ຄູ ຜູ້ແບກພາລະນັກໜ່ວງ ແລະ ມີໜ້າທີ່ເປັນຜູ້ໃຫ້

- 310951346 1636596623405206 2012219786430586132 n - ຄູ ຜູ້ແບກພາລະນັກໜ່ວງ ແລະ ມີໜ້າທີ່ເປັນຜູ້ໃຫ້
- kitchen vibe - ຄູ ຜູ້ແບກພາລະນັກໜ່ວງ ແລະ ມີໜ້າທີ່ເປັນຜູ້ໃຫ້

ໂດຍ: ທິດກໍ່າ

 ເຖິງແມ່ນວ່າ ວັນຄູ 7 ຕຸລາ 2022 ຄົບຮອບ 28 ປີ,ຈະຜ່ານໄປແລ້ວກໍຕາມ ພວກເຮົາທີ່ເປັນຄົນລາວຂໍນອບນ້ອມຈົດຈຳລຳລຶກບຸນຄຸນຂອງຄູທີ່ມີຕໍ່ລູກສິດລູກຫາ ບໍ່ວ່າຜູ້ທີ່ພວມສຶກສາຮໍ່າຮຽນ ກໍຄືຜູ້ທີ່ໄດ້ຜ່ານສາຍຄາໂຮງຮຽນຈົນມີຜົນສຳເລັດ, ມີວຽກເຮັດງານທຳ, ມີຖານະຕຳແໜ່ງ, ຈົນເຖົ້າຈົນແກ່ດ້ວຍຄວາມຊາບຊຶ້ງ ແລະ ຈົງຮັກພັກດີຕໍ່ວັນຄູແຫ່ງຊາດມານະໂອກາດນີ້.

- Visit Laos Visit SALANA BOUTIQUE HOTEL - ຄູ ຜູ້ແບກພາລະນັກໜ່ວງ ແລະ ມີໜ້າທີ່ເປັນຜູ້ໃຫ້

ໃນຄວາມເປັນຈິງແລ້ວ, ພວກເຮົາຄົນລາວ ເວົ້າໂດຍລວມບໍ່ວ່າຍິງຊາຍນ້ອຍໃຫຍ່ລ້ວນແລ້ວແຕ່ໄດ້ຜ່ານການສຶກສາຮໍ່າຮຽນຮັບເອົາວິຊາຄວາມຮູ້ຄວາມຫລັກຈາກຄູ-ອາຈານດ້ວຍກັນທັງນັ້ນ, ຕ່າງແຕ່ວ່າມີຜູ້ຮູ້ໜ້ອຍຮູ້ຫລາຍ, ມີຖານະຕຳແໜ່ງ, ມີລະດັບວັດທະນະທຳ, ມີທັດສະນະຄຸນສົມບັດແຕກຕ່າງກັນໃນສັງຄົມເທົ່ານັ້ນ. ເພາະສະນັ້ນ ຖືວ່າທຸກຄົນທຸກໝູ່ເຫລົ່າລ້ວນແລ້ວແຕ່ໄດ້ຜ່ານພົ້ນໃຕ້ສາຍຄາໂຮງຮຽນຕັ້ງແຕ່ນ້ອຍເທົ່າໃຫຍ່ ແລະ ບໍ່ມີໃຜປະຕິເສດໄດ້ວ່າ ຕົນເອງບໍ່ໄດ້ຜ່ານການສຶກສາຮໍ່າຮຽນຈາກຄູ-ອາຈານ ນອກຈາກຄົນກືກ ແລະ ຄົນບ້າໃບ້ເສຍຈິດເທົ່ານັ້ນ.

