ຊາວກີນີລວມຕົວປະທ້ວງລັດຖະບານ ສົ່ງຜົນໃຫ້ເມືອງຫລວງເປັນອຳມະພາດ

ຊາວກີນີລວມຕົວປະທ້ວງລັດຖະບານ ສົ່ງຜົນໃຫ້ເມືອງຫລວງເປັນອຳມະພາດ -           9 - ຊາວກີນີລວມຕົວປະທ້ວງລັດຖະບານ ສົ່ງຜົນໃຫ້ເມືອງຫລວງເປັນອຳມະພາດ
ຊາວກີນີລວມຕົວປະທ້ວງລັດຖະບານ ສົ່ງຜົນໃຫ້ເມືອງຫລວງເປັນອຳມະພາດ - kitchen vibe - ຊາວກີນີລວມຕົວປະທ້ວງລັດຖະບານ ສົ່ງຜົນໃຫ້ເມືອງຫລວງເປັນອຳມະພາດ

ຊາວກີນີອອກມາຊຸມນຸມປະທ້ວງຕໍ່ຕ້ານລັດຖະບານທະຫານ ລວມທັງແຜນການຄືນປະເທດສູ່ລະບອບປະຊາທິປະໄຕຂອງລັດຖະບານທີ່ຊັກຊ້າ ສົ່ງຜົນໃຫ້ນະຄອນຫລວງໂກນາກຣີ ກາຍເປັນອຳມະພາດ, ຂະນະທີ່ກຸ່ມຜູ້ຈັດການປະທ້ວງເປີດເຜີຍວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ບາດເຈັບອີກເປັນຈຳນວນຫລາຍຈາກການປະທະກັບຕຳຫລວດ ຫລັງທາງການຂັດຂວາງແຜນການຊຸມນຸມຢ່າງສັນຕິ ໃນວັນທີ 28 ກໍລະກົດ.

ແນວຮ່ວມປ້ອງກັນລັດຖະທຳມະນູນແຫ່ງຊາດ (FNDC) ເຊິ່ງເປັນກຸ່ມການເມືອງທີ່ມີອິດທິພົນຮຽກຮ້ອງໃຫ້ປະຊາຊົນອອກມາຊຸມນຸມປະທ້ວງໃນອາທິດຜ່ານມາ ເພື່ອປະນາມ “ການຈັດການຝ່າຍດຽວ” ຂອງກອງທັບໃນການນຳປະເທດກັບສູ່ການປົກຄອງແບບພົນລະເຮືອນ ຫລັງຈາກເຂົ້າຢຶດອຳນາດໃນປີ 2021. ຂະນະທີ່ພັກຊຸມນຸມເພື່ອປະຊາຊົນຊາວກີນີ (Rally for the Guinean People) ແລະ ພັກພັນທະມິດແຫ່ງຊາດເພື່ອການປ່ຽນແປງ ແລະ ປະຊາທິປະໄຕ (National Alliance for Change and Democracy) ເຊິ່ງເປັນອະດີດພັກຮ່ວມລັດຖະບານ ແລະ ພັນທະມິດ ອອກມາຮຽກຮ້ອງໃຫ້ກຸ່ມຜູ້ສະໜັບສະໜູນຂອງຕົນເອງເຂົ້າຮ່ວມການປະທ້ວງນຳເຊັ່ນກັນ.

ຊາວກີນີລວມຕົວປະທ້ວງລັດຖະບານ ສົ່ງຜົນໃຫ້ເມືອງຫລວງເປັນອຳມະພາດ - Visit Laos Visit SALANA BOUTIQUE HOTEL - ຊາວກີນີລວມຕົວປະທ້ວງລັດຖະບານ ສົ່ງຜົນໃຫ້ເມືອງຫລວງເປັນອຳມະພາດ

ກ່ອນໜ້ານີ້ທາງການໄດ້ສັ່ງຫ້າມການຊຸມນຸມປະທ້ວງ ແລະ ຍັງບໍ່ໄດ້ອອກມາຢືນຢັນການເສຍຊີວິດ, ຂະນະທີ່ໄອຍະການສັ່ງດຳເນີນການທາງກົດໝາຍຕໍ່ຜູ້ຈັດການປະທ້ວງທັນທີ.

ທັງນີ້, ພົນເອກ ມາມາດີ ດູມບູຢາ ສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີຮັກສາການໃນເດືອນຕຸລາປີຜ່ານມາ ຫລັງຈາກເປັນຜູ້ນຳການເຮັດລັດຖະປະຫານໂຄ່ນລົ້ມປະທານາທິບໍດີ ອັລຟາ ຄອນເດ ເຊິ່ງພະຍາຍາມຈະຢູ່ໃນອຳນາດຕໍ່ເປັນສະໄໝທີ 3 ໂດຍ ພົນເອກ ດູມບູຢາ ປະກາດວ່າ: ພາລະກິດຂອງລັດຖະບານຮັກສາການຂອງທ່ານຄືການສະຖາປະນາລັດຂຶ້ນໃໝ່ ໂດຍການຮ່າງລັດຖະທຳມະນູນສະບັບໃໝ່, ປາບປາມການສໍ້ລາດບັງຫລວງ, ປະຕິຮູບລະບົບການເລືອກຕັ້ງ ແລະ ຈັດການເລືອກຕັ້ງທີ່ “ເສລີ ເຊື່ອຖືໄດ້ ແລະ ໂປ່ງໃສ”.

ເຖິງຢ່າງໃດກໍດີ, FNDC ກ່າວຫາຜູ້ນຳກອງທັບວ່າ: ປະຕິເສດຈະຈັດການເຈລະຈາເພື່ອກຳນົດເງື່ອນໄຂການປ່ຽນຜ່ານສູ່ປະຊາທິປະໄຕ.

ທັງນີ້, ການປະທະກັນລະຫວ່າງກຸ່ມຜູ້ປະທ້ວງກັບຕຳຫລວດເລີ່ມຂຶ້ນໃນວັນທີ 28 ກໍລະກົດ ໃນຫລາຍພື້ນທີ່ທີ່ຖືກເບິ່ງວ່າເປັນຖານທີ່ໝັ້ນຂອງຝ່າຍຕໍ່ຕ້ານໃນເມືອງຫລວງຂອງກີນີ ໂດຍຜູ້ປະທ້ວງສ້າງເຄື່ອງກີດຂວາງ ແລະ ຈູດຢາງຕີນລົດ ສົ່ງຜົນໃຫ້ເກີດກຸ່ມຄວັນດຳລອຍຂຶ້ນໃນອາກາດ. ຂະນະທີ່ຕຳຫລວດຍິງແກັສນ້ຳຕາເພື່ອສະຫລາຍຜູ້ຊຸມນຸມກຸ່ມນ້ອຍໆທີ່ດຶກກ້ອນຫີນ.

ອ້າງອີງ:

ຊາວກີນີລວມຕົວປະທ້ວງລັດຖະບານ ສົ່ງຜົນໃຫ້ເມືອງຫລວງເປັນອຳມະພາດ - 5 - ຊາວກີນີລວມຕົວປະທ້ວງລັດຖະບານ ສົ່ງຜົນໃຫ້ເມືອງຫລວງເປັນອຳມະພາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!