ພະນັກງານບຳນານ ຈະໄດ້ຮັບເງິນອຸດໜູນ 150.000 ກີບ ຢ້ອນຫລັງເດືອນມັງກອນ ແລະ ໄດ້ປົກກະຕິເລີ່ມເດືອນກຸມພາ 2023 ເປັນຕົ້ນໄປ


ວັນທີ 17 ກຸມພາ 2023 ຜ່ານມານີ້ ອອກຂໍ້ຕົກລົງວ່າ ດ້ວຍການຈັດຕັ້ງປະຕິບັດ ເງິນອຸດໜູນຄ່າຄອງຊີບ ໂດຍອີງຕາມ ກົດຫມາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ, ລົງວັນທີ 27 ມິຖຸນາ 2018; ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການປະກັນສັງຄົມແຫ່ງຊາດ ສະບັບ ເລກທີ 0897/ຮສສ, ລົງວັນທີ 22 ພຶດສະພາ 2020; ອີງຕາມ ຫນັງສືແຈ້ງການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1758/ຫສນຍ, ລົງວັນທີ 28 ພະຈິກ 2022 ຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ ຕົກລົງ:
ມາດຕາ 1 ອະນຸມັດໃຫ້ພະແນກຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ດໍາເນີນການປັບປຸງລະບົບໂປຣແກຣມອຸດໜູນ ປະກັນສັງຄົມ ໄລຍະຍາວພາກລັດ ໃຫ້ຮອງຮັບການເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ພະນັກງານບໍານານ ເລີ່ມເດືອນ ກຸມພາ 2023 ເປັນຕົ້ນໄປ ພ້ອມທັງຄິດໄລ່ຢ້ອນຫຼັງເງິນອຸດໜູນຄ່າຄອງຊີບ ສໍາລັບ ເດືອນ ມັງກອນ 2023.
ມາດຕາ 2 ມອບໃຫ້ພະແນກອຸດໜູນ ແລະ ຫ້ອງການປະກັນສັງຄົມແຂວງ-ນະຄອນຫຼວງ ດໍາເນີນການກວດກາ ຄືນຈໍານວນເງິນເດືອນບໍານານ ພາຍຫຼັງການເພີ້ມເງິນອຸດໜູນຄ່າຄອງຊີບ ໃຫ້ຖືກຕ້ອງຕາມລະບຽບຫຼັກການທີ່ນໍານົດໄວ້.
ມາດຕາ 3 ພະແນກຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ, ພະແນກອຸດຫນຸນ ແລະ ຫ້ອງການປະກັນສັງຄົມແຂວງ ນະຄອນຫຼວງ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ ຕາມຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.
ມາດຕາ 4 ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ວັນທີລົງລາຍເຊັນ ເປັນຕົ້ນໄປ.