ທ່ານ ທຣຳ ພ້ອມໃຊ້ທຸກທາງເລືອກ ແກ້ໄຂບັນຫາ ສປປ ເກົາຫລີ


ສຳນັກຂ່າວກາງເກົາຫລີ (KCNA) ຂອງທາງການ ສປປ ເກົາຫລີ ຖະແຫລງວ່າ: ການຍິງລູກສອນໄຟຂ້າມເກາະຮອກໄກໂດຂອງຍີ່ປຸ່ນໃນວັນທີ 29 ສິງຫາ ມີຂຶ້ນເພື່ອຕອບໂຕ້ກໍລະນີອາເມລິກາຊ້ອມຮົບຮ່ວມກັບປະເທດພັນທະມິດ ຄືຍີ່ປຸ່ນ ແລະ ສ.ເກົາຫລີ ເຊິ່ງ ສປປ ເກົາຫລີ ຖືວ່າປະຕິບັດການດັ່ງກ່າວເປັນການກຽມຮຸກຮານປະເທດຂອງຕົນ.
+ ສປປ ເກົາຫລີ ຍິງລູກສອນໄຟຂ້າມປະເທດຍີ່ປຸ່ນ
+ ອາເມລິກາ-ສ.ເກົາຫລີ ເລີ່ມຊ້ອມຮົບຮ່ວມປະຈຳປີອີກ
+ ອາເມລິກາຂວ້ຳບາດບໍລິສັດຈີນ-ຣັດເຊຍ ຊ່ວຍ ສປປ ເກົາຫລີ ພັດທະນາອາວຸດ
ສຳນັກຂ່າວກາງເກົາຫລີຍັງລະບຸວ່າ: ການຍິງລູກສອນໄຟຄັ້ງນີ້ມີຂຶ້ນເພື່ອລະນຶກຄົບຮອບ 107 ປີ ຂອງສົນທິສັນຍາຍີ່ປຸ່ນ-ເກົາຫລີ ເຊິ່ງຈັດຂຶ້ນໃນປີ 1910 ເພື່ອລວມແຫລມເກົາຫລີທັງໝົດເຂົ້າເປັນອານານິຄົມຂອງຍີ່ປຸ່ນ.
ທ່ານ ກິມ ຈອງ ອິນ ຜູ້ນຳສູງສຸດໄດ້ມາບັນຊາການຍິງລູກສອນໄຟໄລຍະກາງ ຮວາຊອງ-12 ຂ້າມນ່ານຟ້າຍີ່ປຸ່ນດ້ວຍຕົນເອງ, ທັງຍັງກ່າວວ່າ: ການຍິງທົດລອງຄັ້ງນີ້ເປັນພຽງການອຸ່ນເຄື່ອງ ກ່ອນອາດຈະດຳເນີນການຕາມແຜນໂຈມຕີເກາະກວມ. ທ່ານ ກິມ ຈອງອິນ ຍັງສັ່ງໃຫ້ເຝິກຊ້ອມຍິງຈະຫລວດ ແລະ ລູກສອນໄຟຕໍ່ໄປອີກ ໂດຍເລັ່ງເປົ້າໝາຍພາຍໃນພາກພື້ນອາຊີຕາເວັນອອກ.


