມີຈໍານວນເພີ່ມຫລາຍຂຶ້ນ, ເຖິງຢ່າງໃດກໍດີ, ປັດຈຸບັນຍັງມີຄວາມຕ້ອງການເລືອດນັບມື້ເພີ່ມຂຶ້ນ, ຊຶ່ງມີບາງໄລຍະຢູ່ສູນເລືອດກໍມີເລືອດຈຳກັດ ແລະ ບໍ່ສາມາດຕອບສະໜອງໃຫ້ຄົນເຈັບໄດ້ຢ່າງທົ່ວເຖິງ ເປັນຕົ້ນແມ່ນໄລຍະເກີດມີໄພພິບັດ, ອຸປະຕິເຫດໃຫຍ່ ແລະ ອື່ນໆ.
ໃນໂອກາດນີ້, ສູນກາງແນວລາວສ້າງຊາດໃຫ້ຮູ້ວ່າ: ກ່ອນໜ້ານີ້, ຄືວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານໄດ້ໄຂຂຶ້ນຢູ່ແຂວງຕວຽນກວາງ ສສ.ຫວຽດນາມ ແລະ ໄດ້ປະກາດສ້າງຕັ້ງແນວລາວອິດສະຫລະ ຂຶ້ນຢ່າງເປັນທາງການ ແລະ ໃນປີ 1956 ໄດ້ປ່ຽນຊື່ມາເປັນແນວລາວຮັກຊາດ ແລະ ຕົກມາປີ 1979 ໄດ້ປ່ຽນຊື່ມາເປັນແນວລາວສ້າງຊາດຈົນຮອດປັດຈຸບັນ, ຊຶ່ງໃນແຕ່ລະປີໄດ້ຈັດໃຫ້ມີການສະເຫລີມສະຫລອງວັນສໍາຄັນດັ່ງກ່າວ ເພື່ອເປັນການຫວນຄືນມູນເຊື້ອອັນສະຫງ່າອົງອາດ ແລະ ຜົນງານອັນພົ້ນເດັ່ນຂອງສູນກາງແນວລາວສ້າງຊາດທີ່ຍາດມາໄດ້ໃນແຕ່ລະໄລຍະ.