ເສືອເຫລືອງ ສວນລູກດຽວຈົບ ເຊວຊີ ບຸກໄປເສຍ ດັອດມຸນ 0-1 16 ທີມ ນັດທຳອິດແຊ້ມປຽນລີກ

- SEI144361758 scaled e1676521916753 - ເສືອເຫລືອງ ສວນລູກດຽວຈົບ ເຊວຊີ ບຸກໄປເສຍ ດັອດມຸນ 0-1 16 ທີມ ນັດທຳອິດແຊ້ມປຽນລີກ
- kitchen vibe - ເສືອເຫລືອງ ສວນລູກດຽວຈົບ ເຊວຊີ ບຸກໄປເສຍ ດັອດມຸນ 0-1 16 ທີມ ນັດທຳອິດແຊ້ມປຽນລີກ

ບານເຕະເອີຣົບ ຢູຟາ ແຊ້ມປ້ຽນລີກ ກັບມາລົງເຕະກັນອີກຄັ້ງໃນຮອບ 16 ທີມນັດທຳອິດ ເກມທີ່ໜ້າສົນໃຈປະຈຳວັນ ໂບຣຸສເຊຍ ດັອດມຸນ ທີມແຂງຈາກ ບຸນເດສ ລິກາ ເຢຍລະມັນ ເປີດບ້ານຕ້ອນຮັບການມາຢາມຂອງ ເຊວຊີ ທີມດັງຂອງ ຂອງ​ພຣີເມຍລີກ ອັງກິດ.

ຮູບເກມທັງສອງທີມຫລິ້ນກັນໄດ້ຢ່າງເທົ່າທຽມ ຄອບຄອງສະເໝີກັນ ແຕ່ບໍ່ສາມາດຍິງໄດ້ໃນເຄິ່ງເວລາທຳອິດ ຈົນມາຮອດເຄິ່ງເວລາທີ 2 ດັອດມຸນ ໄດ້ປະຕູຂຶ້ນນຳໃນນາທີ 63, ຈາກຈັງຫວະສວນກັບ ຄາຣິມ ອາດີຍາມີ ແລ່ນດ້ວຍຄວາມໄວຫລຸດເຂົ້າໄປດວນຜູ້ຮັກສາປະຕູ ເຄປາ ອາຣິຊາບາລາກາ ຍິງເຂົ້າປະຕູ 1-0 ກ່ອນທີ່ຈະເປັນປະຕູທີ່ສົ່ງໃຫ້ ດັອດມຸນ ຊະນະໃນບ້ານຂອງຕົນເອງໄປກ່ອນໃນນັດທຳອິດ.

ເຖິງວ່າຈະບຸກໄປເສຍກ່ອນຄັ້ງທໍາອິດ, ເຊວຊີ ຍັງມີໂອກາດແກ້ຕົວໃນເກມທີສອງ. ເຊິ່ງຈະກັບມາເປີດບ້ານສະແຕມຟອດ ບຣິດ ຕ້ອນຮັບ “ເສືອເຫລືອງ” ໃນວັນທີ 7 ມີນານີ້ ເພື່ອລຸ້ນເຂົ້າຮອບ 8 ທີມສຸດທ້າຍ.

- 5 - ເສືອເຫລືອງ ສວນລູກດຽວຈົບ ເຊວຊີ ບຸກໄປເສຍ ດັອດມຸນ 0-1 16 ທີມ ນັດທຳອິດແຊ້ມປຽນລີກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!