ດື່ມນ້ຳແນວໃດຈຶ່ງຈະດີຕໍ່ສຸຂະພາບ?
July 23, 2022 - 8:43 AM

- ດື່ມເທື່ອລະໜ້ອຍ ມັນຈະດີກວ່າດື່ມຫລາຍໆບາດດຽວເພາະຮ່າງກາຍມັນຈະດູດຊຶມບໍ່ທັນ ເຖິງດື່ມນ້ຳໄປມັນກໍຮູ້ສຶກຫິວນ້ຳຢູ່ຕະຫລອດ
- ດື່ມນ້ຳທັນທີຫລັງຕື່ນນອນ ໂດຍຕອນເຊົ້າຄວນດື່ມນ້ຳອຸ່ນທັນທີ 2 ຈອກ ເພື່ອຊ່ວຍຂັບຖ່າຍອາຈົມໄດ້ດີ
- ດື່ມນ້ຳທຸກຄັ້ງທີ່ຮູ້ສຶກຢາກນ້ຳ
- ບໍ່ຄວນດື່ມນ້ຳເກີນເຄີ່ງຈອກກ່ອນກິນອາຫານ 15 ນາທີ ແລະ ພາຍໃນ 40 ນາທີຫລັງອາຫານ ເນື່ອງຈາກມັນຈະເຮັດໃຫ້ນ້ຳຍ່ອຍເຈືອຈາງລົງ ແລະ ສົ່ງຜົນຕໍ່ລະບົບຍ່ອຍອາຫານ