ທ່ານຈະໄດ້ຫຍັງຈາກການດື່ມກາເຟ ?
July 30, 2022 - 1:35 PM

- ເພີ່ມພະລັງງານ : ກາເຟອີນໃນກາເຟເຂົ້າໄປປ່ຽນລະດັບສານສື່ປະສາດບາງຊະນິດໃນສະໝອງ ຈຶ່ງຊ່ວຍກະຕຸ້ນພະລັງງານ ແລະ ຫລຸດຄວາມອິດເມື່ອຍອ່ອນເພຍໄດ້ເປັນຢ່າງດີ ຈຶ່ງບໍ່ແປກໃຈຫາກໃຜຈະຖາມຫາກາເຟທຸກເຊົ້າຫລັງຕື່ນນອນໃນເຊົ້າທີ່ຍັງງ່ວງໆເພຍໆ.
- ຊ່ວຍຫລຸດຄວາມສ່ຽງເບົາຫວານຊະນິດທີ 2 ໄດ້ : ການດື່ມກາເຟເປັນປະຈຳ ອາດຊ່ວຍຫລຸດຄວາມສ່ຽງຂອງພະຍາດເບົາຫວານຊະນິດທີ 2 ໄດ້ໃນໄລຍະຍາວ ອາດເປັນຍ້ອນກາເຟຊ່ວຍຮັກສາການເຮັດວຽກຂອງແຊນເບຕ້າ ເຊິ່ງມີໜ້າທີ່ໃນການຜະລິດອິນຊູລິນເພື່ອຄວບຄຸມລະດັບນຳ້ຕານໃນເລືອດ.
- ບຳລຸງສະໝອງ : ຈາກຜົນການວິໄຈພົບວ່າການດື່ມກາເຟຊ່ວຍປ້ອງກັນການເກີດພະຍາດອັລໄຊເມີໄດ້ ລວມເຖິງພະຍາກພາກິນສັນ ແລະ ປ້ອງກັນຄວາມສາມາດໃນການຮຽນຮູ້ ແລະ ເຂົ້າໃຈຫລຸດລົງນຳອີກ.
- ຊ່ວຍຄວບຄຸມນຳ້ໜັກໄດ້ : ກາເຟອາດຊ່ວຍໃຫ້ຮ່າງກາຍຄວບຄຸມນຳ້ໜັກໄດ້ ແລະ ອາດຊ່ວຍຫລຸດໄຂມັນໃນຮ່າງກາຍໄດ້ນຳອີກ. ລາຍງານວິໄຈລະບຸວ່າ ຄົນທີ່ດື່ມກາເຟມັກເປັນຄົນທີ່ມັກເຮັດກິດຈະກຳຕ່າງໆ ເຮັດໃຫ້ຮ່າງກາຍໄດ້ເຄື່ອນໄຫວໄປມາຢູ່ຕະຫລອດເວລາ ແລະ ນັ້ນອາດເປັນເຫດຜົນໜຶ່ງທີ່ເຮັດໃຫ້ກາເຟຊ່ວຍຄວບຄຸມນຳ້ໜັກໄດ້ໃນທາງອ້ອມ.
- ຊ່ວຍຫລຸດຄວາມສ່ຽງຕໍ່ການເປັນພະຍາດຊຶມເສົ້າ : ລາຍງານການວິໄຈພົບວ່າ ການດື່ມກາເຟຊ່ວຍຫລຸດຄວາມສ່ຽງໃນການເກີດພະຍາດຊຶມເສົ້າໄດ້ ແລະ ຍັງອາດຊ່ວຍຫລຸດອັດຕາການເສຍຊີວິດຈາກການຂ້າໂຕຕາຍໄດ້ນຳ.
- ຊ່ວຍປົກປ້ອງສະພາບຂອງຕັບໄດ້ : ການດື່ມກາເຟອາດຊ່ວຍຫລຸດການເສຍຊີວິດຈາກພະຍາດຕັບຊຳ້ເຮື້ອ ລວມໄປເຖິງພະຍາດອື່ນໆທີ່ກ່ຽວຂ້ອງກັບຕັບໄດ້ ເຊັ່ນ : ຕັບອັກເສບ ແລະ ມະເຮັງຕັບ ເປັນຕົ້ນ.
- ບຳລຸງຫົວໃຈ : ລາຍງານວິໄຈພົບວ່າ ການດື່ມກາເຟຊ່ວຍຫລຸດຄວາມສ່ຽງໃນການເກີດພະຍາດຫົວໃຈ, ຫົວໃຈເຕັ້ນຜິດຈັງຫວະ ແລະ ຫົວໃຈວາຍໄດ້.
