Facebook ກຽມ “ຄັດພະນັກງານອອກ” ຄັ້ງປະຫວັດສາດໃນຮອບ 18 ປີ ຂອງບໍລິສັດ

- 2022 07 28T125949Z 279499371 RC2ZKV90ZPPT RTRMADP 3 META STOCKS - Facebook ກຽມ “ຄັດພະນັກງານອອກ” ຄັ້ງປະຫວັດສາດໃນຮອບ 18 ປີ ຂອງບໍລິສັດ
- kitchen vibe - Facebook ກຽມ “ຄັດພະນັກງານອອກ” ຄັ້ງປະຫວັດສາດໃນຮອບ 18 ປີ ຂອງບໍລິສັດ

Facebook ຍັກໃຫຍ່ໄອທີກຳລັງວາງແຜນຈະເລີ່ມຍົກເລີກຈ້າງວຽກຈຳນວນຫລາຍໃນອາທິດນີ້ ເຊິ່ງເກີດຈາກຄວາມຕ້ອງການຫລຸດຕົ້ນທຶນ ຫລັງຖືກແຮງກົດດັນຈາກຄູ່ແຂ່ງ TikTok, ຜົນກະທົບຈາກ Apple ແລະ ການລົງທຶນໃນ Metaverse ທີ່ນັກລັງທຶນເລີ່ມບໍ່ພໍໃຈ.

The Wall  Street Journal ເປັນສື່ແຫ່ງທຳອິດທີ່ລາຍງານເລື່ອງນີ້ ໂດຍລະບຸວ່າ: ການຍົກເລີກຈ້າງວຽກສາມາດເກີດຂຶ້ນໄດ້ທັນທີໃນວັນທີ 9 ພະຈິກນີ້ ເຊິ່ງຄາດວ່າຈະມີການເລີກຈ້າງພະນັກງານຫລາຍພັນຄົນ ຈາກພະນັກງານຫລາຍກວ່າ 87.000 ຄົນ ໃນທ້າຍເດືອນກັນຍາ 2022 ຂອງ Meta ເຊິ່ງເປັນບໍລິສັດແມ່ຂອງ Facebook.

- Visit Laos Visit SALANA BOUTIQUE HOTEL - Facebook ກຽມ “ຄັດພະນັກງານອອກ” ຄັ້ງປະຫວັດສາດໃນຮອບ 18 ປີ ຂອງບໍລິສັດ

ນີ້ຈະຖືເປັນການປົດພະນັກງານຄັ້ງປະຫວັດສາດໃນຮອບ 18 ປີນັບແຕ່ສ້າງຕັ້ງ Facebook ເຖິງວ່າຈະໜ້ອຍກວ່າເປີເຊັນທີ່ Twitter ປົດພະນັກງານໃນອາທິດຜ່ານມາ, ແຕ່ຈຳນວນພະນັກງານ Facebook ທີ່ຄາດວ່າຈະຕົກງານອາດສູງທີ່ສຸດສຳລັບບໍລິສັດເຕັກໂນໂລຊີໃຫຍ່ໆໃນຮອບໜຶ່ງປີ.

ໂຄສົກຂອງ Meta ປະຕິເສດຈະສະແດງຄວາມຄິດເຫັນ, ແຕ່ອ້າງຄຳເວົ້າຂອງ “ມາຣ໌ກ ຊັກເຄີເບິກ” ທີ່ບອກວ່າຈະເນັ້ນການລົງທຶນໃນພື້ນທີ່ທີ່ມີການເຕີບໃຫຍ່ສູງ.

