ເກີດເຫດການຟ້າຜ່າ ຢູ່ແຂວງຫລວງພະບາງ ເຮັດໃຫ້ງົວປະຊາຊົນຕາຍຫລາຍກວ່າ 10 ໂຕ ແລະ ມີຜູ້ເສຍຊີວິດ 1 ຄົນ


ຕອນບ່າຍຂອງວັນທີ 8 ພຶດສະພາ 2023 ຜ່ານມາ, ເກີດມີຟ້າຝົນ, ລົມແຮງ, ຟ້າເຫລື້ອມຟ້າຜ່າ ຫລາຍຈຸດພາຍໃນເມືອງປາກອູ ແຂວງຫລວງພະບາງ ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນຜູ້ທີ່ທຳການຜະລິດ, ເປັນຕົ້ນ ສັດລ້ຽງ ປະເພດງົວ ຂອງປະຊາຊົນຢູ່ເຂດບ້ານຫ້ວຍມາດ ເມືອງປາກອູ ຕາຍ 14 ໂຕ ລວມມູນຄ່າການເສຍຫາຍທັງໝົດ 85,000,000 ລ້ານກວ່າກີບ, ເຫດການທີ່ເກີດຂື້ນໃນຄັ້ງນີ້ ສ້າງຄວາມເສຍຫາຍຢ່າງໜັກໜ່ວງ, ເຮັດໃຫ້ປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວມີຄວາມຕື່ນຕົກໃຈ.
ໃນວັນດຽວດກັນນີ້ ໄດ້ມີເຫດການຟ້າຜ່າພາຍໃນເຂດບ້ານປາກຫ້ວຍຄໍ້ ເມືອງຈອມເພັດ ເຮັດໃຫ້ປະຊາຊົນເສຍຊີວິດ 1 ຄົນ ແລະບາດເຈັບອີກ 2 ຄົນ. ຈາກການບອກເລົ່າຂອງ ທ້າວ ທອງຫລີ ຜູ້ເຫັນເຫດການໃຫ້ຮູ້ວ່າໃນ ວັນທີ 8 ພຶດສະພາ 2023 ນີ້ ຕົນເອງ ແລະ ປະຊາຊົນພາຍໃນບ້ານປາກຫ້ວຍ ຈຳນວນ 12 ຄົນ ໄດ້ພາກັນລ້ອມຮົ້ວສວນ ພໍຮອດຕອນບ່າຍເວລາປະມານ 14 ໂມງ ໄດ້ເກີດມີລົມພັດແຮງ ແລະ ເກີດມີຝົນຕົກໜັກ, ຟ້າຮ້ອງ ຟ້າເຫລື້ອມ ຕິດຕໍ່ກັນເປັນເວລາຫລາຍຊົ່ວໂມງ ຈົນເຮັດໃຫ້ເກີດມີຟ້າຜ່າ ຈາກເຫດການດັ່ງກ່າວເຮັດໃຫ້ມີຜູ້ ເສຍຊີວິດຈຳນວນ 1 ຄົນ ເປັນເພດຍິງ ແລະ ບາດເຈັບອີກ 2 ຄົນ, ປັດຈຸບັນກຳລັງຮັກສາປິ່ນປົວຢູ່ໂຮງໝໍ, ຈາກເຫດການທີ່ເກີດຂື້ນ ຕອນເຊົ້າຂອງວັນທີ 9 ພຶດສະພາ ການນຳເມືອງ ຈອມເພັດນຳໂດຍ ທ່ານ ສາຍສະໝອນ ສາລິວົງ ເຈົ້າເມືອງຈອມເພັດ ໄດ້ລົງຊຸກຍູ້ຊ່ວຍເຫຼືອຄອບຄົວຜູ້ປະສົບເຄາະຮ້າຍ ໃນນັ້ນ ໄດ້ມອບເງີນ 2.000.000 ກີບ ແລະເຂົ້າສານ 80 ກິໂລ ໃຫ້ຄອບຄົວຜູ້ປະສົບເຄາະຮ້າຍ.
ຂ່າວ: ບຸນໂຮມ ອິນທະນີ ຖວທ ເມືອງປາກອູ ແລະ ວັນທອງ ຖວທ ເມືອງຈອມເພັດ