4 ນັກກິລາເປຕັງທີມຊາດລາວ ກຽມຮ່ວມຊີງແຊ໊ມລາຍການໃຫຍ່ ທີ່ຫວຽດນາມ ກາງເດືອນນີ້
September 13, 2017 - 4:36 PM




ສຳລັບລາຍການດັ່ງກ່າວ ຈະມີການຊີງໄຊກັນທັງໝົດ 4 ປະເພດຄື: ປະເພດທີມຊຸດ ຊາຍ-ຍິງ ແລະ ຊຸດຕິ້ງຊາຍ- ຍິງ ຄາດວ່າຈະມີ 10 ກວ່າປະ ເທດໃນຂົງເຂດທະວີບເອເຊຍ ເຂົ້າຮ່ວມແຂງຂັນ ແຕ່ສຳລັບ ສະຫະພັນເປຕັງແຫ່ງຊາດ ລາວ ຈະໄດ້ສົ່ງ 2 ປະເພດ ຄື: ປະເພດທີມຊຸດຊາຍ ແລະ ຊຸດ ຕິ້ງຊາຍ. ສ່ວນປະເພດຍິງ ແມ່ນບໍ່ໄດ້ສົ່ງເຂົ້າຮ່ວມຍ້ອນ ງົບປະມານມີຈຳກັດ. ເຖິງ ຢ່າງໃດກໍຕາມ ປັດຈຸບັນນັກ ກິລາ 4 ຄົນດັ່ງກ່າວແມ່ນໄດ້ສື ຕໍ່ເກັບໂຕເຝິກຊ້ອມຢູ່ທີ່ສະ ໜາມກິລາເປຕັງແຫ່ງຊາດ (ວິທະຍາເຂດດົງໂດກ) ນະ ຄອນຫຼວງວຽງຈັນ ແລະ ຈະ ເລີ່ມອອກເດີນທາງໃນວັນທີ 14 ກັນຍານີ້.
ສຳລັບລາຍຊື່ຄະນະນຳ, ຄູ່ເຝິກ ແລະ ນັກກິລາ ຊຸດເຂົ້າ ຮ່ວມແຂ່ງຂັນລາຍການດັ່ງ ກ່າວປະກອບມີ ທ່ານ ຄຳຫຼ້າ ວິນໄລທອງ ປະທານສະຫະ ພັນເປຕັງແຫ່ງຊາດລາວ ເປັນ ຄະນະນຳ, ທ່ານ ແສງເພັດ ສີ ບຸນເຮືອງ ຄູເຝິກ. ສ່ວນນັກກິ ລາມີ ທ້າວ ໂຊກອານັນ ຟອງ ສານຸວົງ, ທ້າວ ພຸດທະລາ ແກ້ວກັນນິກາ, ທ້າວ ຄຳເຫຼັກ ໄຊຍະແສງ ແລະ ທ້າວ ຂະລຸຍ ເພັດວາລີ.