ຈັບເດັກນ້ອຍອາຍຸ 13 ປີ ລັກຊັບ ມູນຄ່າ 88 ລ້ານກວ່າກີບ
ຕາມການລາຍງານ ຂອງເຈົ້າໜ້າທີ່ ປກສ ເມືອງ ໂພນທອງໃຫ້ຮູ້ວ່າ: ໃນວັນທີ 13 ພຶດສະພາ 2023 ຜ່ານມາໄດ້ມີພົນລະເມືອງເຂົ້າມາແຈ້ງຄວາມກັບເຈົ້າໜ້າທີ່ວ່າ: ໄດ້ມີຄົນບໍ່ດີຈຳນວນ 1 ຄົນ ເຂົ້າມາລັກຊັບຢູ່ພາຍໃນເຮືອນຂອງຕົນເອງ ເຊິ່ງໃນນັ້ນມີເງິນກີບຈຳນວນ 30 ລ້ານກີບ, ຄຳ 3 ບາດ, ໂທລະສັບ 2 ໜ່ວຍ ລວມມູນຄ່າເສຍຫາຍທັງໝົດ 88 ລ້ານກີບ, ພາຍຫລັງໄດ້ຮັບແຈ້ງຄວາມແລ້ວ ເຈົ້າໜ້າທີ່ວິຊາສະເພາະເມືອງ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນຫລັກຖານຕົວຈິງ ເຫັນວ່າ ພົບຂໍ້ມູນ ແລະ ຊອກຫາເປົ້າໝາຍທີ່ກໍ່ເຫດ, ສະນັ້ນ ວັນທີ 15 ພຶດສະພາ 2023 ຈຶ່ງສາມາດກັນຕົວຜູ້ກໍ່ເຫດຊື່ທ້າວ ອາຄົມ ອາຍຸ 13 ປີ ປະຊາຊົນ ບ້ານນາຫວ້າ ເມືອງໂພນທອງ ແຂວງຈຳປາສັກ ມາສືບສວນສອບສວນດຳເນີນຄະດີ ພ້ອມເກັບກູ້ຂອງກາງມີ ສາຍແຂນ, ສາຍຄໍຄຳ ນ້ຳໜັກ 3 ບາດ, ເງິນກີບ 10 ລ້ານກວ່າກີບ, ໂທລະສັບ 2 ໜ່ວຍ ສ່ວນທີ່ເຫລືອຜູ້ກ່ຽວໄດ້ເອົາໄປໃຊ້ຈ່າຍກິນຟຸມເຟືອຍຈົນໝົດ.
ຜ່ານການສືບສວນສວບສວນຂອງເຈົ້າໜ້າທີ່ວິຊາສະເພາະຜູ້ກ່ຽວຍອມຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບແທ້ ແລະ ເຄື່ອນໄຫວລັກມາແລ້ວຫລາຍຄັ້ງ ນອກນັ້ນຍັງໄດ້ເຄື່ອນໄຫວ ເສບຢາເສບຕິດ ຕໍ່ການກະທຳຜິດດັ່ງກ່າວ ເປັນການກະທຳຜິດຂອງເດັກ ທີ່ມີອາຍຸຕໍ່າກວ່າ 15 ປີ.