- ຊ່ວຍໃຫ້ອາຍຸຍືນ : ກາເຟອາດກ່ຽວຂ້ອງກັບການຫລຸດຄວາມສ່ຽງຂອງການເສຍຊີວິດຈາກຫລາຍໆສາເຫດ ເຊັ່ນ : ອາຍຸ, ນຳ້ໜັກ ຫລື ການດື່ມອານກໍຮໍ. ແນວໃດກໍຕາມ, ຍັງຕ້ອງການຂໍ້ມູນລາຍງານວິໄຈເພີ່ມຕື່ມສຳລັບປະໂຫຍດຈາກກາເຟໃນຂໍ້ນີ້.
- ເພີ່ມຄວາມສາມາດດ້ານກິລາ : ອາດຟັງແລ້ວຮູ້ສຶກແປກໆໄປຈັກໜ້ອຍ, ແຕ່ກາເຟສາມາດເພີ່ມຄວາມສາມາດໃນການເຮັດກິດຈະກຳທາງຮ່າງກາຍໄດ້ ແລະ ສາມາດເຮັດໃຫ້ຮ່າງກາຍທົນທານຕໍ່ການອອກກຳລັງກາຍໄດ້ນຳ. ແນວໃດກໍຕາມ, ຍັງຕ້ອງການຂໍ້ມູນຈາກລາຍງານວິໄຈຢ່າງລະອຽດເພີ່ມຕື່ມຄືກັນ.
+ ດື່ມກາເຟແນວໃດຈຶ່ງຈະດີຕໍ່ສຸຂະພາບ ?
- ດື່ມກາເຟໃນໄລຍະເວລາທີ່ເໝາະສົມ ຫາກຢາກໄດ້ຮັບປະໂຫຍດຈາກກາເຟອີນໃນການຊ່ວຍໃຫ້ຮ່າງກາຍຕື່ນໂຕຫລາຍທີ່ສຸດ ຄວນດື່ມໃນໄລຍະເວລາ 8:30 – 11:30 ໂມງ ຈະດີທີ່ສຸດ.
- ບໍ່ຄວນດື່ມກາເຟຫລາຍເກີນໄປ ເຊິ່ງປະລິມານທີ່ເໝາະສົມຂອງຮ່າງກາຍແຕ່ລະຄົນບໍ່ຄືກັນ ອາດຕ້ອງລອງດື່ມເບິ່ງວ່າປະລິມານເທົ່າໃດທີ່ຮ່າງກາຍຮັບໄດ້ ແລະ ບໍ່ເຮັດໃຫ້ຫົວໃຈສັ່ນ, ຕື່ນເຕັ້ນ, ນອນບໍ່ຫລັບ ຫລື ເກີດຜົນຂ້າງຄຽງອື່ນໆ, ແຕ່ໂດຍທົ່ວໄປ ກຳນົດໄວ້ໃຫ້ຄ່າວໆແມ່ນບໍ່ເກີນ 300 ມິນລີກຣາມຕໍ່ມື້.
- ບໍ່ຄວນດື່ມກາເຟຕອນທ້ອງວ່າງ ເພາະອາດເລັ່ງໃຫ້ກະເພາະອາຫານຜະລິດກົດ ຫລື ນຳ້ຍ່ອຍອອກມາຫລາຍເກີນໄປ ຫລື ອາດດື່ມກາເຟ ແລະ ກິນອາຫານເລັກໆນ້ອຍໆຮ່ວມນຳໄດ້.
- ບໍ່ຄວນດື່ມກາເຟຫລັງເວລາ 14:00 – 16:00 ໂມງ ເພາະປະລິມານກາເຟອີນທີ່ຍັງເຫລືອຢູ່ອາດເຮັດໃຫ້ທ່ານນອນບໍ່ຫລັບໄດ້.
- ເລືອກດື່ມກາເຟບໍ່ໃສ່ນຳ້ຕານ, ຄຣີມທຽມ ແລະອື່ນໆ ຫລື ຖ້າຢາກໃສ່ ຄວນໃສ່ໃນປະລິມານໜ້ອຍໆ.
- ດື່ມກາເຟກ່ອນອອກກຳລັງກາຍ ອາດຊ່ວຍໃຫ້ຮ່າງກາຍຕື່ນໂຕ ແລະ ໄດ້ອອກແຮງເຜົາຜານພະລັງງານໃນຮ່າງກາຍໄດ້ຫລາຍຂຶ້ນ.
- ບໍ່ຄວນດື່ມກາເຟຫາກຢູ່ໃນໄລຍະເວລາທີ່ມີອາການເຈັບທ້ອງ, ຖອກທ້ອງ, ຖ່າຍແຫລວ ຫລື ລຳໄສ້ປັ່ນປ່ວນ.
- ຜູ້ທີ່ມີພະຍາດປະຈຳໂຕ ຄວນປຶກສາທ່ານໝໍກ່ອນດື່ມກາເຟ ເພື່ອໃຫ້ຮູ້ເຖິງປະລິມານທີ່ຄວນດື່ມຢ່າງເໝາະສົມ.