ຮອງນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ໄຫວ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ

- sonxay siphandon2 - ຮອງນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ໄຫວ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ
- kitchen vibe - ຮອງນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ໄຫວ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ

- sonxay siphandon2 - ຮອງນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ໄຫວ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ

ໃນ​ວັນ​ທີ 7 ມິຖຸນາຜ່ານມານີ້, ທ່ານ ສອນ​ໄຊ​ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ​ໄດ້​ໄປ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ແຂວງ​ຈຳປາ​ສັກ, ​ເຊິ່ງມີທ່ານ ບຸນ​ຖອງ ດີ​ວິ​ໄຊ ​ເຈົ້າ​ແຂວງໆຈຳປາ​ສັກ ພ້ອມ​ດ້ວຍຄະນະ​ນຳ​ແຂວງ​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ.

- Visit Laos Visit SALANA BOUTIQUE HOTEL - ຮອງນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ໄຫວ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ
- Visit Laos Visit SALANA BOUTIQUE HOTEL - ຮອງນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ໄຫວ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ

ໂອກາດ​ນີ້, ທ່ານ ສອນ​ໄຊ ສີ​ພັນ​ດອນ ກໍ​ໄດ້ພົບປະໂອ້ລົມການນໍາ ແລະ ພະນັກງານຫລັກແຫລ່ງແຂວງ, ຊຶ່ງໄດ້ຍົກໃຫ້ເຫັນ​ບາງ​ບັນຫາທີ່​ຈະ​ໄດ້​ພ້ອມ​ກັນ​ເອົາ​ໃຈ​ໃສ່​ແກ້​ໄຂຄື: ​ໃຫ້ເອົາ​ໃຈ​ໃສ່​​ກວດກາ​ຕິດຕາມ​ບັນຫາ​ການ​ລັກລອບຕັດໄມ້ທໍາລາຍປ່າ, ກວດຄືນ​ຂອດ​ບໍລິການທີ່​ມີຫລາຍຈຸດ-ຫລາຍປ່ອງ ອັນ​ເປັນ​ການ​ສ້າງ​ຂໍ້​ຫຍຸ້ງຍາກ​ໃຫ້​ແກ່​ນັກ​ລົງທຶນ, ສືບຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ກັບ​ບັນດາ​ປະ​ເທດ​ອ້ອມ​ຂ້າງ, ພ້ອມສຸມໃສ່ພັດທະນາ​ເສດຖະກິດໃຫ້ສື​ບຕໍ່ຂະຫຍາຍຕົວ​ບໍ່ຫລຸດ 7% ແລະ ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ໂຄງການ​ລົງທຶນ​ຂອງ​ລັດ, ​ເພີ່ມ​ທະວີ​ວຽກງານ​ກວດ​ສອບ ​ແລະ ມີ​ມາດ​ຕະການ​ແກ້​ໄຂຢ່າງ​ເຂັ້ມງວດ, ສ້າງ​ເງື່ອນ​ເອື້ອອຳນວຍ​ໃຫ້​ແກ່​ການ​ດຳ​ເນີນ​ທຸລະ​ກິດ, ສ້າງ​ລະບົບ​ປະຕູ​ດຽວ ແລະ ​​ເພີ່ມ​ທະວີ​ການ​ປະສານ​ງານ​ໃຫ້ຫລາຍ, ​ວ່ອງ​ໄວ, ກວດຄືນ​ການຈັດຕັ້ງປະຕິບັດ​ຄຳ​ສັ່ງ​ເລກທີ 474/ນຍ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ, ສຸມ​ໃສ່​ຈັດຕັ້ງປະຕິບັດ​ການ​ເກັບ​ລາຍ​ຮັບງົບປະມານ, ຊຸກຍູ້​ການ​ລົງທຶນ ແລະ ​ກຸ່ມ​ການ​ຜະລິດຕ່າງໆ​ໃຫ້​ມີ​ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວມີປະສິດທິຜົນ, ຕິດຕາມ​ກວດກາ​ບັນດາ​ໂຄງການ​ໃຫຍ່ຢູ່​ໃນ​ແຂວງໃຫ້ເຄື່ອນໄຫວຖືກຕ້ອງ

