ປກສ ເມືອງວິລະບູລີ ທໍາລາຍ ໃບກະທ້ອມ ນໍ້າຕົ້ມໃບກະທ້ອມ ແລະ ເຄື່ອງປະສົມປຸງແຕ່ງນໍ້າກະທ້ອມ.


ວັນທີ 23 ທັນວາ 2022 ທີ່ຜ່ານມາ ກອງບັນຊາການ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ທໍາລາຍ ໃບກະທ້ອມ, ນໍ້າຕົ້ມໃບກະທ້ອມ ແລະ ເຄື່ອງປຸງແຕ່ງນໍ້າກະທ້ອມ.
ທ່ານ ພັທ ສິດທິເດດ ພຸດທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ວິລະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ຕາມແຈ້ງການສະບັບເລກທີ 13/ ປກສ ລົງວັນທີ 14 ກັນຍາ 2022 ວ່າດ້ວຍ ການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນ ການປູກ, ການຜະລິດ, ການປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ,ຂົນສົ່ງ, ມີໄວ້ຄອບຄອງ, ນຳເຂົ້າ-ສົ່ງອອກ ພືດທີ່ມີສານເສບຕິດ ແລະ ຜະລິດຕະພັນທີ່ມີສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ແຈ້ງການສະບັບເລກທີ 1496/ຈຂ,ສຂ ລົງວັນທີ 01 ສິງຫາ 2022 ເລື່ອງ ການຫ້າມນໍາພືດກະທ້ອມ ( ປະເພດໃບສົດ ), ເຄື່ອງດື່ມ ແລະ ຜະລິດຕະພັນທີ່ປຸງແຕ່ງຈາກພືດກະທ້ອມມາຈໍາໜ່າຍພາຍໃນ ແຂວງ ສະຫວັນນະເຂດ ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ທັງເປັນການແກ້ໄຂປະກົດການຫຍໍ້ທໍ້, ການປຸ້ນຈີ້ຊິງຊັບ ຂີ້ລັກງັດແງະ ການຫຼິ້ນກິນຟູມເຟືອຍ ແລະ ອື່ນໆ; ທາງໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ວິລະບູລີ ຈຶ່ງໄດ້ສົມທົບກັບ ປກສ ກຸ່ມບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກຸ່ມແກ້ງ, ບຸກຄົນ, ນິຕິບຸກຄົນ ທີ່ມີການເຄື່ອນໄຫວກະທຳຜິດຕໍ່ລະບຽບກົດໝາຍ ແລະ ຂໍ້ຫ້າມ, ໃນນັ້ນໄດ້ລົງຕິດຕາມບັນດາຫ້ອງເຊົ່າ-ຫ້າງຮ້ານ, ຮ້ານອາຫານບັນເທິງຕ່າງໆ.
ເຊິ່ງນັບແຕ່ຕົ້ນເດືອນກັນຍາ ຮອດ ຕົ້ນເດືອນທັນວາ 2022 ທາງເຈົ້າໜ້າທີ່ວິຊາສະເພາະແມ່ນເຄື່ອນໄຫວກວດກາໄດ້ທັງໝົດ 5 ຄັ້ງ ໃນຫຼາຍຈຸດໃນທົ່ວເມືອງ, ເປັນຕົ້ນແມ່ນ ບັນດາຮ້ານບັນເທີງໃນເຂດບ້ານ ບຸ່ງຄໍາ, ຮ້ານສະນຸກເກີ ເຂດບ້ານໜອງກະແດ້ງ ສາມາດຢຶດຂອງກາງປະເພດໃບກະທ້ອມໄດ້ທັງໝົດ 8 ກິໂລກຣາມ ແລະ 9 ຖົງນ້ອຍ, ນໍ້າໃບກະທ້ອມທີ່ປຸງແຕ່ງແລ້ວ ບັນຈຸໃສ່ຕຸກນໍ້າຂະໜາດ 1,5 ລິດ ມີຈໍານວນ 60 ຕຸກ, ນໍ້າຕານສົດ 80 ແກ້ວ, ຢາດີໄອ ດາໄອທິດຊິນ ຈໍານວນ 84 ແກ້ວ ແລະ ຢາສູບໄຟຟ້າຈໍານວນໜຶ່ງ, ເຊິ່ງເຄື່ອງຂອງກາງທັງໝົດເຫຼົ່ານັ້ນ ແມ່ນໄດ້ນໍາອອກມາທໍາລາຍຖິ້ມ ຕາມລະບຽບການ, ສ່ວນບັນດາຜູ້ທີ່ໄດ້ກະທໍາຜິດ ທາງເຈົ້າໜ້າທີ່ວິຊາສະເພາະ ໄດ້ນໍາເອົາພວກກ່ຽວມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ບໍ່ໃຫ້ກະທໍາຜິດອີກໃນຕໍ່ໜ້າ.