ແມນຢູ ດວນ ຟູແລັມ ແມນ ຊິຕີ້ ພົບ ເບີນລີ່ ເອຟເອຄັບ ຮອບ 8
March 2, 2023 - 12:30 PM
ຜົນຈັບສະຫລາກການແຂ່ງຂັນ FA Cup ຮອບກ່ອນຮອງຊະນະເລີດອອກມາແລ້ວ ຜົນປະກົດວ່າ 2 ທີມດັງຈາກ ພຣີເມຍລີກ ຍັງບໍ່ທັນພົບກັນເທື່ອ.
ໃນຮອບນີ້ມີທີມຈາກ ພຣີເມຍລີກ ມາພົບກັນພຽງທີມດຽວຄື ແມນເຊັສເຕີ ຢູໄນເຕັດ ຈະເປີດບ້ານພົບກັບ ຟູແລັມ.
ຂະນະທີ ແມນເຊັສເຕີ ຊິຕີ້ ຈະເປັນເຈົ້າພາບພົບກັບ ເບີນລີ່ ທີມຈາກແຊ້ມປຽນຊິບ, ທີ່ຄຸມທີມໂດຍ ວິນເຊັນ ກອມປານີ ອະດີດກອງຫລັງຂອງ ແມນເຊັສເຕີ ຊິຕີ້. ເຊິ່ງຈະກັບຄືນມາຢ້ຽມຢາມບ່ອນເກົ່າອີກດ້ວຍ.
ຜົນຈັບສະຫລາກການແຂ່ງຂັນ FA Cup ຮອບກ່ອນຮອງຊະນະເລີດ
ແມນເຊສເຕີ ຢູໄນເຕັດ – ຟູແລັມ
ເຊັຟຟີວ – ແບຣັກເບີນ
ໄບຣຕັນ – ກຣິມບີ້
ແມນເຊັສເຕີ ຊິຕີ້ – ເບີນລີ
ສຳລັບການແຂ່ງຂັນຮອບ 8 ທີມສຸດທ້າຍ ຈະຈັດຂຶ້ນໃນທ້າຍອາທິດຂອງວັນທີ 18-19 ມີນານີ້.