ດື່ມກາເຟມື້ລະຫລາຍຈອກລະວັງປະສາດຫລອນ

- 033008 2017 - ດື່ມກາເຟມື້ລະຫລາຍຈອກລະວັງປະສາດຫລອນ
- kitchen vibe - ດື່ມກາເຟມື້ລະຫລາຍຈອກລະວັງປະສາດຫລອນ

ຄວາມຈິງທີ່ໄດ້ຮັບການເປີດເຜີຍມາຈາກນັກວິໄຈຂອງມະຫາວິທະຍາໄລເດີແຣມ ໃນປະເທດອັງກິດ ທີ່ໄດ້ປະກາດວ່າ : ຜູ້ທີ່ດື່ມກາເຟ, ຊາ, ຊັອກໂກແລັດ ຫລື ເຄື່ອງດື່ມຊູກຳລັງທີ່ປະສົມກາເຟອີນຫລາຍໆ ອາດເຮັດໃຫ້ປະສາດຫລອນ ຫລື ໄດ້ຍິນສຽງບາງຢ່າງໄດ້ ໂດຍສະເພາະຜູ້ທີ່ດື່ມກາເຟເກີນມື້ລະ 3 ຈອກ ຫລື ທຽບເທົ່າກັບກາເຟສຳເລັດຮູບເຖິງ 7 ຈອກ ເຊິ່ງມີໂອກາດທີ່ຈະເກີດອາການທາງປະສາດໄດ້ຫລາຍກ່ວາຄົນອື່ນໆທີ່ດື່ມກາເຟມື້ລະ 1 ຈອກ ເຖິງ 3 ເທົ່ານຳອີກ.

ແຕ່ອາການປະສາດຫລອນນັ້ນບໍ່ແມ່ນເຄື່ອງສະແດງອາການທາງຈິດທີ່ຈະແຈ້ງ ເພາະຄົນທົ່ວໄປກໍມັກມີໂອກາດໄດ້ຍິນສຽງທີ່ ແປກໆຢູ່ເຖິງ 3%. ດັ່ງນັ້ນ, ກາເຟຈຶ່ງເຂົ້າໄປຊ່ວຍຊຳ້ຕື່ມໃຫ້ຄວາມເຄັ່ງຄຽດຂອງຈິດໃຈ ແລະ ອາລົມໃຫ້ຫລາຍຂຶ້ນ  ແລະ ມີອາການປະສາດຫລອນຫລາຍກ່ວາເກົ່າ.

- Visit Laos Visit SALANA BOUTIQUE HOTEL - ດື່ມກາເຟມື້ລະຫລາຍຈອກລະວັງປະສາດຫລອນ
- 5 - ດື່ມກາເຟມື້ລະຫລາຍຈອກລະວັງປະສາດຫລອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!