ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ

ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ - 295498011 5362345137192036 4991712198237573684 n - ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ
ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ - kitchen vibe - ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ

ວັນທີ 15 ກໍລະກົດ 2022 ຜ່ານມານີ້ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫລວງພະບາງ ອອກແຈ້ງການເຖິງ ຜູ້ປະກອບການທຸລະກິດ ໂຮງແຮມ, ເຮືອນພັກ, ຮ້ານອາຫານ-ກິນດື່ມ, ບັນເທີງ-ຄາຣາໂອເກະ, ຮ້ານນວດ-ສະປາ ພາຍໃນ ແຂວງຫລວງພະບາງ ຊາບວ່າ: ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້າ ທີ່ຈະໝູນນວຽນມາປະຈົບຄົບຮອບອີກວາລະໜຶ່ງນັ້ນ, ໃຫ້ບັນດາທ່ານຜູ້ປະກອບການທຸລະກິດ ຈົ່ງພ້ອມກັນເພີ່ມຄວາມເອົາໃຈໃສ່ໃນການປະ ຕິບັດລະບຽບການຢ່າງເຂັ້ມງວດ, ໂດຍສະເພາະແມ່ນ ຄວາມເປັນລະບຽບຮຽບຮ້ອຍ ແລະການປະຕິບັດໂມງເວລາເປີດ-ປິດ, ຫ້າມມົ້ວສຸມສິ່ງເສບຕິດທຸກປະເພດ ໃນສະຖານທີ່ບັນເທີງ-ຄາຣາໂອເກະ, ຮ້ານອາຫານ-ກິນດື່ມ, ຫ້າມນຸ່ງຖືບໍ່ສຸພາບໂປ້ເປື່ອຍ ແລະອື່ນໆ.

ໃນກໍລະນີຜູ້ປະກອບການທຸລະກິດຫາກບໍ່ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ ຈະໄດ້ປະຕິບັດມາດຕະການ ດັ່ງນີ້:
– ລະເມີດ ຄັ້ງທີ 1: ຈະຖືກສຶກສາອົບຮົມ, ເຮັດບົດບັນທຶກພ້ອມທັງ ປັບໃໝ 1.000.000 ກີບ(ໜຶ່ງລ້ານກີບ).
– ລະເມີດ ຄັ້ງທີ 2: ຈະຖືກສຶກສາອົບຮົມ, ເຮັດບົດບັນທຶກ, ຈະຖືກໂຈະການດໍາເນີນທຸລະກິດເປັນເວລາ 5 ເດືອນ. ພ້ອມທັງປັບໃຫມ 5.000.000 ກີບ (ຫ້າລ້ານກີບ).
– ລະເມີດ ຄັ້ງທີ 3: ຈະຖືກຍົກເລີກການດໍາເນີນທຸລະກິດຖາວອນ, ພ້ອມທັງ ປັບໃໝ 10.000.000 ກີບ (ສິບ-ລ້ານກີບ).
ດັ່ງນັ້ນ, ຈຶ່ງຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານເພື່ອຊາບ ແລະພ້ອມຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະ ບັບນີ້ຢ່າງເຂັ້ມງວດ.

ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ - Visit Laos Visit SALANA BOUTIQUE HOTEL - ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ
ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ - Visit Laos Visit SALANA BOUTIQUE HOTEL - ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ
ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ - 4 - ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ
ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ - 3 - ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ
ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ - 5 - ຫລວງພະບາງ ຫ້າມມີການມົ້ວສຸມສິ່ງເສບຕິດທຸກປະເພດໃນງານບຸນຊ່ວງເຮືອ