ປີ 2022 ທົ່ວໂລກມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 45,8 ລ້ານຄົນ ສ່ວນຫລາຍແມ່ນການຄ້າແຮງງານເດັກ, ບັງຄັບແຕ່ງງານ ແລະ ການຄ້າປະເວນີ

ປີ 2022 ທົ່ວໂລກມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 45,8 ລ້ານຄົນ ສ່ວນຫລາຍແມ່ນການຄ້າແຮງງານເດັກ, ບັງຄັບແຕ່ງງານ ແລະ ການຄ້າປະເວນີ - 325657158 708130580863234 2644299828752135824 n 1 - ປີ 2022 ທົ່ວໂລກມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 45,8 ລ້ານຄົນ ສ່ວນຫລາຍແມ່ນການຄ້າແຮງງານເດັກ, ບັງຄັບແຕ່ງງານ ແລະ ການຄ້າປະເວນີ
ປີ 2022 ທົ່ວໂລກມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 45,8 ລ້ານຄົນ ສ່ວນຫລາຍແມ່ນການຄ້າແຮງງານເດັກ, ບັງຄັບແຕ່ງງານ ແລະ ການຄ້າປະເວນີ - kitchen vibe - ປີ 2022 ທົ່ວໂລກມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 45,8 ລ້ານຄົນ ສ່ວນຫລາຍແມ່ນການຄ້າແຮງງານເດັກ, ບັງຄັບແຕ່ງງານ ແລະ ການຄ້າປະເວນີ

ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ທັງເປັນປະທານຄະນະກຳມະທິການຕ້ານການຄ້າມະນຸດລະດັບຊາດ ກ່າວໃນ ໂອກາດເຂົ້າຮ່ວມກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານຕ້ານການຄາມະນຸດ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ຂອງຄະນະກຳມະການຕ້ານການຄ້າມະນຸດ ໃນວັນທີ 17 ມັງກອນ2023 ນີ້ ວ່າ: ບັນຫາການຄ້າມະນຸດ ເປັນອາຊະຍາກຳທີ່ຮ້າຍແຮງທີ່ເກີດຂຶ້ນຢູ່ພາຍໃນ ແລະ ຂ້າມຊາດ, ເປັນອາຊະຍາກໍາທີ່ລະເມີດສິດທິພື້ນຖານຂອງ ຄວາມເປັນມະນຸດຢ່າງຮ້າຍແຮງ ຊຶ່ງສົ່ງຜົນກະທົບໂດຍກົງທາງດ້ານຮ່າງ ກາຍ ແລະ ຈິດໃຈຂອງຜູ້ຖືກເຄາະຮ້າຍ ແລະ ຄອບຄົວ, ເປັນປາກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ສັງຄົມກໍ່ຄືການພັດທະນາສ້າງສາປະເທດຊາດ, ການຄ້າມະນຸດ ເປັນທຸລະກິດຜິດກົດໝາຍທີ່ມີຜົນກຳໄລມະຫາສານເປັນອັນດັບ 3 ຂອງໂລກຮອງຈາກການຄ້າຂາຍອາວຸດ ແລະ ຢາເສບຕິດ.

ຕາມການຄາດຄະເນຂອງບັນດາອົງການສາກົນ ທີ່ເຮັດວຽກຕ້ານອາຊະຍາກຳດັ່ງກ່າວ ແຕ່ລະປີໃນທົ່ວໂລກມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ປະມານ 45,8 ລ້ານຄົນ. ໃນນີ້, ມີປະມານ 10 ລ້ານຄົນເປັນເດັກ, 15,4 ລ້ານຖືກບັງຄັບໃຫ້ແຕ່ງງານ ແລະ 4,8 ລ້ານ ຖືກຂູດຮີດທາງເພດ.

ປີ 2022 ທົ່ວໂລກມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 45,8 ລ້ານຄົນ ສ່ວນຫລາຍແມ່ນການຄ້າແຮງງານເດັກ, ບັງຄັບແຕ່ງງານ ແລະ ການຄ້າປະເວນີ - Visit Laos Visit SALANA BOUTIQUE HOTEL - ປີ 2022 ທົ່ວໂລກມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 45,8 ລ້ານຄົນ ສ່ວນຫລາຍແມ່ນການຄ້າແຮງງານເດັກ, ບັງຄັບແຕ່ງງານ ແລະ ການຄ້າປະເວນີ

