ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ ຈະຖືກທຳລາຍໝູຖິ້ມ 54.000 ໂຕ

ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ  ຈະຖືກທຳລາຍໝູຖິ້ມ 54.000 ໂຕ - aHR0cHM6Ly9zLmlzYW5vb2suY29tL25zLzAvdWQvMTUwMC83NTAxMDA2L3BpZy5qcGc - ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ  ຈະຖືກທຳລາຍໝູຖິ້ມ 54.000 ໂຕ
ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ  ຈະຖືກທຳລາຍໝູຖິ້ມ 54.000 ໂຕ - kitchen vibe - ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ  ຈະຖືກທຳລາຍໝູຖິ້ມ 54.000 ໂຕ

ກະຊວງກະສິກຳ, ປ່າໄມ້ແລະສິນໃນນ້ຳຍີ່ປຸ່ນໄດ້ປະກາດໃນວັນທີ 23 ກໍລະກົດ 2022 ນີ້ວ່າ: ຜ່ານການກວດກາວັກແທກຈາກອົງການຄົ້ນຄວ້າສັງລວມເຕັກນິກກະສິກຳແລະອຸດສາຫະກຳອາຫານແຫ່ງຊາດຍີ່ປຸ່ນ, ຟາມລ້ຽງໝູແຫ່ງໜຶ່ງຢູ່ນະຄອນນະຊຸຄະຣະຊຸຢະມະແຂວງໂຕະຊິກິປະເທດຍີ່ປຸ່ນໄດ້ຖືກຢືນຢັນເກີດມີການລະບາດພະຍາດອະຫິວາໝູ, ຢູ່ຟາມລ້ຽງໝູດັ່ງກ່າວໄດ້ມີໝູປະມານ 54.000 ໂຕ, ຈະຖືກຂ້າຖິ້ມໝົດ.

ຕາມສະຖານີວິທະຍຸໂທລະພາບຍີ່ປຸ່ນຫຼືNHK ລາຍງານວ່າ: ນີ້ແມ່ນການຂ້າຖິ້ມໝູຂະໜາດໃຫຍ່ທີ່ສຸດນັບແຕ່ໄດ້ມີການບັນທຶກການລະບາດພະຍາດອະຫິວາໝູຢູ່ຍີ່ປຸ່ນເປັນຕົ້ນມາ, ຄາດວ່າການຂ້າຖິ້ມໝູໃນຄັ້ງນີ້ຈະຕ້ອງການເວລາປະມານ 2 ເດືອນ.

ພະຍາດອະຫິວາໝູແມ່ນພະຍາດລະບາດຊະນິດໜຶ່ງທີ່ເກີດຂຶ້ນກັບໝູຢ່າງກະທັນຫັນແລະແຜ່ເຊື້ອດ້ວຍການສຳຜັດ, ສ່ວນຫຼາຍໝູຕິດເຊື້ອຈະມີອາການເປັນໄຂ້, ເລືອດອອກຫຼາຍຕາມອະໄວຍະວະພາຍໃນແລະມີອັດຕາການຕາຍສູງ, ບໍ່ມີຜົນຮ້າຍໂດຍກົງຕໍ່ມະນຸດ.
ທີ່ມາຂ່າວ: CRI-FM93

ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ  ຈະຖືກທຳລາຍໝູຖິ້ມ 54.000 ໂຕ - 4 - ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ  ຈະຖືກທຳລາຍໝູຖິ້ມ 54.000 ໂຕ
ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ  ຈະຖືກທຳລາຍໝູຖິ້ມ 54.000 ໂຕ - 3 - ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ  ຈະຖືກທຳລາຍໝູຖິ້ມ 54.000 ໂຕ
ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ  ຈະຖືກທຳລາຍໝູຖິ້ມ 54.000 ໂຕ - 5 - ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິ​ ປະເທດຍີ່ປຸ່ນ  ຈະຖືກທຳລາຍໝູຖິ້ມ 54.000 ໂຕ