ຕາມລະບຽບກົດໝາຍ, ພ້ອມເອົາໃຈໃສ່ພັດທະນາວຽກງານ​ວັດທະນະທຳ-​ສັງຄົມ ຕິດ​ພັນ​ກັບ​ການ​ສ້າງ​ຮາກ​ຖານ​ການ​ເມືອງ ​ແລະ ບັນດາ​ທ່າ​ແຮງ​ບົ່ມຊ້ອນຂອງ​ແຂວງ, ​​ໂດຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ, ​ເອົາ​ໃຈ​ໃສ່​ການຈັດ​ສັນ​ພູມລຳ​ເນົາ ​ແລະ ອາຊີບໝັ້ນທ່ຽງ, ພ້ອມ​ກັນ​ຈັດຕັ້ງປະຕິບັດ​ເປົ້າໝາຍພັດທະນາ​ແບບ​ຍືນ​ຍົງ (SDGs), ສືບຕໍ່ປັບປຸງ​ກົງຈັກ​ການຈັດຕັ້ງ, ກວດຄືນ​ການຈັດຕັ້ງ​ປະຕິບັດ​ບັນດາ​ນິຕິ​ກຳທີ່​ສູນ​ກາງ​ວາງ​ອອກ​ໃນ​​ໄລຍະຜ່ານ​ມາໃຫ້ປະກົດຜົນເປັນຈິງ.

ພ້ອມ​ນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ກໍໄດ້ໄປຢ້ຽມຢາມ​ຊຸກຍູ້​ໂຄງການ​ກໍ່ສ້າງ​ເຂດ​ນິຄົມ​ອຸດສາຫະກຳປາກ​ເຊ-​ຍີປຸ່ນ ທີ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນປີ 2015 ມີ​ເນື້ອທີ່​ທັງໝົດ 195 ​ເຮັກຕາ, ມີ​ໄລຍະ​ສຳ​ປະທານ 50 ປີ, ​ໂດຍ​ນຳ​ໃຊ້​ທຶນ​ທັງໝົດ 62,5 ລ້ານ​ໂດ​ລາ​ສະຫະລັດ ເພື່ອສ້າງ​ເປັນ​ນິຄົມ​ອຸດສາຫະກຳດຶງ​ດູດ​ການ​ລົງທຶນ​ຈາກ​ປະ​ເທດ​ຍີ່ປຸ່ນ ​ແລະ ສ້າງ​ໃຫ້​ເປັນ​ເຂດ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ຈາກນີ້ກໍໄດ້​ໄປ​ຢ້ຽມຢາມ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ເຊ​ນ້ຳນ້ອຍ 2 – ​ເຊ​ກະ​ຕຳ 1 ທີ່​ມີ​ກຳລັງ​ຕິດຕັ້ງ 20,1 ​ເມັກ​ກາ​ວັດ, ​ຢ້ຽມຢາມການ​ປູກໝາກໜອດ​ເປັນ​ສິນຄ້າຂອງ​ບໍລິສັດ ດ້າຖັງ ​ໃນ​ກຸ່ມ​ບໍລິສັດ ຮວ່າງ​ແອ​ງຢາ​ລາຍ ສສ ຫວຽດນາມ, ​ເຊິ່ງ​ເປັນ 1 ​ໃນ 4 ກິດຈະກຳ​ພົ້ນ​ເດັ່ນຂອງ​ບໍລິສັດ​ດັ່ງກ່າວໃນ​ເນື້ອທີ່​ 870 ກວ່າ​ເຮັກຕາ.

 

 

- 4 - ຮອງນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ໄຫວ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ
- 3 - ຮອງນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ໄຫວ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ
- 5 - ຮອງນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ໄຫວ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