The Wall Street Journal  ລາຍງານໃນເດືອນກັນຍາວ່າ: Meta ກຳລັງວາງແຜນຈະຫລຸດຄ່າໃຊ້ລົງຢ່າງໜ້ອຍ 10% ໃນອີກບໍ່ເທົ່າໃດເດືອນຕໍ່ໜ້າ ສ່ວນໜຶ່ງມາຈາກການຫລຸດຈຳນວນພະນັກງານ ເຊິ່ງ ຊັກເຄີເບິກ ບອກພະນັກງານໃນກອງປະຊຸມທົ່ວບໍລິສັດໃນທ້າຍເດືອນມິຖຸນາວ່າ: “ຄວາມຈິງແລ້ວອາດມີຫລາຍຄົນໃນບໍລິສັດທີ່ບໍ່ຄວນຈະຢູ່ບ່ອນນີ້”.

Meta ກໍຄືຍັກໃຫຍ່ດ້ານເຕັກໂນໂລຊີອື່ນໆ ທີ່ຈ້າງວຽກໃນໄລຍະການລະບາດໃຫຍ່ ເນື່ອງຈາກຊີວິດ ແລະ ທຸລະກິດປ່ຽນໄປທາງອອນລາຍຫລາຍຂຶ້ນ ໂດຍໄດ້ເພີ່ມພະນັກງານຫລາຍກວ່າ 27.000 ຄົນໃນປີ 2020 ແລະ 2021 ລວມກັນ ແລະ ເພີ່ມຂຶ້ນອີກ 15.344 ຄົນໃນໄລຍະ 9 ເດືອນທຳອິດຂອງປີນີ້.

ແທນທີ່ພະນັກງານເພີ່ມລາຍໄດ້ຈະເພີ່ມ, ແຕ່ຫຸ້ນ Meta ຫລຸດລົງ 73% ໃນປີນີ້ ເຊິ່ງຕົກລົງສູ່ລະດັບຕໍ່າສຸດນັບແຕ່ຕົ້ນປີ 2016.

ການເຕີບໃຫຍ່ຂອງທຸລະກິດໃນຫລາຍຕະຫລາດຢຸດສະງັກທ່າມກາງການແຂ່ງຂັນທີ່ຮຸນແຮງຈາກ TikTok ແລະ ຂໍ້ກຳນົດຂອງ Apple ທີ່ໄດ້ຫລຸດຄວາມສາມາດຂອງແພກຟອມໂຊຊຽວມີເດຍໃນການກຳນົດເປົ້າໝາຍໂຄສະນາ. ຂະນະທີ່ບໍລິສັດດ້ານການລົງທຶນ Altimeter Capital ກ່າວໃນຈົດໝາຍວ່າ: Meta ຄວນຫລຸດຈຳນວນພະນັກງານ ແລະ ຫລຸດຄວາມທະເຍີທະຍານເລື່ອງ Metaverse ເຊິ່ງສະທ້ອນເຖິງຄວາມບໍ່ພໍໃຈທີ່ເພີ່ມຂຶ້ນໃນຜູ້ຖືຫຸ້ນ.

ທັງນີ້, ບໍລິສັດເຕັກໂນໂລຊີຫລາຍແຫ່ງ ລວມທັງ Microsoft, Twitter ແລະ Snap ໄດ້ປົດພະນັກງານ ແລະ ຫລຸດການຈ້າງວຽກໃນໄລຍະບໍ່ເທົ່າໃດເດືອນຜ່ານມາ ເນື່ອງຈາກການເຕີບໃຫຍ່ທາງເສດຖະກິດທົ່ວໂລກຂະຫຍາຍຕົວຊ້າ ເນື່ອງຈາກອັດຕາດອກເບ້ຍທີ່ສູງຂຶ້ນ, ອັດຕາເງິນເຟີ້ທີ່ສູງຂຶ້ນ ແລະ ວິກິດ້ານພະລັງງານໃນເອີຣົບ.

ອ້າງອີງ:

https://www.wsj.com/…/meta-is-preparing-to-notify…

https://www.reuters.com/…/facebook-parent-meta-is…/

https://www.cnbc.com/…/meta-could-begin-large-scale…

- 5 - Facebook ກຽມ “ຄັດພະນັກງານອອກ” ຄັ້ງປະຫວັດສາດໃນຮອບ 18 ປີ ຂອງບໍລິສັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!