“ການຊ້ອມຍິງລູກສອນໄຟຄັ້ງນີ້ຄືກັບເຮັດສົງຄາມແທ້ ໂດຍຖືເປັນບາດກ້າວທຳອິດສຳລັບປະຕິບັດການທາງທະຫານຂອງກອງທັບປະຊາຊົນເກົາຫລີ ແລະ ເປັນການອຸ່ນເຄື່ອງປະຕິບັດການໂຈມຕີເກາະກວມ”. ຜູ້ນຳສູງສຸດຂອງ ສປປ ເກົາຫລີ ກ່າວ.
ສ່ວນປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ໄດ້ອອກຖະແຫລງການປະນາມການຍິງລູກສອນໄຟຄັ້ງຫລ້າສຸດຂອງ ສປປ ເກົາຫລີ ວ່າ: ທົ່ວໂລກຕ່າງໄດ້ຮັບສານທີ່ດັງກ້ອງ ແລະ ຈະແຈ້ງຈາກ ສປປ ເກົາຫລີ ເຊິ່ງເປັນສັນຍານສະແດງວ່າ ສປປ ເກົາຫລີ ເບິ່ງບໍ່ເຫັນປະເທດໃກ້ຄຽງ, ສະມາຊິກສະຫະປະຊາຊາດທັງໝົດ ລວມທັງມາດຕະຖານພຶດຕິກຳສາກົນ.
“ການຂົ່ມຂູ່ ແລະ ການກະທຳທີ່ສັ່ນຄອນສະຖຽນລະພາບ ມີແຕ່ຈະເຮັດໃຫ້ ສປປ ເກົາຫລີ ຖືກໂດດ່ຽວຈາກປະເທດໃກ້ຄຽງໃນພາກພື້ນ ແລະ ຈາກປະເທດຕ່າງໆທົ່ວໂລກຫລາຍຂຶ້ນ” ແລະ ກ່າວອີກວ່າ: “ປັດຈຸບັນ ທາງເລືອກເພື່ອແກ້ໄຂບັນຫາທຸກທາງລ້ວນເປັນໄປໄດ້ທັງໝົດ”.


ສ່ວນຣັດເຊຍ ແລະ ຈີນ ເຊິ່ງເປັນອີກ 2 ມະຫາອຳນາດທີ່ເຂົ້າມາມີບົດບາດໃນການເຈລະຈາກັບ ສປປ ເກົາຫລີ ໃນຄັ້ງກ່ອນໆ ສະແດງຄວາມເຫັນຂັດແຍ່ງກັບອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫລີ. ທ່ານ ເຊີເກ ຣຽບຄອບ ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດຣັດເຊຍ ຊີ້ວ່າ: ການຂວ້ຳບາດ ແລະ ການໃຊ້ກຳລັງທະຫານເພື່ອແກ້ໄຂບັນຫາ ສປປ ເກົາຫລີ ເປັນຫົນທາງທີ່ບໍ່ນຳໄປສູ່ຈຸດໝາຍໃດໄດ້ ແລະ ເປັນຫົນທາງສູ່ຫາຍະນະ.
ສ່ວນລັດຖະບານຈີນເຕືອນວ່າ: ຄວາມເຄັ່ງຕຶງຂອງສະຖານະການຢູ່ແຫລມເກົາຫລີມາເຖິງຈຸດວິກິດແລ້ວ, ແຕ່ອາເມລິກາ ແລະ ສ.ເກົາຫລີ ກໍມີສ່ວນຜິດເຊັ່ນກັນທີ່ຍັງດຳເນີນການຊ້ອມຮົບຮ່ວມຢູ່ຕໍ່ໄປ.
ຂະນະດຽວກັນ, ກອງປະຊຸມຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ມີມະຕິເປັນເອກະພາບປະນາມການຍິງລູກສອນໄຟຂ້າມນ່ານຟ້າຍີ່ປຸ່ນຂອງ ສປປ ເກົາຫລີ ໂດຍລະບຸວ່າເປັນການກະທຳທີ່ຍອມຮັບບໍ່ໄດ້ ແລະ ຮຽກຮ້ອງໃຫ້ ສປປ ເກົາຫລີ ຢຸດການຍິງທົດລອງລູກສອນໄຟທັງໝົດທັນທີ. ເຖິງຢ່າງໃດກໍຕາມ, ຖະແຫລງການຂອງສະພາຄວາມໝັ້ນຄົງ ສປຊ ບໍ່ໄດ້ລະບຸວ່າຈະມີມາດຕະການຂວ້ຳບາດຄັ້ງໃໝ່ແຕ່ຢ່າງໃດ.