ຄະນະບໍລິຫານງານສູນກາງພັກ ປະຊາ ຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນ ເຖິງຄະນະກໍາມະການສູນກາງພັກກອມມູນິດຈີນ

- Lao china - ຄະນະບໍລິຫານງານສູນກາງພັກ ປະຊາ ຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນ ເຖິງຄະນະກໍາມະການສູນກາງພັກກອມມູນິດຈີນ
- kitchen vibe - ຄະນະບໍລິຫານງານສູນກາງພັກ ປະຊາ ຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນ ເຖິງຄະນະກໍາມະການສູນກາງພັກກອມມູນິດຈີນ
ວັນທີ 16 ຕຸລາ 2022 ນີ້, ຄະນະບໍລິຫານງານສູນກາງພັກ ປະຊາ ຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນ ເຖິງຄະນະກໍາມະການສູນກາງພັກກອມມູນິດຈີນ ໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ.
ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດ ພັກກອມມູນິດຈີນ ດໍາເນີນກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ທີ່ ນະຄອນຫລວງປັກກິ່ງ ໃນວັນທີ 16 ຕຸລາ 2022, ໃນນາມ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ອາລົມຈິດ ແຫ່ງຄວາມສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ ມາຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ບັນດາຜູ້ແທນກອງປະຊຸມໃຫຍ່ ແລະ ຜ່ານກອງປະຊຸມໃຫຍ່ ໄປຍັງ ສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງ ທຸກຖ້ວນໜ້າ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ໃນຄັ້ງນີ້ ແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນ ໃນຊີວິການເມືອງຂອງ ພັກກອມມູນິດຈີນ, ເຊິ່ງໄຂຂຶ້ນໃນທ່າມກາງສະພາບການພາກພື້ນ ແລະ ສາກົນມີຄວາມສັບສົນ ແລະ ເປັນໄລຍະສໍາຄັນຂອງການກໍານົດຍຸດທະສາດ ແລະ ວາງແນວທາງນະໂຍບາຍໃໝ່ ເພື່ອສູ້ຊົນບັນລຸເປົ້າໝາຍ 100 ປີເຫດການທີສອງ ກໍຄື ການສ້າງສັງຄົມນິຍົມຕາມສີສັນພິເສດທີ່ທັນສະໄໝຮອບດ້ານຂອງ ສປ ຈີນ ໃນກາງສັດຕະວັດທີ 21 ໃຫ້ປະກົດຜົນເປັນຈິງຢ່າງມີໄຊ.
ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ, ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ແລະ ປະດິດສ້າງໃໝ່ຂອງພັກກອມມູນິດຈີນ ໃນຕະຫລອດກວ່າ 1 ສັດຕະວັດທີ່ຜ່ານມາ, ປະຊາຊົນຈີນອ້າຍນ້ອງ ໄດ້ຜ່ານຜ່າການທົດສອບນາໆປະການ ແລະ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງ, ເປັນປະຫວັດການ ແລະ ມະຫັດສະຈັນ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ສໍາເລັດການສ້າງສັງຄົມນິຍົມທີ່ອີ່ມໜໍາສໍາລານຮອບດ້ານໂດຍພື້ນຖານ, ສໍາເລັດການແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍຄື ການສະກັດກັ້ນ-ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບກົມກຽວປອງດອງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງທັນສະໄໝ ແລະ ເສດຖະກິດ ສືບຕໍ່ມີການພັດທະນາຢ່າງໝັ້ນທ່ຽງ, ເຊິ່ງບັນດາຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ທີ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ນັ້ນໄດ້ເປັນບົດຮຽນອັນລໍ້າຄ່າ, ເປັນແບບຢ່າງທີ່ດີເລີດ ແລະ ເປັນການປະກອບສ່ວນສໍາຄັນຍິ່ງເຂົ້າໃນການພັດທະນາຂອງບັນດາປະເທດຊາດໃນໂລກ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ແສງສະຫວ່າງຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ, ພັກກອມມູນິດຈີນ ທີ່ມີ ສະ ຫາຍ ສີ ຈິ້ນຜິງ ເປັນແກນກາງ ກໍຄື ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຈະສາມາດຍາດໄດ້ໄຊຊະນະຮອບດ້ານອັນໃໝ່, ຍິ່ງໃຫຍ່ກວ່າເກົ່າ.
ພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສຸດທີ່ຖະໜຸຖະໜອມ ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມກັບ ພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ພ້ອມຈະຮ່ວມກັບສະຫາຍຈີນ ເຮັດສຸດຄວາມສາມາດຂອງຕົນ ໃນການປົກປັກຮັກສາ ແລະ ສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມໄວ້ເນື້ອເຊື້ອໃຈກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສ້າງເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ ທີ່ມີກຽດສະຫງ່າ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນາມ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
- 3 - ຄະນະບໍລິຫານງານສູນກາງພັກ ປະຊາ ຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນ ເຖິງຄະນະກໍາມະການສູນກາງພັກກອມມູນິດຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!