ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ

ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ - b525df42 3ad5 48b8 8053 03fdc42d1ebb - ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ
ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ - kitchen vibe - ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ

ວັນທີ 2 ມິຖຸນາ 2023 ນີ້ ກອງບັນຊາການ ປກສ ແຂວງວຽງຈັນ ອອກແຈ້ງການປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ ປັດຈຸບັນ ສົບຜູ້ເສຍຊີວິດແມ່ນເກັບຮັກສາໄວ້ ມູນລະນິທິຈີນນະຄອນຫຼວງວຽງຈັນ

ເຫດການລົດໄຟຕຳຄົນເສຍຊີວິດ ເກີດຂຶ້ນໃນ ວັນທີ 25 ພຶດສະພາ 2023 ເວລາ 10 ໂມງ 06 ນາທີ ຢູ່ຂອບ ເຂດບ້ານປ່ອງຊອງ ເມືອງຫີນເຫີບ ແຂວງວຽງຈັນ ເສົາໄຟຟ້າທີ 144, ກໂລແມັດ ທີ່ 88+550, ເຮັດໃຫ້ມີຜູ້ເສຍຊີວິດ 01 ຄົນ(ເພດຊາຍ). ຜ່ານການກວດກາ, ຊັນນະສູດຂອງພະແນກວິຊາສະເພາະໃຫ້ຮູ້ວ່າ: ຜູ້ເສຍຊີວິດ (ເປັນເພດຊາຍ), ລວງສູງ 150 ຊັງຕີແມັດ, ຜົມດໍາຍາວ 05 ຊັງຕີແມັດ, ໃບໜ້າສ້ວຍ, ຫູ 03 ລ່ຽມ, ດັງໂຄ້ງ, ຄິ້ວບາງ, ແຂ້ວ ປົກກະຕິ, ນຸ່ງເສື້ອຢືດຄໍມົນ, ແຂນສັ້ນ,ສີດໍາ, ນຸ່ງໂສ້ງຫົວຮູດ, ຂາສັ້ນສີດໍາ, ສະລິບສີຟ້າ, ເຄື່ອງຂອງຕິດຕົວມີກະເປົາເປ້ 1 ໜ່ວຍ, ສີໝາກຄໍ້ຂະໜາດ 40X50 ຊັງຕີແມັດ, ພ້ອມດ້ວຍເຄື່ອງນຸ່ງ ຈໍານວນໜຶ່ງໃນກະເປົາເປ້ ສະພາບຊາກສົບນອນຫງາຍຢຽດຊື່, ຢູ່ແຄມທາງລົດໄຟ ປິ່ນຫົວໄປທາງທິດໃຕ້, ປິ່ນຕີນໄປທາງທິດເຫນຶອສ່ວນປະຫວັດຂອງຜູ້ເສຍ ຊີວິດແມ່ນຍັງບໍ່ສາມາດຮັບຮູ້ລະອຽດຈະແຈ້ງເທື່ອ ເນຶ່ອງຈາກວ່າບໍ່ພົບເອກະສານຕິດຕົວຫຍັງ ທີ່ຈະຢັ້ງຢືນປະຫວັດຂອງຜູ້ກ່ຽວ.

ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ - Visit Laos Visit SALANA BOUTIQUE HOTEL - ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ

ດັ່ງນັ້ນ ກອງບັນຊາການ ປກສ ແຂວງວຽງຈັນ ຈຶ່ງແຈ້ງມາຍັງພໍ່ແມ່ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວ ປະເທດຮັບຊາບແຈ້ງການດັ່ງກ່າວ.

ເບີໂທຕິດຕໍ່ພົວພັນ : 02055756095

ເບີວ໋ອດແອບ : 02096265986

 

 

ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ - 5 - ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!