ສະຫວັນນະເຂດ ເກັບລາຍຮັບເຂົ້າງົບປະມານ 783,23 ຕື້ກວ່າກີບ
July 20, 2022 - 1:09 PM

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຄັ້ງທີ 7 ສະໄໝທີ IX (ເປີດກວ້າງ) ໄດ້ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 18-19/7/2022 ທີ່ສະໂມສອນຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ພາຍໃຕ້ການໃຫ້ກຽດເປັນປະທານຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີອະດີດຮອງເຈົ້າແຂວງສະຫວັນນະເຂດ, ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ-ນະຄອນ, ເລຂາພັກຮາກຖານ-ໜ່ວຍພັກເອກະລາດ ແລະ ພາກສ່ວນກ່ຽວຂ້ອງຂັ້ນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດກ່າວເປີດກອງປະຊຸມຂອງ ສະຫາຍ ສັນຕິພາບ ພົມວິຫານ ໄດ້ຍົກໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມານີ້, ຄະນະພັກ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານຮອບດ້ານຂອງແຂວງຢ່າງແຂງແຮງ, ແຕ່ກໍປາສະຈາກບໍ່ໄດ້ຜົນກະທົບຈາກສະພາບແວດລ້ອມພາຍນອກ ແລະ ສະພາບພາຍໃນປະເທດ ເຮັດໃຫ້ປະເຊີນກັບຂໍ້ຫຍຸ້ງຍາກ-ສິ່ງທ້າທາຍຫຼາຍປະການ ໂດຍສະເພາະຄ່າເງິນກີບ ທີ່ຍັງສືບຕໍ່ເໜັງຕີງ ແລະ ອ່ອນຄ່າ, ລາຄາສິນຄ້າ ແລະ ບໍລິການ ມີແນວໂນ້ມເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຮັດໃຫ້ຄ່າຄອງຊີບສູງ, ການສະໜອງນໍ້າມັນເຊື້ອໄຟບໍ່ພຽງພໍ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ກໍຍັງປະກົດມີໃຫ້ເຫັນ ແລະ ມີລັກສະນະເພີ່ມຂຶ້ນກວ່າປີຜ່ານມາ; ເຖິງຢ່າງໃດກໍຕາມ, ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ-ອໍານາດການປົກຄອງທຸກຂັ້ນ ກໍໄດ້ສຸມທຸກຄວາມພະຍາຍາມແກ້ໄຂບັນຫາເຫຼົ່ານັ້ນ ດ້ວຍຄວາມຕັ້ງໜ້າ ແລະເປັນເຈົ້າການ ໂດຍສຸມໃສ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ກາຍເປັນຮູບປະທໍາ ແລະ ມີຄວາມຄືບໜ້າເປັນຢ່າງດີ ຊຶ່ງສາມາດບັນລຸຄາດໝາຍດ້ານມະຫາພາກຈໍານວນໜຶ່ງ ເຮັດໃຫ້ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາໄປຄຽງຄູ່ກັນ. ກອງປະຊຸມໃນຄັ້ງນີ້, ພວກເຮົາຈະໄດ້ຮັບຟັງການສະຫຼຸບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມຄົບຄະນະພັກໃນຄັ້ງຜ່ານມາ ວ່າພວກເຮົາສາມາດປະຕິບັດອັນໃດໄດ້ແດ່ ແລະ ອັນໃດທີ່ຍັງຄ້າງຄາ ທີ່ຈະຕ້ອງໄດ້ສືບຕໍ່ຊີ້ນໍາ-ນໍາພາແກ້ໄຂ ໂດຍສະເພາະແມ່ນຈະໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານອື່ນໆ ທີ່ສໍາຄັນຈໍານວນໜຶ່ງ.
