ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ກຳປູເຈຍ ນຳສົ່ງຊາວໄທ 64 ຄົນກັບໄປດຳເນີນຄະດີ ຫລັງກວາດລ້າງແກ້ງຄໍເຊັນເຕີ

- dFQROr7oWzulq5Fa5x5hzqCiI2fLooESx6YcR3TLy2T6ezliJ4RRCB1uNEiFUUcbk8L - ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ກຳປູເຈຍ ນຳສົ່ງຊາວໄທ 64 ຄົນກັບໄປດຳເນີນຄະດີ ຫລັງກວາດລ້າງແກ້ງຄໍເຊັນເຕີ
- kitchen vibe - ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ກຳປູເຈຍ ນຳສົ່ງຊາວໄທ 64 ຄົນກັບໄປດຳເນີນຄະດີ ຫລັງກວາດລ້າງແກ້ງຄໍເຊັນເຕີ

ໃນວັນທີ 28 ກັນຍາ 2022 ນີ້ ສຳນັກງານກວດຄົນເຂົ້າເມືອງ ສຳນັກງານຕຳຫລວດແຫ່ງຊາດ ແລະ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຈັງຫວັດສະແກ້ວ ປະເທດໄທ ໄດ້ຮັບຕົວ ຄົນໄທ ຈຳນວນ 64 ຄົນ ເພດຊາຍ 39 ຄົນ ແລະ ເພດຍິງ 26 ຄົນ ຈາກທາງການປະເທດກຳປູເຈຍ ທີ່ບໍລິເວນຂົວມິດຕະພາບໄທ-ກຳປູເຈຍ ເພື່ອເຂົ້າສູ່ຂະບວນການຄັດແຍກຂອງເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະ ສົ່ງຕົວໄປດຳເນີນຄະດີຕາມໝາຍຈັບ.

ສຳລັບຄົນໄທ 64 ຄົນມີໝາຍຈັບໃນຄະດີຄໍເຊັນເຕີ ຫລັງລັກລອບເດີນທາງໄປເຮັດວຽກກັບເຄືອຂ່າຍຄໍເຊັນເຕີປະເທດກຳປູເຈຍ ຫລັງເຈົ້າໜ້າທີ່ກວາດລ້າງເຄືອຂ່າຍຊາວຈີນ ແລະ ແກ້ງຄໍເຊັນເຕີ ໃນໄລຍະທີ່ຜ່ານມາ ພ້ອມຈັບກຸມຄົນໄທກຸ່ມນີ້ສົ່ງໄປດຳເນີນຄະດີທີ່ ນະຄອນຫລວງພະນົມເປັນ ແລ້ວສົ່ງກັບປະເທດໄທ.

ໜຶ່ງໃນຜູ້ທີ່ຖືກສົ່ງຕົວກັບໄທໃນຄັ້ງນີ້ເປີດເຜີຍວ່າ: ລັກລອບໄປເຮັດວຽກກັບເຄືອຂ່າຍແກ້ງຄໍເຊັນເດີໄດ້ 3 ເດືອນ ໂດຍບໍ່ໄດ້ຮັບເງິນເດືອນ, ເຮັດໜ້າທີ່ເປັນແອັດມິນເພຈພະນັນອອນລາຍ ຕິດຕໍ່ປະສານງານກັບຄົນໄທ ແລະ ຜູ້ທີ່ເຂົ້າມາຫລິ້ນພະນັນອອນລາຍ ພ້ອມກັບດູແລລະບົບ ຫລັງຈາກທີ່ເຈົ້າໜ້າທີ່ກຳປູເຈຍເຂົ້າໄປຊ່ວຍເຫລືອ ແລະ ແນະນຳຄົນໄທໄປເຮັດວຽກຢູ່ກຳປູເຈຍບໍ່ຄວນຫລົງເຊື່ອ ຫລື ເດີນທາງໄປເຮັດວຽກເພາະອາດຖືກຕົວະໄດ້.

ສະນັ້ນ ຄົນລາວເຮົາກໍບໍ່ຄວນຫລົງເຊື່ອ ການຕົວະຍົວະ, ໂຄສະນາເຊີນຊວນໄປເຮັດວຽກທັງຢູ່ພາຍໃນ ແລະ ຕ່າງປະເທດຜ່ານທາງສື່ສັງຄົມອອນລາຍ ໂດຍມີລັກສະນະອ້າງວ່າໃຫ້ເງິນເດືອນສູງກວ່າປົກຕິ. ຄວນມີສະຕິລະວັງຕົວເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນເຫລົ່ານີ້.

- 3 - ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ກຳປູເຈຍ ນຳສົ່ງຊາວໄທ 64 ຄົນກັບໄປດຳເນີນຄະດີ ຫລັງກວາດລ້າງແກ້ງຄໍເຊັນເຕີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!