ທວາຍຄວາມຝັນ 9 ຢ່າງ ທີ່ສະແດງເຖິງຄວາມໂຊກດີ.
July 30, 2022 - 1:07 PM

ໃຜໆກໍຢາກມີກິນມີໃຊ້ສະບາຍໆ ຍິ່ງຖ້າໄດ້ຝັນວ່າຈະຮັ່ງມີ, ຖືກຫວຍລາງວັນໃຫຍ່ ໄດ້ໂຊກໄດ້ລາບ ປຽບດັ່ງເປັນລາງທີ່ດີໄວ້ລ່ວງໜ້າ ກໍຍ່ອມເປັນເລື່ອງດີ ເຊິ່ງຄວາມຝັນບາງຢ່າງກໍສາມາດບອກເຫດການລ່ວງໜ້າແກ່ຜູ້ຝັນໄດ້ຄືກັນ. ນອກຈາກນີ້, ບາງຄົນອາດຈະມີສິ່ງດົນໃຈເຂົ້າຝັນ ຫລື ແມ່ນແຕ່ການຄິດຫລາຍຈົນເກັບເອົາໄປຝັນກໍມີ ເຊິ່ງຕ້ອງບອກກ່ອນວ່າເລື່ອງຄວາມຝັນນີ້ຂຶ້ນຢູ່ກັບຄວາມເຊື່ອ ແລະ ວິຈາລະນະຍານສ່ວນບຸກຄົນນຳ ໂດຍຕໍ່ໄປນີ້ແມ່ນ 9 ຄວາມຝັນທີ່ສະແດງເຖິງຄວາມໂຊກດີ ແລະ ມີໂຊກມີລາບທີ່ຈະເກີດຂຶ້ນກັບຜູ້ຝັນ.
- ຝັນເຫັນຄົນຕາຍ : ຫາກທ່ານຝັນເຫັນຄົນຕາຍ, ຊາກສົບທີ່ເນົ່າເປື່ອຍ, ໂຮງສົບ ຫລື ງານສົບ ເຊິ່ງເປັນຄວາມຝັນທີ່ແປກປະຫລາດ ແລະ ໜ້າຢ້ານກົວ, ແຕ່ຄວາມຈິງແລ້ວຕາມຕຳລາທວາຍຄວາມຝັນສະໄໝບູຮານໄດ້ທວາຍຄວາມຝັນປະເພດນີ້ໄວ້ວ່າ ເປັນຄວາມຝັນທີ່ດີ ຈະເຮັດໃຫ້ໂຕຜູ້ທີ່ຝັນນັ້ນໂຊກດີ, ມີລາບກ້ອນໃຫຍ່ ແລະ ໄດ້ຂ່າວດີໃນເລື່ອງສຳຄັນ.
- ຝັນເຫັນງູ, ມັງກອນ ຫລື ພະຍານາກ : ຫາກເວົ້າເຖິງພະຍານາກ ເຊື່ອວ່າທຸກຄົນຕ້ອງຮູ້ກັນວ່າເປັນສິ່ງສັກສິດ ແລະ ມີຕຳນານຄວາມເຊື່ອຕ່າງໆມາຢ່າງຍາວນານ ນອກຈາກພະຍານາກແລ້ວ ຍັງມີງູ ແລະ ມັງກອນ ທີ່ຕາມຕຳລາທວາຍຄວາມຝັນໄດ້ທວາຍໄວ້ວ່າ ຜູ້ທີ່ຝັນເຫັນສິ່ງເຫລົ່ານີ້ຈະມີໂຊກລາບກ້ອນໃຫຍ່ ແລະ ຍັງເປັນທີ່ເຊື່ອຖືກັນມາແຕ່ບູຮານແລ້ວວ່າເປັນຄວາມຝັນທີ່ມີຄວາມແນ່ນອນສູງ ຍິ່ງຄົນທີ່ນັບຖືອົງພະຍານາກຢູ່ແລ້ວໄດ້ຝັນເຫັນພະຍານາກ ຈະຍິ່ງເຊື່ອກັນວ່າ ພະຍານາກມາເຂົ້າຝັນເພື່ອໃຫ້ໂຊກລາບແກ່ລູກຫລານ ທັງຍັງຊ່ວຍປົກປ້ອງຄຸ້ມຄອງລູກຫລານນຳອີກ.
