ປກສ ເມືອງສາມັກຄີໄຊ ທຳລາຍອາວຸດລ່າເນື້ອ, ເຄື່ອງມືຫາປາ ແລະ ພາຫະນະທີ່ຖືກດັດແປງ ຫລາຍກວ່າ 500 ລາຍການ

ແຫລ່ງຂ່າວແຂວງອັດຕະປື ລາຍງານ ວັນທີ 27 ມັງກອນ 2023 ນີ້ ວ່າ: ປກສ ເມືອງສາມັກຄີໄຊ ແຂວງ ແຂວງຕະປື ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ, ເຄື່ອງມືຫາປາ ແລະ ພາຫະນະທີ່ຖືກດັດແປງແບບຜິດກົດໝາຍ ປະກອບມີ: ປືນແກັບຈຳນວນ 440 ກະບອກ, ໝໍ້ຊ໋ອດ 41 ໜ່ວຍ ແລະ ພະຫະທີ່ຖືກດັດແປງອີກຈຳນວນໜຶ່ງ. ໃນນັ້ນມີທໍ່ດັດແປງ 58 ທໍ່, ຢາງນ້ອຍທີ່ບໍ່ໄດ້ມາດຖານ 50 ເສັ້ນ, ຕາສະປອດໄລ໋ຈຳນວນ 2 ອັນ.
ເພື່ອເພີ່ມທະວີ ເຂັ້ມງວດໃນການກວດກາລາດຕະເວນ ແລະ ໃຊ້ມາດຕະການຕໍ່ບຸກຄົນ, ກຸ່ມຄົນທີີ່ຫາປາຕາມລຳນ້ຳສາຍເຊ, ຫ້ວຍໜອງ, ຄອງບຶງຕ່າງໆດ້ວຍເຄື່ອງມືຜິດກົດໝາຍ, ທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.
ທ່ານ ພັທ ຕິກຄຳ ນາມແສນວົງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ແລະ ທ່ານ ພັຕ ຄຳໃບ ແກ້ວພາວົງ ຮອງພະແນກຕຳຫລວດເມືອງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມດຳລັດວ່າດ້ວຍກົດຈາລະຈອນທາງບົກ ສະບັບເລກທີ 615/ລບ, ລົງວັນທີ 9 ທັນວາ 2020, ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການຈາລະຈອນທາງບົກ, ຄໍາສັ່ງເລກທີ 1163/ຈຂ,ອປ ລົງວັນທີ 26 ກັນຍາ 2014 ວ່າດ້ວຍການກວດກາ, ຄຸ້ມຄອງວຽກງານອາຊີບພິເສດ-ພາຫະນະພິເສດໃນທົ່ວແຂວງອັດຕະປື, ຄຳສັ່ງຂອງທ່ານເຈົ້າເມືອງ ສະບັບເລກທີ 572/ຈມ ລົງວັນທີ 22 ທັນວາ 2022 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການສະກັດກັ້ນການລ່າເນື້ອ ແລະ ການນຳໃຊ້ເຄື່ຶອງມືຫາປາແບບຜິດກົດໝາຍ, ແຈ້ງການເຈົ້າເມືອງສະບັບເລກທີ 461/ຈມ, ລົງວັນທີ 5 ສິງຫາ 2022, ເລື່ອງເພີ່ມທະວີຄວາມເຂັ້ມງວດໃນການກວດກາລາດຕະເວນ ແລະ ໃຊ້ມາດຕະການຕໍ່ບຸກຄົນ,ກຸ່ມຄົນທີີ່ຫາປາຕາມລຳນ້ຳສາຍເຊ, ຫ້ວຍໜອງ, ຄອງບຶງຕ່າງໆດ້ວຍເຄື່ອງມືຜິດກົດໝາຍ, ທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.
ດັ່ງນັ້ນ, ກຳລັງ ປກສ ເມືອງ ຈຶ່ງໄດ້ເອົາໃຈໃສ່ໃນການກວດກາຄຸ້ມຄອງພົນລະເມືອງໃນການທຳມາຫາກິນ, ການດຳລົງຊີວິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ໂດຍສະເພາະແມ່ນການຕິດຕາມກວດກາ ແລະ ຢຶດອາວຸດລ່າເນື້ອ,ທາດແຕກ, ທາດລະເບີດ, ເຄື່ອງມືຊ໋ອດປາ ແລະ ພາຫະນະທີ່ຖືກດັດແປງ, ຈາກຜູ້ລະເມີດຕໍ່ລະບຽບກົດໝາຍເພື່ອນຳມາທຳລາຍຖິ້ມ.