ເມື່ອເອີ່ຍເຖິງໜ້າທີ່ຂອງຄູ ແລະ ອາຊີບຂອງຄູແລ້ວ ເປັນອາຊີບທີ່ບໍລິສຸດ ເຖິງວ່າພາລະໜ້າທີ່ຂອງຄູຈະເປັນອາຊີບທີ່ບໍ່ສູງບໍ່ຕໍ່າ, ບໍ່ມີເງິນມີຄຳຫລາຍ ແຕ່ກໍເປັນອາຊີບທີ່ມີກຽດ, ເປັນອາຊີບທີ່ຊ່ວຍສັງຄົມ. ຖ້າຢາກພັດທະນາປະເທດໃຫ້ຈະເລີນກ້າວໜ້າມີແຕ່ພັດທະນາການສຶກສາເທົ່ານັ້ນ, ການສຶກສາຈະພັດທະນາກ້າວໄປໄກກໍມີແຕ່ສ້າງຄົນ ແລະ ການສ້າງຄົນໃຫ້ມີຄວາມຮູ້ກໍແມ່ນຄູເປັນຜູ້ສ້າງ ເພື່ອປັ້ນເອົາຄົນດ້ວຍຄວາມມຸ້ງໝັ້ນ ກໍໝາຍຄວາມວ່າ: ຄູເປັນຜູ້ສິດສອນວິຊາຄວາມຮູ້ດ້ວຍການໃຫ້ຄົນລາວເຮົານັບແຕ່ນ້ອຍຫາໃຫຍ່ໃຫ້ເປັນຊັບພະຍາກອນທີ່ດີຂອງຊາດ. ເດັກນ້ອຍທີ່ເກີດມາຈາກທ້ອງແມ່ໄດ້ລ້ຽງມາພາໃຫຍ່ໝົດແກງຫລາຍໝໍ້ ໝົດເຂົ້າຫລາຍຕິບ ປຽບເໝືອນເປັນເຈ້ຍຂາວສະອາດ ພໍຮອດອາຍຸກະສຽນແລ້ວກໍກ້າວຂາເຂົ້າໂຮງຮຽນນັບແຕ່ລ້ຽງເດັກ, ອະນຸບານ, ປະຖົມ, ມັດທະຍົມ ຈົນກ້າວຂຶ້ນຮອດວິທະຍາໄລ, ມະຫາວິທະຍາໄລ.

ຈາກນັ້ນໜ້າທີ່ຂອງຄູກໍຄືເປັນຜູ້ສິດສອນໃຫ້ຄວາມຮູ້, ສາດຕະສິນ, ຄວາມສະຫລາດຫລັກແຫລມ, ຄຸນສົມບັດ, ສິນທຳປະຕິວັດ ເມື່ອພົ້ນຈາກການເປັນນັກຮຽນນັກສຶກສາແລ້ວກໍກ້າວຂຶ້ນມີວຽກເຮັດງານທຳກາຍເປັນຜູ້ມີວິຊາອາຊີບຕິດຕົວຕາມຄວາມມັກຮັກ, ຄວາມສະແຫວງທີ່ຕົນໄດ້ສຶກສາຮໍ່າຮຽນມາ.

ຢ່າງໃດກໍດີ, ກວ່າຈະມາເຖິງຈຸດນີ້ ກ່ອນອື່ນກໍແມ່ນຄູເປັນຜູ້ສິດສອນ, ເປັນຜູ້ໃຫຍ່ຄວາມຮູ້ຄວາມຫລັກ. ສິ່ງທີ່ໜ້າສັນລະເສີນ ແລະ ຮູ້ບຸນຄຸນຕໍ່ຄູນັ້ນ ຜູ້ໃດຮຽນອ່ອນ ຄູໄດ້ອົດທົນສິດສອນ, ເມື່ອຄູເຫັນນັກຮຽນໃນຫ້ອງຂອງຕົນຮຽນດີ, ຮຽນເກັ່ງ ຢູ່ໃນຄວາມຮັບຜິດຊອບຂອງຕົນຮຽນເກັ່ງ ຄູກໍດີໃຈ, ແຕ່ເມື່ອເຫັນນັກຮຽນຂອງຕົນຮຽນອ່ອນ ເສັງຕົກ ຄູກໍຮໍ່າໄຫ້ເສຍໃຈ ທັງຢ້ານຕົນເອງບໍ່ມີຜົນງານເລື່ອນຊັ້ນ, ເລື່ອນຕຳແໜ່ງ. ນີ້ຄືຈິດໃຈຂອງຄູ ມັນກໍປຽບເໝືອນພໍ່ແມ່ຜູ້ທີສອງຂອງເດັກ ທັງເປັນແມ່ພິມຂອງຊາດ ແລະ ທຸກສິ່ງຢ່າງຍ້ອນຄູມີແຕ່ເປັນຜູ້ໃຫ້ເຮົາຈຶ່ງໄດ້ມີຄວາມຮູ້ວິຊາ ນັ້ນແລ !.

- 4 - ຄູ ຜູ້ແບກພາລະນັກໜ່ວງ ແລະ ມີໜ້າທີ່ເປັນຜູ້ໃຫ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!