- ຝັນເຫັນວັດຖຸມີຄ່າ ຫລື ຊັບສົມບັດ (ເພັດ, ຄຳ, ເງິນ, ສາຍຄໍ, ແຫວນ, ສາຍແຂນ…) : ຝັນເຫັນເງິນຄຳວັດຖຸມີຄ່າ ເພັດນິນຈິນດາ, ເຄື່ອງປະດັບສວຍງາມທັງຫລາຍ ມີການທວາຍຄວາມຝັນເອົາໄວ້ວ່າ ການຝັນແບບນີ້ມີສິລິມມົງຄົນກັບໂຕຜູ້ຝັນເປັນຢ່າງຫລາຍ ເພາະຈະມີໂຊກລາບກ້ອນໃຫຍ່ ຫລື ລາບລອຍໃນບໍ່ດົນ.
- ຝັນເຫັນພະ : ສິ່ງສັກສິດທີ່ພຸດທະສາສະນິກກະຊົນທຸກຄົນເຄົາລົບນັບຖືສັກກາລະບູຊາກໍຄື ພະພຸດທະເຈົ້າ (ແມ່ນແຕ່ຜູ້ທີ່ນັບຖືສາສະໜາອື່ນກໍມີນັກບວດ ຫລື ສາດສະດາໃນສາສະໜາຂອງຕົນ) ດັ່ງນັ້ນ ການຝັນເຫັນພະ ບໍ່ວ່າຈະເປັນພະສົງ, ພະພຸດທະຮູບ, ພະພຸດທະເຈົ້າກໍຕາມ ຈະເຮັດໃຫ້ເກີດສິ່ງດີໆ ແລະ ຄວາມເປັນສິລິມົງຄົນແກ່ຊີວິດຂອງຜູ້ທີ່ຝັນ ລວມເຖິງຈະເຮັດໃຫ້ຊີວິດຂອງຜູ້ນັ້ນມີແຕ່ຄວາມສຸກສະຫງົບ ທັງກາຍ ແລະ ຈິດໃຈ ແລະ ມີໂຊກດີໂຊກລາບຕາມມາໃນບໍ່ດົນນຳອີກ.
- ຝັນເຫັນພະຍາດຂີ້ຫິດ-ຂີ້ເຫື້ອນ : ເປັນຄວາມຝັນທີ່ເບິ່ງແປກປະຫລາດ ແຕ່ການຝັນພະຍາດຂີ້ຫິດຂີ້ເຫື້ອນ, ຄົນເປັນຂີ້ເຫື້ອນ ຫລື ມີບາດແຜເນົ່າໂພງເປັນໜອງຕາມຮ່າງກາຍທີ່ເບິ່ງເປັນຕາຢ້ານນັ້ນ ມີການທວາຍໄວ້ໃນຕຳລາຄວາມຝັນບູຮານວ່າ ໃນບໍ່ດົນຈະມີຄົນນຳເອົາໂຊກລາບມາໃຫ້ ບໍ່ວ່າຈະແມ່ນໃນຮູບແບບວັດຖຸສິ່ງຂອງມີຄ່າ, ເງິນຄຳ, ເຮືອນ, ທີ່ດີ ຫລື ອະສັງຫາລິມະຊັບອື່ນໆ ໂດຍສະເພາະຫາກບາດແຜນັ້ນເນົ່າເປື່ອຍເປັນໜອງຫລາຍເທົ່າໃດກໍຈະຍິ່ງມີໂຊກລາບຫລາຍຂຶ້ນເທົ່ານັ້ນ.
