ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ເນັ້ນການອຳນວຍຄວາມສະດວກແກ່ຜູ້ປະກອບການ ແລະ ຫັນເປັນສະໄໝ

- IMG 8718 e1668832723591 - ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ເນັ້ນການອຳນວຍຄວາມສະດວກແກ່ຜູ້ປະກອບການ ແລະ ຫັນເປັນສະໄໝ
- kitchen vibe - ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ເນັ້ນການອຳນວຍຄວາມສະດວກແກ່ຜູ້ປະກອບການ ແລະ ຫັນເປັນສະໄໝ

ທ່ານ ນາງ ໝອນຄໍາ ຢົງລໍຢ່າງ ຮອງຫົວໜ້າດ່ານພາສີສາກົນນໍ້າກັ່ນ ໃຫ້ສຳພາດວ່າ: ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ມີຊາຍແດນຕິດກັບ ສສ ຫວຽດນາມ, ດ້ານວິຊາສະເພາະຂຶ້ນກັບພາສີ ປະຈຳແຂວງ ເປັນເສນາທິການໃຫ້ກົມພາສີ ກະຊວງການເງິນ, ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ,ຖືກຕ້ອງ, ຄົບຖ້ວນ, ທັນກັບເວລາ ແລະ ສອດຄ່ອງຕາມລະບຽບກົດໝາຍ, ເຊິ່ງປະກອບມີ 2 ກຸ່ມວຽກ (ກຸ່ມວຽກຄຸ້ມຄອງພາຫະນະ, ຜູ້ໂດຍສານ ແລະ ກວດກາສິນຄ້າ; ກຸ່ມວຽກບໍລິຫານ ແລະ ຄຸ້ມຄອງການແຈ້ງພາສີ), ມີພະນັກງານ-ລັດຖະກອນທັງໝົດ 5 ຄົນ, ຍິງ 2 ຄົນ, ຄະນະດ່ານ 3 ຄົນ, ຍິງ 1 ຄົນ. ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ຄະນະດ່ານພາສີສາກົນນໍ້າກັ່ນ, ໄດ້ມີແບບແຜນວິທີເຮັດວຽກ, ມອບຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດ. ພ້ອມທັງໄດ້ປະສານສົບທົບກັບບັນດາຂະແໜງການກ່ຽວຂ້ອງພາຍໃນດ່ານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວຽກງານຢ່າງຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.

- IMG 9035 e1668832746754 - ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ເນັ້ນການອຳນວຍຄວາມສະດວກແກ່ຜູ້ປະກອບການ ແລະ ຫັນເປັນສະໄໝ

- Visit Laos Visit SALANA BOUTIQUE HOTEL - ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ເນັ້ນການອຳນວຍຄວາມສະດວກແກ່ຜູ້ປະກອບການ ແລະ ຫັນເປັນສະໄໝ

ພ້ອມນັ້ນ, ຄະນະດ່ານຍັງໄດ້ເນັ້ນການອໍານວຍຄວາມສະດວກແກ່ຜູ້ປະການ, ຜູ້ໂດຍສານເຂົ້າ-ອອກຜ່ານດ່ານ, ຫັນວຽກງານພາສີເປັນທັນສະໄໝໂດຍນໍາໃຊ້ເຄື່ອງມືທັນສະໄໝເຂົ້າມາຊ່ວຍໃນການປະຕິບັດໜ້າທີ່ວິຊາສະເພາະວຽກງານຢ່າງກວ້າງຂວາງເປັນຕົ້ນ: ການແຈ້ງພາສີ ເປັນລາຍລະອຽດເຂົ້າ-ອອກຜ່ານລະບົບ ASYCUDA; ການຊໍາລະສະສາງຄຳພາສີ-ອາກອນ ແລະ ພັນທະອື່ນໆຜ່ານລະບົບ Smart Tax; ການຄຸ້ມຄອງພາຫະນະເຂົ້າ-ອອກຜ່ານລະບົບ ບ53; ການຄຸ້ມຄອງການນໍາເຂົ້າສິນຄ້າ, ເຄື່ອງຂອງຍົກເວັ້ນ, ຫລຸດຜ່ອນຜ່ານລະບົບຫັກລົບແຜ່ນ Master List ແລະ ນຳໃຊ້ລະບົບຊິງຊັ່ງທັນສະໄໝໃນການຕິດຊັ່ງນໍ້າໜັກສິນຄ້າເຂົ້າ-ອອກປະເພດສິນຄ້າທີ່ລັດຖະບານກຳນົດເຊັ່ນ: ນໍ້າມັນເຊື້ອໄຟ, ແຮ່ທາດ ແລະ ໄມ້ສົ່ງອອກ.

- IMG 8728 e1668832776163 - ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ເນັ້ນການອຳນວຍຄວາມສະດວກແກ່ຜູ້ປະກອບການ ແລະ ຫັນເປັນສະໄໝ

ໄປຄຽງຄູ່ກັບການຫັນເປັນທັນສະໄໝຂອງຂະແໜງພາສີກໍ່ຄືປະຕິບັດຕາມທິດທາງຂອງກະຊວງການເງິນໂດຍສະເພາະແມ່ນກົມພາສີ ໃນນໍາໃຊ້ເຄື່ອງມືທັນສະໄໝເຂົ້າມາຊ່ວຍໃນການປະຕິບັດໜ້າທີ່ວຽກງານກວ້າງຂວາງ, ເພື່ອຕ້ານທຸກການຮົ່ວໄຫລຂອງລາຍຮັບຕາມຄຳສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ຕິດພັນກັບວາລະແຫ່ງຊາດເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ປະກົດຜົນເປັນຈິງ.

- 4 - ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ເນັ້ນການອຳນວຍຄວາມສະດວກແກ່ຜູ້ປະກອບການ ແລະ ຫັນເປັນສະໄໝ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!