ຟີລິບປິນອະນຸມັດໂຄງການ ລົດໄຟໃຕ້ດິນຄັ້ງທຳອິດ




ຄະນະກຳມະການຫຼາຍໜ່ວຍງານຂອງຟີລິບປິນ ທີ່ມີປະທານາທິບໍດີ ໂຣດຣິໂກ ດູເຕີເຕ ເປັນປະທານ ອະນຸມັດ 4 ໂຄງການສາທາລະນຸປະໂພກສຳຄັນ ລວມມູນຄ່າ 386.000 ລ້ານເປໂຊ ລວມທັງການກໍ່ສ້າງຖະໜົນ, ຂົວ ແລະ ລົດໄຟໃຕ້ດິນຄັ້ງທຳອິດຂອງປະເທດ.
ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫລວງມະນິລາ ປະເທດຟີລິບປິນ ໃນວັນທີ 13 ກັນຍາວ່າ: ຟີລິບປິນ ໜຶ່ງໃນປະເທດທີ່ເສດຖະກິດເຕີບໃຫຍ່ໄວທີ່ສຸດໃນໂລກ ພວມຍົກລະດັບລະບົບສາທາລະນຸປະໂພກທີ່ຫຼ້າສະໄໝ ເພື່ອເພີ່ມປະສິດທິພາບການແຂ່ງຂັນ, ສ້າງວຽກ ແລະ ດຶງດູດບໍລິສັດຕ່າງປະເທດໃຫ້ມາລົງທຶນຢູ່ຟີລິບປິນ.


ທ່ານ ເອີເນສໂຕ ເພີນີ ລັດຖະມົນຕີກະຊວງວາງແຜນເສດຖະກິດ ແລະ ສັງຄົມຟີລິບປິນ ເປີດເຜີຍໃນວັນທີ 13 ກັນຍາວ່າ: ການອະນຸມັດ ແລະ ການສຳເລັດໂຄງການ ຈະປູທາງໃຫ້ຟີລິບປິນບັນລຸເປົ້າໝາຍໃນໄລຍະກາງ ແລະ ໄລຍະຍາວ.
ການອະນຸມັດຫຼ້າສຸດເຮັດໃຫ້ຈຳນວນໂຄງການທີ່ຜ່ານການອະນຸມັດເພີ່ມຂຶ້ນເປັນ 35 ໂຄງການ ລວມມູນຄ່າ 1,2 ຕື້ເປໂຊ ນັບແຕ່ທ່ານ ດູເຕີເຕ ຂຶ້ນດຳລົງຕຳແໜ່ງໃນເດືອນກໍລະກົດ 2016.


ແຜນການໃຫຍ່ສຸດທີ່ອະນຸມັດ ຄືໂຄງການລົດໄຟໃຕ້ດິນມະຫານະຄອນມະນິລາ ມູນຄ່າ 355.600 ລ້ານເປໂຊ ເຊິ່ງຈະເປັນລົດໄຟໃຕ້ດິນເສັ້ນທຳອິດຂອງປະເທດ ທີ່ຖືກເບິ່ງວ່າເປັນຄວາມຈຳເປັນຮີບດ່ວນ ເພື່ອແກ້ໄຂບັນຫາການຈະລາຈອນຕິດຂັດ ໂດຍໂຄງການນີ້ໄດ້ຮັບເງິນທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ແລະ ການກໍ່ສ້າງຄາດວ່າຈະເລີ່ມໃນຕົ້ນປີໜ້າ, ສ່ວນໂຄງການອື່ນໆ ປະກອບມີການກໍ່ສ້າງຂະຫຍາຍເສັ້ນທາງຢູ່ພາກໃຕ້ ມູນຄ່າ 21.200 ລ້ານເປໂຊ, ການກໍ່ສ້າງຂົວຫຼາຍແຫ່ງຢູ່ນະຄອນຫຼວງມະນິລາ ມູນຄ່າ 6.000 ລ້ານເປໂຊ ແລະ ການປັບປຸງລະບົບຊົນລະປະທານ ມູນຄ່າ 3.500 ລ້ານເປໂຊ.