ຕົກລົງແກ້ໄຂບັນຫາຫລາຍດ້ານໃນຜົນກອງປະຊຸມລັດຖະບານ ເປີດກວ້າງຄັ້ງທີ 1 ປີ 2022

ວັນທີ 22 ກໍລະກົດ 2022 ນີ້, ທ່ານ ນາງ ທິບພະກອນ ຈັນທະວົງສາຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລ່ງຂ່າວຜົນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2022 ວ່າ: ກອງປະຊຸມຄັ້ງນີ້, ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 21 ກໍລະກົດແລະ ໄດ້ອັດລົງໃນຕອນບ່າຍຂອງວັນທີ 22 ກໍລະກົດ 2022 ທີ່ຫໍປະຊຸມແຫ່ງຊາດ, ນະ ຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນນາຍົກລັດ ຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ບັນດາເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຕາງໜ້າຈາກແນວລາວສ້າງຊາດ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບຕໍ່ 5 ບັນຫາສໍາຄັນໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາຕິດພັນກັບ 2 ວາລະແຫ່ງຊາດ ກໍຄື ການແກ້ໄຂບັນຫາລວມຂອງຊາດຄື:
ວາລະທີ 1 ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາບົດສະຫລຸບຕີລາຄາການເຄື່ອນໄຫວ ວຽກງານພົ້ນເດັ່ນໃນ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງລັດຖະບານ ໂດຍມອບໃຫ້ຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ ນຳໄປປັບປຸງໃຫ້ມີເນື້ອໃນຄົບຖ້ວນ, ສົມບູນຂຶ້ນຕື່ມຕາມການປະກອບຄຳເຫັນຂອງກອງປະຊຸມ. ພ້ອມກັນນີ້, ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ, ບັນດາຫົວໜ້າອົງການທຽບເທົ່າຂັ້ນສູນກາງ, ທ່ານເຈົ້າແຂວງ ແລະ ທ່ານເຈົ້າຄອງນະຄອນຫລວງວຽງຈັນ ສືບຕໍ່ເປັນເຈົ້າການໃນການປະຕິບັດໜ້າທີ່, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃນຂົງເຂດຄວາມຮັບຜິດຊອບຂອງຕົນເອງ; ສຳລັບບັນຫາໃດທີ່ເກີດຢູ່ໃນທ້ອງຖິ່ນ ຕິດພັນກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງກໍໃຫ້ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ ເປັນເຈົ້າການສະເໜີປຶກສາຫາລື ວິທີແກ້ໄຂຮ່ວມກັນກັບກະຊວງ, ຂະແໜງການໂດຍກົງ ຖ້າຫາກວ່າບັນຫາໃດບໍ່ສາມາດຕົກລົງແກ້ໄຂ ຫລື ບໍ່ທັນເປັນເອກະພາບກັນໄດ້ແມ່ນໃຫ້ລາຍງານ ເພື່ອຂໍທິດຊີ້ນໍາຈາກທ່ານຮອງນາຍົກລັດຖະມົນຕີ, ທ່ານນາຍົກລັດ ຖະມົນຕີ ຕາມກົນໄກການເຮັດວຽກຂອງລັດຖະບານ; ພ້ອມກັນນັ້ນ, ໂຄງການໃດທີ່ລັດຖະ ບານໄດ້ຕົກລົງຢູ່ໃນແຕ່ລະທ້ອງຖິ່ນ ກໍໃຫ້ພ້ອມກັນຕິດຕາມ, ກວດກາ ແລະ ຊຸກຍູ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຕົວຈິງ.
ວາລະທີ 2 ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງແຜນປະຕິບັດຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນປະຕິບັດຕົວຈິງ 2 ວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2022 ຕາມມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍເຮັດເປັນມະຕິຂອງລັດຖະບານ ແລະ ມອບໃຫ້ຫ້ອງວ່າການສໍານັກງານຍົກລັດຖະມົນຕີ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນປັບປຸງ, ຮຽບຮຽງຮ່າງມະຕິດັ່ງກ່າວ ໃຫ້ຄົບຖ້ວນ ແລະ ສົມບູນ. ພ້ອມກັນນັ້ນ, ກໍໃຫ້ສ້າງຕາຕະລາງແຜນວຽກ ແລະ ພາກສ່ວນຮັບຜິດຊອບ ລວມທັງກຳນົດໄລຍະເວລາ ໃນການຈັດຕັ້ງປະຕິ ບັດ ເພື່ອໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ; ມອບໃຫ້ທ່ານຮອງນາຍົກລັດຖະມົນຕີ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຊຸກຍູ້ ແລະ ຕິດຕາມ ຄວາມຄືບໜ້າການຈັດ ຕັ້ງປະຕິບັດວຽກງານ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ຕາມກົນໄກການເຮັດວຽກລັດຖະບານ ຊຸດທີ IX; ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ອີງໃສ່ມະຕິສະບັບນີ້ ເພື່ອສະຫລຸບລາຍງານຜົນການຈັດຕັ້ງປະຕິບັດໃຫ້ແກ່ລັດຖະບານ ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ໃນຂັ້ນຕໍ່ໄປ.
