ແອວກໍຮໍສົ່ງຜົນຕໍ່ພັດທະນາການຂອງເດັກໄດ້ເຖິງວ່າຄົນທີ່ກິນຈະເປັນພໍ່ກໍຕາມ


ຢຸດໂທດແຕ່ຜູ້ເປັນແມ່!! ການສຶກສາພົບວ່າ ແອວກໍຮໍສົ່ງຜົນຕໍ່ພັດທະນາການຂອງເດັກໄດ້ເຖິງວ່າຄົນທີ່ກິນຈະເປັນພໍ່ກໍຕາມ
.
ຫລາຍຄົນກໍອາດຈະຮູ້ວ່າຖ້າແມ່ຄົນໃດກໍາລັງຖືພາທີ່ມັກກິນເຫລົ້າ ຫລື ແອວກໍຮໍເປັນປະຈໍາ ຈະເຮັດໃຫ້ເດັກໃນທ້ອງ ມີຄວາມຜິດປົກກະຕິ ທີ່ເອີ້ນວ່າ Fetal Alcohol Syndrome (FAS) ແຕ່ຜົນວິໄຈໃໝ່ຫລ້າສຸດພົບວ່າ ບໍ່ພຽງແຕ່ຜູ້ເປັນແມ່ເທົ່ານັ້ນ ແລະ ຖ້າຜູ້ເປັນພໍ່ ເປັນນັກດື່ມ ເດັກນ້ອຍໃນທ້ອງກໍມີໂອກາດເປັນ FAS ໄດ້ເຊັ່ນກັນ
.
ກ່ອນອື່ນເຮົາຕ້ອງເຂົ້າໃຈອາການ FAS ກ່ອນວ່າໝາເຖິງ Fetal Alcohol Syndrome ນັ້ນເກີດຈາກຜົນກະທົບຂອງແອວກໍຮໍທີ່ມີຕໍ່ເດັກໃນທ້ອງ ເມື່ອລູກເກີດອອກມາຈະມີຄວາມຜິດປົກກະຕິທີ່ໜ້າ ແລະ ກະດູກຫົວ, ພັດທະນາການທາງສະໝອງຈະຕໍ່າ ຄວາມສາມາດໃນການຮຽນຮູ້ຈະບົກພ່ອງ ແລະ ຊ້າກວ່າເດັກທົ່ວໄປ ລວມເຖິງສ່ວນສູງ, ນໍ້າໜັກ, ສາຍຕາ ແລະ ການໄດ້ຍິນທີ່ຜິດປົກກະຕິ ເຊິ່ງຈະເຫັນເດັ່ນຊັດເມື່ອໃຫຍ່ຂຶ້ນເລື້ອຍໆ
.
ນັກວິໄຈໄດ້ບອກຕື່ມອີກວ່າຜົນກະທົບຂອງແອວກໍຮໍຕໍ່ເດັກໃນທ້ອງຈະມີໂອກາດສູງກໍຕໍ່ເມື່ອ ພໍ່ເປັນຄົນດື່ມ ເຖິວ່າງຈະດື່ມໜ້ອຍ ຫລື ຫລາຍກໍສາມາດເກີດອາການ FAS ໄດ້ເຊັ່ນດຽວກັນ
.
ເພື່ອປ້ອງກັນບໍ່ໃຫ້ເກີດອາການດັ່ງກ່າວພໍ່ແລະແມ່ຄວນງົດດື່ມແອວກໍຮໍ ຖືວ່າເປັນຄວາມຮັບຜິດຊອບຮ່ວມກັນ
ຂໍ້ມູນຈາກ