6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ

6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ - 297029229 776174657164570 1253183917671898799 n - 6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ
6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ - kitchen vibe - 6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ
ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງຄຳມ່ວນ ຄັ້ງທີ 7 ສະໄໝທີ X ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນ ກໍໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 28 ກໍລະກົດ ຜ່ານມາ ທີ່ຫ້ອງປະຊຸມເຮືອນພັກເລກ 1 ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງຄຳມ່ວນ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ບັນດາຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານພະແນກການອ້ອມຂ້າງ, ອົງການທຽບເທົ່າເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ບັນດາສະຫາຍທີ່ເຂົ້າຮ່ວມ ແມ່ນໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ໃສ່ບັນດາເນື້ອໃນເອກະສານສຳຄັນຕ່າງໆ, ຜ່ານການສະຫຼຸບຕີລາຄາກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຊຶ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາ ທີ່ສົ່ງຜົນກະທົບຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ສະເພາະບັນຫາອັດຕາເງິນເຟີ້ ມີການເໜັງຕີງເພີ່ມຂຶ້ນຫຼາຍກວ່າປີຜ່ານມາ, ບັນຫາທ່າອ່ຽງລາຄານ້ຳມັນທີ່ເພີ່ມສູງຂຶ້ນ ແລະ ການອ່ອນຄ່າຂອງເງິນກີບ (ທຽບກັບໂດລາ ແລະ ບາດ), ໃນໄລຍະ 6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ພຽງແຕ່ 3.598 ຕື້ກີບ ເທົ່າ 34,76% ຂອງແຜນການ; ເສດຖະກິດຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ ປະຕິບັດໄດ້ 812 ໂດລາ ເທົ່າກັບ 32,7%, ການເກັບລາຍຮັບງົບປະມານໄດ້ທັງໝົດ 471,00 ຕື້ກີບ ເທົ່າກັບ 50,29% ໃນນີ້: ລາຍຮັບສູນກາງ 229,57 ຕື້ກີບ ເທົ່າກັບ 37,59%, ລາຍຮັບທ້ອງຖິ່ນບັນລຸໄດ້ເຖິງ 241,42 ຕື້ກີບ ເທົ່າກັບ 74,07%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 112,19 ຕື້ກີບ ເທົ່າກັບ 14,84% ແລະ ລາຍຈ່າຍ ປະຕິບັດໄດ້ 333,61 ຕື້ກີບ ເທົ່າກັບ 62,55%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 107,91 ຕື້ກີບ ເທົ່າກັບ 22,35%, ໄປຄຽງຄູກັນນັ້ນການຈັດຕັ້ງປະຕິບັດບັນດາຄາດໝາຍຂະ ແໜງການເສດຖະກິດກໍໄດ້ຮັບການພັດທະນາ, ການຈັດຕັ້ງປະຕິບັດຄາດໝາຍດ້ານວັດທະນະທຳ-ສັງຄົມ ໂດຍລວມແລ້ວເຫັນວ່າຍັງມີຫຼາຍຂະແໜງການທີ່ບໍ່ສາມາດບັນລຸຕົວຊີ້ວັດ ຂອງມະຕິສະພາຮັບຮອງ; ຕໍ່ບັນຫາຂໍ້ຄົງຄ້າງຕ່າງໆ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນຮ່ວມກັນ ໂດຍສະເພາະແມ່ນເລັ່ງໃສ່ ເພື່ອແກ້ໄຂບັນຫາຂໍ້ຄົງຄ້າງໃນ 6 ເດືອນຜ່ານມາ ແລະ ບາງວຽກຈຸດສຸມ 6 ເດືອນທ້າຍປີ 2022.
ໂອກາດມີຄໍາເຫັນກ່າວປິດກອງປະຊຸມ ສະຫາຍ ວັນໄຊ ພອງສະຫວັນ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນຈົ່ງສືບຕໍ່ເພີ່ມທະວີ ຍົກສູງປະສິດທິພາບຂອງການບໍລິຫານລັດດ້ວຍກົດໝາຍ ໂດຍສະເພາະການບັງຄັບໃຊ້ກົດໝາຍ-ນິຕິກຳລຸ່ມກົດໝາຍໃຫ້ເຂັ້ມງວດ, ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ດີຂຶ້ນ ແລະ ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກງານບູລິມະສິດຂອງ 2 ວາລະແຫ່ງຊາດທີ່ກຳນົດໄວ້, ເລັ່ງແກ້ໄຂຄວາມບອບບາງດ້ານງົບປະມານ ໂດຍສະເພາະ 4 ຂະແໜງການຂົງເຂດເສດຖະກິດ ການເກັບລາຍຮັບໃຫ້ບັນລຸຕາມແຜນການ, ສົມຄູ່ກັບທ່າແຮງບົ່ມຊ້ອນທີ່ມີ; ເພີ່ມທະວີການສ້າງພື້ນຖານການຜະລິດທີ່ມີທ່າແຮງໃຫ້ກາຍເປັນຖານລາຍຮັບທີ່ໝັ້ນຄົງ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະສິນຄ້າກະສິກຳ, ຜະລິດຕະພັນອາຫານ ແລະ ສິນຄ້າຫັດຖະກໍາ ທີ່ມີຕະຫຼາດຮອງຮັບແລ້ວ, ສືບຕໍ່ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ໃຫ້ຢູ່ໃນລະດັບທີ່ເໝາະສົມ, ເອົາໃຈໃສ່ຄຸ້ມຄອງການສະໜອງສິນຄ້າ ການບໍລິການໃຫ້ທົ່ວເຖິງ, ອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າຜ່ານແດນ; ພ້ອມນັ້ນ ດ້ານທຸລະກິດການຂຸດຄົ້ນແຮ່ທາດຂອງຜູ້ປະກອບການຕ່າງໆ ກໍຕ້ອງເອົາໃຈໃສ່ໃນການຄຸ້ມຄອງຕິດຕາມກວດກາໃຫ້ເປັນປົກກະຕິ ເພື່ອແກ້ໄຂຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍໃຫ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ດ້ານຂົງເຂດວັດທະນະທໍາ-ສັງຄົມ ກໍຕ້ອງເອົາໃຈໃສ່ໃນການປະຕິບັດໜ້າທີ່ບົດບາດຂອງຕົນໃຫ້ມີຄວາມເຂັ້ມແຂງ, ລວມເຖິງຂົງເຂດວຽກງານຂະແໜງການຈັດຕັ້ງມະຫາຊົນຕ່າງໆກໍຕ້ອງສືບຕໍ່ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ລົງສູ່ຮາກຖານທ້ອງຖິ່ນໃຫ້ທົ່ວເຖິງ ແລະ ພ້ອມກັນນັ້ນກໍຕ້ອງເປັນເຈົ້າການຍົກສູງຄວາມຮັບຜິດຊອບໃນການນໍາພາຊີ້ນໍາຕາມພາລະບົດບາດຂອງຕົນໃຫ້ມີຄວາມໜັກແໜ້ນ ເອົາໃຈໃສ່ລົງເລິກຕິດຕາມການປະຕິບັດໜ້າທີ່ວຽກງານຂອງພະນັກງານ ທີ່ຕົນຮັບຜິດຊອບ ແລະ ນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.
6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ - 3 - 6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ
6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ - 5 - 6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ
6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ - 4 - 6 ເດືອນຕົ້ນປີ ເສດຖະກິດ ແຂວງຄຳມ່ວນ ຂະຫຍາຍຕົວ 3,56%, ລາຍຮັບສະເລ່ຍຕໍ່ຫົວຄົນ 812 ໂດລາ