ເຫັນຕ່າງແຟນບານ! ເດ ເກອາ ຊົມ ແມັກໄກວ ຟອມດີເກມບຸກ ເອົາຊະນະ ລີດສ ຢູໄນເຕັດ 2-0


ດາວິດ ເດ ເກອາ ຜູ້ຮັກສາປະຕູມືໜຶ່ງຂອງ ແມນເຊັສເຕີ ຢູໄນເຕັດ ໄດ້ຍົກຍ້ອງ ແຮຣີ ແມັກໄກວ ຫົວໜ້າທີມວ່າສະແດງຜົນງານໄດ້ຢ່າງໂດດເດັ່ນໃນນັດທີ່ເອົາຊະນະ ລີດສ ຢູໄນເຕັດ.
ກອງຫລັງທີມຊາດອັງກິດ ກັບມາລົງສະໜາມເປັນໂຕຈິງອີກຄັ້ງໃນນັດທີ່ ຜີສາດແດງ ເອົາຊະນະ ລີດສ ຢູໄນເຕັດ 2-0 ແລະ ຍັງມີຄວາມຜິດພາດບາງຈັງຫວະ ຈົນເຮັດໃຫ້ແຟນບານໃນສື່ສັງຄົມອອນລາຍວິຈານຢ່າງໜັກ ແນວໃດກໍ່ຕາມ, ນັກຮັບຊາວສະເປນໄດ້ປະຕິເສດການວິພາກວິຈານ ເມື່ອລາວເວົ້າວ່າການສະແດງຜົນງານຂອງຫົວຫນ້າດີເລີດ ແລະ ມີບົດບາດສໍາຄັນໃນການຊ່ວຍບໍ່ໃຫ້ເສຍປະຕູ.
“ພວກເຮົາຮູ້ວ່າຖ້າຫາກວ່າພວກເຮົາຮັກສາກຣີນຊີບໄດ້ພວກເຮົາຈະຊະນະເກມນີ້ ແລະ ພວກເຮົາສາມາດເຮັດໄດ້ ພວກເຮົາຕໍ່ສູ້ກັນຈົນເຖິງທີ່ສຸດ”
“ແຮຣີ ແມັກໄກວ ລາວບໍ່ໄດ້ລົງຫລິ້ນຫລາຍເທົ່າທີ່ຄວນ ລາວໄດ້ລົງຫລິ້ນໃນເກມນີ້ ແລະ ຫລິ້ນໄດ້ຢ່າງມະຫັດສະຈັນ ນັ້ນໝາຍຄວາມວ່າພວກເຮົາມີທີມທີ່ເຂັ້ມແຂງ ແລະ ພວກເຮົາມີຄວາມສຸກ” ເດ ເກອາ ກ່າວ