- ຝັນວ່າໄດ້ອູ້ມເດັກນ້ອຍ ຫລື ມີຄົນອູ້ມເດັກນ້ອຍມາໃຫ້ : ຫາກທ່ານຝັນວ່າໄດ້ອູ້ມເດັກນ້ອຍ, ເຫັນຄົນອູ້ມເດັກນ້ອຍ ຫລື ມີຄົນອູ້ມເດັກນ້ອຍມາຝາກ ມີການທວາຍຄວາມຝັນແບບນີ້ມາຕັ້ງແຕ່ສະໄໝບູຮານແລ້ວວ່າ ຄົນທີ່ໂສດຢູ່ ມີໂອກາດຈະໄດ້ພົບເນື້ອຄູ່ ຫລື ໄດ້ສະຫລະໂສດໃນບໍ່ດົນນີ້. ສ່ວນຄົນມີຄູ່ອາດມີການຖືພາ ຫລື ໄດ້ບຸດຮ່ວມກັນໃນບໍ່ດົນ. ນອກຈາກນີ້, ຫາກຝັນເຖິງເດັກນ້ອຍ ຫລື ແອນ້ອຍທີ່ມີຮູບຮ່າງຕຸ້ຍເທົ່າໃດ ກໍຈະຍິ່ງໝາຍເຖິງການໄດ້ເງິນ ໄດ້ໂຊກລາບກ້ອນໃຫຍ່ນຳ.
- ຝັນເຫັນປາ : ຫາກທ່ານຝັນເຫັນປາ ຫລື ຝັນວ່າໄດ້ຈັບປາ ຄົນບູຮານເຊື່ອກັນວ່າຄວາມຝັນດັ່ງກ່າວແນ່ນອນທີ່ສຸດ ໂດຍສະເພາະຫາກຝັນເຫັນປາເປັນຈຳນວນຫລາຍ ຫລື ຝັນວ່າສາມາດຈັບປາໄດ້ຫລາຍ ຍິ່ງຫລາຍເທົ່າໃດກໍຈະຍິ່ງມີໂຊກລາບຫລາຍເທົ່ານັ້ນ. ປັດຈຸບັນ ປາຍັງເປັນສັດມົງຄົນ ແລະ ສັນຍະລັກທີ່ສະແດງເຖິງຄວາມຮັ່ງມີລຳ້ລວຍນຳອີກ ຍົກໂຕຢ່າງເຊັ່ນ : ປາຄາຟ 9 ໂຕ ລອຍທວນນຳ້ທີ່ສະແດງໃຫ້ເຫັນເຖິງການຂົນຂວາຍຫາຊັບສິນຢ່າງບໍ່ຫຍໍ້ທໍ້ຕໍ່ອຸປະສັກ ແລະ ຮັ່ງມີແບບບໍ່ສິ້ນສຸດ ເປັນຕົ້ນ.
- ຝັນວ່າເສືອກັດ, ໄດ້ຂີ່ເສືອ ຫລື ຂ້າເສືອຕາຍ : ຫາກທ່ານເຫັນເສືອ, ໄດ້ຂີ່ເສືອ, ຖືກເສືອກັດ ຫລື ຂ້າເສືອຕາຍ ບູຮານຖືເປັນຄວາມຝັນທີ່ຈະນຳໂຊກລາບມາໃຫ້ ໂດຍຫາກຝັນວ່າໄດ້ຂີ່ເສືອ ບໍ່ວ່າຈະຍິງ ຫລື ຊາຍ ຈະມີຂ່າວດີເລື່ອງໜ້າທີ່ວຽກງານ ອາດໄດ້ມີການປັບຊັ້ນເລື່ອນຕຳແໜ່ງ ມີຊື່ສຽງ ທັງຍັງຊ່ວຍເສີມດ້ານອຳນາດວາດສະໜານຳອີກ. ຫາກຝັນວ່າຖືກເສືອກັດກໍແປວ່າອາດມີເພດກົງຂ້າມນຳເອົາໂຊກລາບມາໃຫ້. ຫາກຝັນວ່າຂ້າເສືອຕາຍ ຄົນບູຮານເຊື່ອວ່າຈະໝົດເຄາະໝົດໂສກ.
- ຝັນເຫັນເລືອດ : ບໍ່ວ່າຈະແມ່ນເລືອດໄຫລ ຫລື ເລືອດອອກຕາມຮ່າງກາຍ ຕາມຕຳລາທວາຍຄວາມຝັນຂອງຄົນບູຮານເຊື່ອກັນວ່າຈະໝົດເຄາະໝົດໂສກ ແລະ ອາດໄດ້ຮັບຂ່າວດີຈາກແດນໄກ. ນອກຈາກນີ້, ຫາກຝັນວ່າໄດ້ກິນເລືອດ – ກິນຊີ້ນຂອງສັດ ກໍຈະມີໂສກລາບຈາກການສ່ຽງດວງສ່ຽງໂຊກນຳອີກ.