ສະເພາະ ສປປ ລາວ ກໍເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກອາຊະຍາກໍາຂອງການຄ້າມະນຸດ, ໃນປີ 2022 ເຖິງວ່າ ເຈົ້າໜ້າທີ່ພວກເຮົາໄດ້ມີການປິດດ່ານສາກົນຕ່າງໆໃນການນຳໃຊ້ມາດຕະການປ້ອງກັນການລະບາດໂຄວິດກໍຕາມ, ແຕ່ພວກກໍ່ອາຊະຍາກໍາຄ້າມະນຸດຍັງເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ມີຮູບການໃໝ່ໆເກີດຂຶ້ນ ແລະ ມີລັກສະນະສັບສົນກວ່າໄລຍະຜ່ານມາ ເປັນຕົ້ນ ບັນຫາການຫລອກລວງຜູ້ຖືກເຄາະຮ້າຍໄປຂາຍແຮງງານ ຫລື ບັງຄັບແຮງງານ, ບັງຄັບບໍລິການທາງເພດ, ການຮັບຈ້າງຖືພາ ແລະ ການຖ່າຍທອດສົດການເປືອຍກາຍຂອງຍິງ-ຊາຍ ແລະ ການຮ່ວມເພດກັນອອກສື່ສັງຄົມອອນລາຍ.

ສະນັ້ນ, ຕ້ອງໄດ້ເອົາໃຈໃສ່ ບາງວຽກງານໃນການສະກັດກັ້ນ ການຄ້າມະນຸດດັ່ງນີ້:

  1. ສືບຕໍ່ຄົ້ນຄວ້າຊັບຊ້ອນ ພະນັກງານໃສ່ສູນຕ້ອນຮັບຜູ້ຖືກເຄາະຮ້າຍພາກເໜືອ ທີ່ແຂວງຫລວງນ້ຳທາ ທີ່ໃກ້ຈະສຳເລັດ;
  2. ສືບຕໍ່ຄົ້ນຄວ້າຊັບຊ້ອນເອົາຕຳຫລວດຕ້ານການຄ້າມະນຸດໄປປະຈຳຢູ່ດ່ານຕ່າງໆ;
  3. ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້, ບັນຫາອາດຊະຍາກຳຕ່າງໆ ຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ;
  4. ຈັດຕັ້ງຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະIII (2021-2025) ໃຫ້ມີປະສິດທິຜົນສູງ;
  5. ສຸມໃສ່ເຮັດວຽກງານ ໂຄສະນາປູກຈິດສຳນຶກ ກ່ຽວກັບຄວາມສຳພັນ ແລະ ຜົນຮ້າຍຂອງ ການຄ້າມະນຸດໃຫ້ທົ່ວສັງຄົມ, ສຸມໃສ່ດຳເນີນຄະດີການຄ້າມະນຸດຢ່າງເຂັ້ມງວດ, ເດັດຂາດແລະໂປ່ງໃສ;
  6. ເອົາໃຈໃສ່ໃນການເຮັດວຽກປົກປ້ອງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງ ໃຫ້ມີຄວາມຮັບປະກັນ ແລະປອດໄພ. ພ້ອມທັງເພີ່ມທະວີການປະສານສົມທົບກັບພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອຫລຸດຜ່ອນຄວາມສ່ຽງຂອງການຄ້າມະນຸດ;
  7. ເອົາໃຈໃສ່ໃນການເຮັດວຽກງານ ພົວພັນຮ່ວມມືກັບສາກົນ ໃຫ້ເຂັ້ມງວດ ເພື່ອຮ່ວມມືປົກປ້ອງ,ຊ່ວຍເຫລືອຜູ້ຖືກເຄາະຮ້າຍຢູ່ຕ່າງປະເທດໃຫ້ທ່ວງທັນ ແລະ ປອດໄພ;
  8. ຄົ້ນຄວ້າສະໜອງງົບປະມານໃນການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ.

 

ປີ 2022 ທົ່ວໂລກມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 45,8 ລ້ານຄົນ ສ່ວນຫລາຍແມ່ນການຄ້າແຮງງານເດັກ, ບັງຄັບແຕ່ງງານ ແລະ ການຄ້າປະເວນີ - 5 - ປີ 2022 ທົ່ວໂລກມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 45,8 ລ້ານຄົນ ສ່ວນຫລາຍແມ່ນການຄ້າແຮງງານເດັກ, ບັງຄັບແຕ່ງງານ ແລະ ການຄ້າປະເວນີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!