ປກສ ເມືອງໄຊທານີ ແກ້ໄຂ ເປົ້າໝາຍລັກລົດຈັກ ໄດ້ 6 ຄົນ ກູ້ລົດຈັກຂອງກາງໄດ້ 4 ຄັນ

ປກສ ເມືອງໄຊທານີ ແກ້ໄຂ ເປົ້າໝາຍລັກລົດຈັກ ໄດ້ 6 ຄົນ ກູ້ລົດຈັກຂອງກາງໄດ້ 4 ຄັນ - Frame Newsi scaled - ປກສ ເມືອງໄຊທານີ ແກ້ໄຂ ເປົ້າໝາຍລັກລົດຈັກ ໄດ້ 6 ຄົນ ກູ້ລົດຈັກຂອງກາງໄດ້ 4 ຄັນ
ປກສ ເມືອງໄຊທານີ ແກ້ໄຂ ເປົ້າໝາຍລັກລົດຈັກ ໄດ້ 6 ຄົນ ກູ້ລົດຈັກຂອງກາງໄດ້ 4 ຄັນ - kitchen vibe - ປກສ ເມືອງໄຊທານີ ແກ້ໄຂ ເປົ້າໝາຍລັກລົດຈັກ ໄດ້ 6 ຄົນ ກູ້ລົດຈັກຂອງກາງໄດ້ 4 ຄັນ
ພັທ ສຸລີວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍ, ຈາກນັ້ນ ກອງບັນຊາການ ປກສ ເມືອງໄຊທານີ ໄດ້ຕິດຕາມເປົ້າໝາຍ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແກ້ໄຂ ໃນວັນທີ 21 ກໍລະກົດ 2022 ເຂົ້າກັກຕົວ ເປົ້າໝາຍ 4 ຄົນ ຄື:
– ທ້າວ ອານຸ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານ ຈັນສະຫວ່າງ ເມືອງສີໂຄດຕະບອງ
– ທ້າວ ອານຸຄອນ ອາຍຸ 25 ປີ ປະຊາຊົນຢູ່ບ້ານ ຈັນສະຫວ່າງ ເມືອງສີໂຄດຕະບອງ
– ທ້າວ ນາມມະແກ້ວ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານໂພນໂຮງ ເມືອງ ວຽງຄໍາ ແຂວງ ວຽງຈັນ
– ທ້າວ ກິໂນ້ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານນາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
ນອກຈາກນີ້ ວັນທີ 19 ຕຸລາ 2022 ສືບຕໍ່ເຂົ້າກັກຕົວຕື່ມ 2 ຄົນ
– ທ້າວ ບ໋ອບບີ້ ອາຍຸ 19 ປີ ປະຊາຊົນ ຢູ່ບ້ານໜອງປາໃນ ເມືອງສີໂຄດຕະບອງ
– ທ້າວ ຕ໋ອງ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານທ່າງ່ອນ ເມືອງໄຊທານີ ພ້ອມເກັບກູ້ຂອງກາງລົດຈັກຄືນມາໄດ້ 4 ຄັນ.
ປັດຈຸບັນຄະດີ ດັ່ງກ່າວ ເຈົ້າໜ້າທີ່ພວມດໍາເນີນການສອບສວນ ເປີດກ້ວາງຂະຫຍາຍຜົນ ສືບຄົ້ນຫາ ຜູ້ຮ່ວມກະທໍາຜິດມາດໍາເນີນຄະດີ.
ປກສ ເມືອງໄຊທານີ ແກ້ໄຂ ເປົ້າໝາຍລັກລົດຈັກ ໄດ້ 6 ຄົນ ກູ້ລົດຈັກຂອງກາງໄດ້ 4 ຄັນ - 5 - ປກສ ເມືອງໄຊທານີ ແກ້ໄຂ ເປົ້າໝາຍລັກລົດຈັກ ໄດ້ 6 ຄົນ ກູ້ລົດຈັກຂອງກາງໄດ້ 4 ຄັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!