ກອງປະຊຸມ ຍັງໄດ້ຮັບຟັງການສະຫຼຸບຕີລາຄາການນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 6 ເດືອນຕົ້ນປີ 2022 ແລະ ແຜນການໃນຕໍ່ໜ້າຈາກ ສະຫາຍ ທອງໃສ ໄຊຍະວົງຄຳດີ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງໂດຍສັງເຂບ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ, ສຸມໃສ່ການສ້າງ ແລະ ຮັບຮອງປະເມີນຄືນບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 98 ບ້ານ, ຝຶກອົບຮົມກຸ່ມບ້ານປ້ອມໝັ້ນສູ້ຮົບຕິດລຽນ ໄດ້ 2 ເມືອງ ແລະ 1 ນະຄອນ, ໄດ້ລົງຊີ້ນຳ-ນຳພາບັນດາກົມກອງເຄື່ອນໄຫວກວດກາລາດຕະເວນຊາຍແດນ ເພື່ອຕ້ານ ແລະ ສະກັດກັ້ນໜໍ່ແໜງຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ເປັນຕົ້ນ ທະຫານຊາຍແດນ 326 ໄດ້ກວດເຫັນ ແລະ ຢຶດຢາເສບຕິດ ທີ່ລັກລອບຂ້າມຊາຍແດນຈຳນວນ 1 ລ້ານ 1 ແສນ 14 ພັນ 400 ເມັດ, ໄດ້ກັກໂຕຄົນລັກລອບຂ້າມແດນຜິດກົດໝາຍຈຳນວນ 62 ກໍລະນີ; ທັບມ້າງຄະດີຢາເສບຕິດ ໄດ້ 176 ລາຍ, ຈັບຜູ້ຖືກຫາ 280 ຄົນ, ຢຶດຂອງກາງຢາບ້າໄດ້ 2,7 ລ້ານກວ່າເມັດ, ອາວຸດປືນ 12 ກະບອກ, ພາຫະນະ, ເງິນສົດ ແລະ ຊັບສິນມີຄ່າຈຳນວນໜຶ່ງ. ໃນໄລຍະ 6 ເດືອນຜ່ານມາ, ເສດຖະກິດຂອງແຂວງ (GDP) ຂະຫຍາຍຕົວສະເລ່ຍ 4,62%, ມີມູນຄ່າ 9.132 ຕື້ກີບ ເທົ່າກັບ 37,46% ຂອງແຜນການປີ, ສະເລ່ຍໃສ່ພົນລະເມືອງ 8,4 ລ້ານກວ່າກີບ ຫຼື ເທົ່າກັບ 708 ໂດລາ, ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ການຈັດເກັບລາຍຮັບເຂົ້າງົບປະມານ (ຮອດວັນທີ 30/6/2022) ປະຕິບັດໄດ້ 783,23 ຕື້ກວ່າກີບ ເທົ່າກັບ 46% ໃນນັ້ນ ລາຍຮັບພູດສູນກາງປະຕິບັດໄດ້ 471,62 ຕື້ກວ່າກີບ ເທົ່າກັບ 49% ແລະ ລາຍຮັບຂອງແຂວງ ບັນລຸໄດ້ 311,61 ຕື້ກວ່າກີບ ເທົ່າກັບ 42% ຂອງແຜນການປີ, ຈາກນີ້ ແຂວງກໍໄດ້ເອົາໃຈໃສ່ຕິດຕາມການແກ້ໄຂສະພາບເງິນເຟີ້ ແລະ ອັດຕາແລກປ່ຽນເງິນຕາ ທີ່ມີການເໜັງຕີງແຮງ ນັບແຕ່ເດືອນມີນາເປັນຕົ້ນມາ ໂດຍຊີ້ນຳໃຫ້ທະນາຄານແຫ່ງ ສປປ ລາວ ພາກກາງສາຂາສະຫວັນນະເຂດ ລົງກວດກາຮ້ານແລກປ່ຽນເງິນຕາ ແລະ ຫັນເຂົ້າລະບອບລະບຽບການຂອງທະນາຄານວາງອອກແຕ່ລະໄລຍະ, ມາຮອດປັດຈຸບັນ ມີຮ້ານແລກປ່ຽນເງິນຕາພາຍໃນແຂວງ 50 ແຫ່ງ ພ້ອມທັງຢຸດອະນຸຍາດຮ້ານແລກປ່ຽນເງິນຕາ ແລະຍົກເລີກຮ້ານທີ່ເຄື່ອນໄຫວບໍ່ຖືກຕ້ອງ, ເປັນເຈົ້າການປະຕິບັດຈຳໜ່າຍພັນທະບັດຂອງລັດຖະບານ ເຮັດໃຫ້ອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 13,02% ຈາກນີ້ດ້ານວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດ ຕາມທິດທາງແຜນການທີ່ວາງໄວ້ເຊັ່ນກັນ.
