ສປປ ລາວ ມີແຜນສ້າງທາງດ່ວນ 5 ເສັ້ນ


ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2022 ວັນທີ 20 ມັງກອນ 2023 ຜ່ານມານີ້ວ່າ: ທາງດ່ວນທີ່ເປັນ ບູລິມະສິດ ແລະ ມີເງື່ອນໄຂໃນແຜນພັດທະນາຂອງຂະແໜງການ ຍທຂ ໄລຍະປີ 2021-2025 ມີທັງໝົດ 5 ເສັ້ນ.
ສໍາລັບຄວາມຄືບໜ້າຂອງການພັດທະນາ ມາຮອດປັດຈຸບັນ ສາມາດສັງລວມໄດ້ ດັ່ງນີ້:
1). ທາງດ່ວນແຕ່ ບໍ່ເຕ່ນ, ແຂວງຫລວງນໍ້າທາ ຫາ ນະຄອນຫຼວງວຽງຈັນ:
– ຊ່ວງທີ I ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ເປີດບໍລິການແລ້ວ.
– ຊ່ວງທີ II ວັງວຽງ-ຫຼວງພະບາງ
– ຊ່ວງທີ III ຫຼວງພະບາງ-ອຸດົມໄຊ ແມ່ນກຳລັງຢູ່ໃນຂັ້ນຕອນຄັດເລືອກເອົາບໍລິສັດໃໝ່ທີ່ມີເງື່ອນໄຂ ແລະ
ຄວາມພ້ອມດ້ານຕ່າງໆ ມາສືບຕໍ່ພັດທະນາ.
– ສຳລັບ ຊ່ວງທີ 4 ອຸດົມໄຊ – ບໍ່ເຕັນ ພວມຢູ່ໃນຂະບວນການເຈລະຈາ ໂດຍກະຊວງແຜນການ ແລະ ການ
ລົງທຶນ.
2) ທາງດ່ວນ ແຕ່ ບໍ່ເຕັນ ແຂວງຫຼວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ: ໄດ້ສຳເລັດການກວດກາແບບແຕ້ມລະອຽດ
ແລະ ຮັບຮອງແບບແຕ້ມເຕັກນິກ ແລ້ວ ປັດຈຸບັນ ກະຊວງແຜນການ ແລະ ການລົງທຶນ ພວມດຳເນີນເຈລະຈາເຊັນ
ສັນຍາສຳປະທານ.
3) ທາງດ່ວນ ແຕ່ ນະຄອນຫຼວງວຽງຈັນ ຫາ ປາກເຊ ແມ່ນໄດ້ແບ່ງ ເປັນ 5 ຊ່ວງ ຄື:
– ຊ່ວງທີ I: ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄຳໄຊ (ສຳເລັດການຮັບຮອງທາງດ້ານເສດຖະກິດ
ເຕັກນິກ).
– ຊ່ວງທີ II: ແຕ່ປາກຊັນ ແຂວງບໍລິຄໍາໄຊ ຫາ ທ່າແຂກ (ແຍກທາງເລກ 12) ແຂວງຄຳມ່ວນ.
– ຊ່ວງທີ III: ແຕ່ ທ່າແຂກ (ແຍກທາງເລກ 12) ແຂວງຄຳມ່ວນ ຫາ ແຂວງສະຫວັນນະເຂດ (ແຍກທາງເລກ
9B).
– ຊ່ວງທີ IV: ແຕ່ ແຂວງສະຫວັນນະເຂດ (ແຍກທາງເລກ 9B) ຫາ ແຂວງສາລະວັນ (ແຍກທາງເລກ 15).
– ຊ່ວງທີ V: ແຕ່ ແຂວງສາລະວັນ (ແຍກທາງເລກ 15) ຫາ ປາກເຊ, ແຂວງຈຳປາສັກ ແມ່ນຢູ່ໃນໄລຍະສຶກສາ
ຄວາມເປັນໄປໄດ້.
4) ໂຄງການທາງດ່ວນ (ແລວໃໝ່) ຂະໜານທາງເລກທີ 12 ແຕ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ແຕ່ເມືອງທ່າແຂກ
ຫາ ຊາຍແດນ ລາວ-ຫວຽດນາມ (ນາເພົ້າ-ຈໍຫຼໍ່) ແຂວງຄໍາມ່ວນ ແມ່ນສຳເລັດການຮັບຮອງທາງດ້ານເສດຖະກິດເຕັກ
ນິກ.
5) ໂຄງການທາງດ່ວນ (ແລວໃໝ່) ແຕ່ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານນາຊ່າງເຫຼັກ ເມືອງທຸລະ
ຄົມ ແຂວງວຽງຈັນ ແມ່ນສຳເລັດການຮັບຮອງທາງດ້ານເສດຖະກິດເຕັກນິກ, ປັດຈຸບັນ ຢູ່ໃນຂັ້ນຕອນສໍາຫຼວດ-
ອອກແບບ ລະອຽດຂອງໂຄງການ (Detail design).
ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ຍົກໃຫ້ເຫັນໝາກຜົນທີ່ໄດ້ຮັບຈາກການພັດທະນາທາງດ່ວນ ໂດຍສະເພາະທາງດ່ວນ ນະຄອນຫຼວງວຽງຈັນ ຫາ ບໍເຕ່ນ ຊ່ວງທີ 1 ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ ທີ່ໄດ້ກໍ່ສ້າງສຳເລັດ ແລະ ກຳລັງນຳໃຊ້ນັ້ນ ໄດ້ຮັບໝາກຜົນ ດັ່ງນີ້:
+ ໝາກຜົນທາງກົງ: ແມ່ນໄດ້ຈາກການແບ່ງປັນຜົນຕາມສັດສ່ວນໃນການຖືຮຸ້ນ ຊຶ່ງເປັນພາລະບົດບາດຂອງກະຊວງ ແຜນການ ແລະ ການລົງທຶນ ໃນນາມຄູ່ສັນຍາເປັນຜູ້ຕິດຕາມຄຸ້ມຄອງ.
+ ໝາກຜົນທາງອ້ອມ: ແມ່ນສະແດງອອກຈາກການຫຼຸດໄລຍະທາງ ແລະ ເວລາໃນການເດີນທາງຂອງປະຊາ ຊົນ (ແຕ່ເດີມໃຊ້ເວລາເດີນທາງ 4 ຊົ່ວໂມງ, ປັດຈຸບັນ ຂຶ້ນທາງດ່ວນໃຊ້ເວລາພຽງ 1 ຊົ່ວໂມງ), ຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງສິນຄ້າ, ຫຼຸດຜ່ອນຄວາມສ່ຽງການເກີດອຸບັດເຫດຈາກການຂັບຂີ່, ສ້າງຄວາມສະດວກໃນການເດີນທາງໄປມາຂອງ ປະຊາຊົນ ແລະ ອື່ນໆ.
+ ລາວຍັງໄດ້ເວົ້າສັ້ນໆກ່ຽວກັບຄວາມສໍາເລັດທີ່ປະຊາຊົນມີກ່ຽວກັບອຸດສາຫະກໍາກາຊີໂນອອນໄລນ໌. ແລະພຣະອົງໄດ້ສັງເກດເຫັນວ່າປະຊາຊົນຫຼາຍກວ່າແລະຫຼາຍແມ່ນສົບຜົນສໍາເລັດມັກຫຼີ້ນການນໍາໃຊ້ online casino that accept paypal