ວາລະທີ 3: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາບົດລາຍງານສະພາບການປະຕິບັດ ນະໂຍບາຍອັດຕາດອກເບ້ຍທະນາຄານ ລວມທັງສະ ພາບການຄຸ້ມຄອງສະຖາບັນການເງິນຈຸລະພາກ, ຮ້ານແລກປ່ຽນເງິນຕາ, ໂຮງຊວດຈຳ ແລະ ຮ້ານຄຳ ໃນໄລຍະຜ່ານມາ ແລະ ສະເໜີທິດທາງຄາດໝາຍປັບປຸງໃນຕໍ່ໜ້າ ໂດຍມອບໃຫ້ທະນາຄານແຫ່ງ ສປປ ລາວ ນຳເອົາການປະກອບຄຳເຫັນຂອງບັນດາສະມາຊິກລັດຖະບານ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນດີຂຶ້ນ. ພ້ອມກັນນີ້ໄດ້ເນັ້ນໜັກໃນ 6 ເດືອນທ້າຍປີ 2022 ໃຫ້ເພີ່ມທະວີຄວາມເປັນເຈົ້າການ, ຄວາມເດັດຂາດໃນການຈັດຕັ້ງປະຕິບັດ ແລະ ກວດກາການປະຕິບັດບັນດານິຕິກຳແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຮ້ານແລກປ່ຽນເງິນຕາຢ່າງເຂັ້ມງວດ; ສືບຕໍ່ປະສານສົມທົບກັບກະຊວງປ້ອງກັນຄວາມສະ ຫງົບ, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອດຳເນີນມາດຕະການຂັ້ນເດັດ ຂາດໃນການຄຸ້ມຄອງສະຖາບັນການເງິນຈຸລະພາກ, ຮ້ານແລກປ່ຽນເງິນຕາ, ໂຮງຊວດຈຳແລະ ຮ້ານຄຳ ທີ່ດຳເນີນທຸລະກິດເຄື່ອນໄຫວທຸລະກິດ ແລກປ່ຽນເງິນຕາຕ່າງປະເທດ, ເຄື່ອນຍ້າຍເງິນຕາຕ່າງປະເທດເຂົ້າ-ອອກປະເທດ ແບບບໍ່ສອດຄ່ອງຕາມກົດໝາຍ ແລະລະບຽບການກ່ຽວຂ້ອງ. ນອກຈາກນີ້, ໃຫ້ສືບຕໍ່ຄົ້ນຄວ້າກົນໄກ, ນິຕິກໍາ, ກົດໝາຍ ແລະລະບຽບການກ່ຽວຂ້ອງ ເພື່ອປັບປຸງແກ້ໄຂໃຫ້ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນອະນາຄົດ ຄຽງຄູ່ກັບການສືບຕໍ່ຄົ້ນຄວ້າມາດຕະການ ແກ້ໄຂການຄຸ້ມຄອງເງິນຕາຕ່າງປະ ເທດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.
ວາລະທີ 4: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງບົດລາຍງານສະພາບການແກ້ໄຂການຂາດແຄນ, ບໍລິການນ້ຳມັນ ແລະ ການປັບປຸງໂຄງສ້າງລາຄານ້ຳມັນໃນປັດຈຸບັນ ແລະ ທິດທາງຄາດໝາຍປັບປຸງໃນຕໍ່ໜ້າ ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຄືນຄວາມສາມາດແລະ ຄວາມຮັບຜິດຊອບໃນການນໍາເຂົ້ານໍ້າມັນ ຂອງບັນດາບໍລິສັດທີ່ໄດ້ອະນຸຍາດຜ່ານມາແລ້ວ. ພ້ອມນີ້, ກໍສ້າງເງື່ອນໄຂໃຫ້ບໍລິສັດ ທີ່ມີຄວາມສາມາດທາງດ້ານທຶນຮອນ ແລະ ມີງົບປະມານກຸ້ມຕົນເອງ ໃຫ້ສາມາດນໍາເຂົ້ານໍ້າມັນໄດ້ບົນພື້ນຖານ ຕ້ອງໄດ້ປະຕິບັດຕາມຂັ້ນຕອນ, ລະບຽບການ ແລະ ກົດໝາຍທີ່ໄດ້ກໍານົດໄວ້ຢ່າງເຄັ່ງຄັດ. ນອກຈາກນີ້, ກອງປະຊຸມໄດ້ເຫັນດີທາງດ້ານຫລັກການ ໃຫ້ບັນດາແຂວງທີ່ມີເງື່ອນໄຂໃນການນໍາເຂົ້ານໍ້າມັນຈາກບັນດາປະເທດເພື່ອນມິດ ເຊິ່ງເປັນມາດຕະການສະເພາະໜ້າ ແລະ ເປັນການເຮັດທົດລອງ ແຕ່ຕ້ອງຮັບປະກັນການຄຸ້ມຄອງ ເພື່ອບໍ່ໃຫ້ການສວຍໃຊ້ຊ່ອງຫວ່າງທີ່ຈະສ້າງບັນຫາ ໃໝ່ໃຫ້ເກີດຂຶ້ນ ໂດຍມອບໃຫ້ເປັນຄວາມຮັບຜິດຊອບໂດຍກົງ ຂອງເຈົ້າແຂວງປະສານສົມ ທົບນໍາພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຕົວຈິງ. ໃນການການຈັດຕັ້ງປະຕິບັດຖ້າຫາກພົບຂໍ້ຫຍຸ້ງຍາກ ແລະ ມີບັນຫາໃໝ່ເກີດຂຶ້ນ ໃຫ້ຮີບຮ້ອນລາຍງານລັດຖະບານ ໂດຍໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ເພື່ອກໍານົດຫລັກການ, ເງື່ອນໄຂ ການອະນຸຍາດທົດລອງ ໃນການນໍາເຂົ້ານໍ້າມັນຂອງບັນດາແຂວງ.
