ປກສ ແຂວງສະຫວັນນະເຂດຈັບຜູ້ຄ້າຢາເສບຕິດມາດໍາເນີນຄະດີ


ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງສະຫວັນນະເຂດ, ໄດ້ນໍາກໍາລັງເຂົ້າມ້າງເຄືອຂ່າຍຄ້າຢາເສບຕິດຢູ່ບ້ານໂນນເຕົາຖ່ານເມືອງສອງຄອນ ແລະ ສາມາດຈັບຕົວຜູ້ຕ້ອງຫາໄດ້ສອງຄົນຄື: ທ້າວ ເດດ ອາຍຸ 35 ປີຢູ່ບ້ານນວນວິໄລ ແລະ ນາງ ນິດ ອາຍຸ 48 ປີຢູ່ບ້ານນາຄໍາກົບ, ພ້ອມຂອງກາງຢາບ້າ 18 ພັນເມັດ, ລົດໃຫຍ່ 1 ຄັນ ແລະ ໂທລະສັບມືຖື 2 ໜ່ວຍ, ພ້ອມນີ້ເຈົ້າໜ້າທີ່ ປກສ ແຂວງດັ່ງກ່າວຍັງໄດ້ຈັບຕົວຜູ້ຄ້າຂາຍຢາເສບຕິດຕື່ມອີກສອງຄົນຄື: ທ້າວ ທຶງ ອາຍຸ 33 ປີຢູ່ບ້ານນາຍຸງ ແລະ ນາງ ວົງ ອາຍຸ 33 ປີຢູ່ບ້ານຫີນແກ້ວເມືອງສອງຄອນ, ພ້ອມຂອງກາງຢາບ້າ 12 ພັນ
ເມັດ, ລົດໃຫຍ່ 1 ຄັນ, ລົດຈັກ 2 ຄັນ ແລະ ໂທລະສັບ 2 ໜ່ວຍ, ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ຈະຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວໃຫ້ຮູ້ຕື່ມວ່າ: ກາງເດືອນສິງຫານີ້, ເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ ກໍສາມາດຈັບຕົວນາງ ຈຸຢາງ ອາຍຸ 40 ປີຢູ່ບ້ານນໍ້າຖ້ວມເມືອງນໍ້າບາກແຂວງຫລວງພະບາງ, ພ້ອມຂອງກາງຢາບ້າ 5.444 ເມັດຊຸກເຊື່ອງໄວ້ທໍ່ນໍ້າໃນບ່ອນພັກເຂດບ້ານນໍ້າຍອນເມືອງໄຊສົມບູນ, ຈຶ່ງຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ຕົນເອງໄດ້ເຄື່ອນໄຫວຄ້າຂາຍຢາບ້າມາໃນປີ 2016 ໂດຍຊື້ມາຈາກຂະບວນການຄ້າຢາເສບຕິດຢູ່ແຂວງບໍ່ແກ້ວ ເພື່ອມາຈໍາໜ່າຍໃຫ້ລູກຄ້າຢູ່ແຂວງໄຊສົມບູນ.
ພາບ-ຂາວ : ຫນັງສືພິມ ປກສ