ເຈົ້າຄອງນະຄອນຫລວງ ເນັ້ນໃຫ້ເຈົ້າໜ້າທີ່ຕຳຫລວດຈະລາຈອນ ເພີ່ມທະວີແກ້ໄຂບັນຫາລົດອັ່ງອໍແອອັດ ແລະ ການຈອດລົດຊະຊາຍ

- WhatsApp Image 2023 02 16 at 11 - ເຈົ້າຄອງນະຄອນຫລວງ ເນັ້ນໃຫ້ເຈົ້າໜ້າທີ່ຕຳຫລວດຈະລາຈອນ ເພີ່ມທະວີແກ້ໄຂບັນຫາລົດອັ່ງອໍແອອັດ ແລະ ການຈອດລົດຊະຊາຍ
- kitchen vibe - ເຈົ້າຄອງນະຄອນຫລວງ ເນັ້ນໃຫ້ເຈົ້າໜ້າທີ່ຕຳຫລວດຈະລາຈອນ ເພີ່ມທະວີແກ້ໄຂບັນຫາລົດອັ່ງອໍແອອັດ ແລະ ການຈອດລົດຊະຊາຍ

ວັນທີ 14 ກຸມພາ 2023 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ລົງພົບປະໂອ້ລົມ ແລະ ຊີ້ນຳວຽກງານຈະລາຈອນ ນວ, ໂດຍມີ ທ່ານ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫລວດຈະລາຈອນ ທົ່ວ ປກສ ນວ ເຂົ້າຮ່ວມ.
ໃນພິທີ, ທ່ານ ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າຫ້ອງຕຳຫລວດ ປກສ ນວ ໄດ້ຂຶ້ນຜ່ານບົດສະຫລຸບປະຈຳປີ 2022 ແລະ ທິດທາງແຜນການໃນປີ 2023 ໂດຍໄດ້ໃຫ້ຮູ້ວ່າ: ໃນປີ 2022 ທົ່ວ ນວ ມີອຸບັດຕິເຫດເກີດຂຶ້ນທັງໝົດ 1.072 ກໍລະນີ, ພາຫະນະເປ່ເພເລັກນ້ອຍ 580 ຄັນ, ພາຫະນະເປ່ເພສົມຄວນ 1.325 ຄັນ, ພາຫະນະໃຊ້ການບໍ່ໄດ້ 1 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 318 ຄົນ, ຄົນໄດ້ຮັບບາດເຈັບສົມຄວນ 57 ຄົນ, ຄົນໄດ້ຮັບບາດເຈັບສາຫັດ 252 ຄົນ ແລະ ຄົນເສຍຊີວິດ 183 ຄົນ.
ພ້ອມດຽວກັນນີ້, ທ່ານ ເຈົ້າຄອງງນະຄອນຫລວງ ໄດ້ໂອ້ລົມໂດຍເນັ້ນໃຫ້ ເພີ່ມທະວີສືບຕໍ່ແກ້ໄຂບັນຫາລົດອັ່ງອໍແອອັດຕາມທ້ອງຖະໜົນ, ການຈອດລົດຊະຊາຍ ແລະ ບັນຫາອຸບັດຕິເຫດຕາມທ້ອງຖະໜົນໃຫ້ຫລຸດໜ້ອຍຖ້ອຍລົງເທື່ອລະກ້າວ; ສືບຕໍ່ເຝິກຝົນຫລໍ່ຫລອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຈັນຍາບັນ-ຈັນຍາທໍາຕໍ່ທີ່ໜ້າທີ່ຮັບຜິດຊອບຂອງຕົນເອງ, ມີຄວາມເສຍສະຫລະເພື່ອປະເທດຊາດເພື່ອປະຊາຊົນດ້ວຍຄວາມບໍລິສຸດໃຈ ແລະ ມີທັດສະນະມະຫາຊົນຢ່າງຖືກຕ້ອງ; ເອົາໃຈໃສ່ປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ມະຕິ, ຄຳສັ່ງ, ລະບຽບ, ກົດໝາຍ ແລະ ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕົວຈິງ; ປັບປຸງຂອດການປະສານງານໃຫ້ກົມກຽວ ໂດຍສະເພາະປະສານກັບພາກສ່ວນອື່ນເພື່ອໃຫ້ວຽກງານມີຄວາມສະດວກຄ່ອງຕົວ; ສືບຕໍ່ວຽກງານໂຄສະນາທາງດ້ານກົດລະບຽບການສັນຈອນໃຫ້ຜູ້ສັນຈອນຢ່າງທົ່ວເຖິງ, ຖືກເປົ້າໝາຍດ້ວຍສື່ໂທລະພາບ, ໜັງສືພິມ, ວິທະຍຸ, ໂທລະໂຄ່ງປະຈຳບ້ານ ແລະ ລົງເຄື່ອນໄຫວຕາມສຳນັກງານ, ອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ ແລະ ສະຖານທີ່ຊຸມຊົນຕ່າງໆໃຫ້ທົ່ວເຖິງ.

- 4 - ເຈົ້າຄອງນະຄອນຫລວງ ເນັ້ນໃຫ້ເຈົ້າໜ້າທີ່ຕຳຫລວດຈະລາຈອນ ເພີ່ມທະວີແກ້ໄຂບັນຫາລົດອັ່ງອໍແອອັດ ແລະ ການຈອດລົດຊະຊາຍ
- Visit Laos Visit SALANA BOUTIQUE HOTEL - ເຈົ້າຄອງນະຄອນຫລວງ ເນັ້ນໃຫ້ເຈົ້າໜ້າທີ່ຕຳຫລວດຈະລາຈອນ ເພີ່ມທະວີແກ້ໄຂບັນຫາລົດອັ່ງອໍແອອັດ ແລະ ການຈອດລົດຊະຊາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!