ສໍາລັບວາລະທີ 5: ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບ ຜົນສໍາເລັດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ແລະ ທິດທາງແຜນການ, ມາດຕະການໃນຕໍ່ໜ້າພາຍຫລັງການເປີດປະເທດໃນວັນທີ 9 ພຶດສະພາ 2022 ແລະ ການແກ້ໄຂພະຍາດຕາມລະດູການ (ໄຂ້ຍຸງລາຍ), ເຊິ່ງກອງປະຊຸມໄດ້ເຫັນດີຕາມເນື້ອໃນບົດລາຍງານດັ່ງກ່າວ, ພ້ອມທັງໄດ້ຊີ້ນຳໃຫ້ສືບຕໍ່ຮັກສາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທັງສູນກາງແລະ ທ້ອງຖິ່ນໄວ້ ຈົນກວ່າອົງການອະນາໄມໂລກ ຈະປະກາດຍົກເລີກພະຍາດໂຄວິດ-19 ເປັນພະຍາດທີ່ສ້າງຄວາມກັງວົນ; ໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນສືບຕໍ່ວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ທີ່ລັັດຖະບານວາງອອກແຕ່ລະໄລຍະ; ພ້ອມທັງ ໃຫ້ສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງຄົ້ນຄວ້າເງື່ອນໄຂການເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີໃນຂອບເຂດທົ່ວປະເທດ ໄປເທື່ອລະກ້າວໂດຍຮັບປະ ກັນໃຫ້ມີຄວາມຮັດກຸມ ແລະ ບໍ່ໃຫ້ເກີດມີຊ່ອງຫວ່າງຢ່າງເດັດຂາດ. ພ້ອມດຽວກັນ, ໃຫ້ຮີບຮ້ອນຄົ້ນຄວ້າກ່ຽວກັບນະໂຍບາຍ, ກົນໄກ ແລະ ມາດຕະການເງື່ອນໄຂຍ້ອງຍໍຜົນງານໃຫ້ແກ່ບຸກຄົນ ແລະ ກົມກອງດີເດັ່ນ ໂດຍສະເພາະແມ່ນພະນັກງານ, ແພດ, ໝໍ ແລະພະ ນັກງານປ້ອມດ່ານໜ້າ ໃນການປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19, ແລ້ວລາຍງານລັດຖະບານພິຈາລະນາໄວ; ມອບໃຫ້ກະຊວງສາທາລະນະສຸກ ສົມທົບພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ປຸກລະດົມທົ່ວສັງຄົມ ໃຫ້ເຂົ້າຮ່ວມສັກວັກຊິນ ເພື່ອໃຫ້ໄດ້ຕາມຄາດໝາຍກາຍ 80% ໃນປີ 2022 ໂດຍໄວ ແລະ ສືບຕໍ່ສົມທົບພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມ ມີຄວາມເຂົ້າໃຈການແພ່ລະບາດຂອງພະຍາດຕາມລະດູການ ໂດຍສະເພາະໄຂ້ຍຸງລາຍ ແລະ ການເຂົ້າມາມີສ່ວນຮ່ວມໃນການປ້ອງກັນການຕິດເຊື້ອ ແລະ ທຳລາຍແຫລ່ງເພາະພັນຍຸງລາຍຢ່າງເປັນປົກກະຕິ; ກະກຽມສະຖານທີ່ປິ່ນປົວ, ຢາ ແລະ ອຸປະກອນການແພດທີ່ຈຳເປັນ ໃນການເຊີດຊູໃນກໍລະນີຄົນໄຂ້ມີອາ ການໜັກ.