ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ

ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ - 48951 - ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ
ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ - kitchen vibe - ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ

ກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 2023 ການສູບຢາທໍາລາຍສຸຂະພາບ ຈັດຂຶ້ນໃນວັນທີ 3 ມິຖຸນາ 2023 ທີ່ສວນສາທາລະນະບຶງທາດຫລວງ, ໂດຍມີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີ ທ່ານ ນາງ ໂລຍິງ-ຣູ ແຈັກກະລິນ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳລາວ, ທ່ານນາງ ມະນີພັນ ວົງໂພສີ ຜູ້ປະສານງານວຽກງານຢາສູບອາຊຽນປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ສະໜອງ ທອງຊະນະ ກ່າວວ່າ: ເພື່ອສະເຫລີມສະຫລອງວັນງົດຢາສູບໂລກ 31 ພຶດສະພາ ພາຍໃຕ້ຫົວຂໍ້ “ປູກພືດທີ່ກິນໄດ້ ແທນການປູກຢາສູບ” ທັງເປັນການປຸກລະດົມ, ປູກຈິດສໍານຶກ ຊຸກຍູ້ສົ່ງເສີມໃຫ້ທຸກພາກ ສ່ວນໃນສັງຄົມຫລີກລ້ຽງ ແລະ ຫລຸດຜ່ອນຜົນກະທົບທີ່ເກີດຈາກພິດໄພຂອງການສູບຢາ ທີ່ມີຜົນກະທົບຕໍ່ສຸຂະພາບ ແລະ ການພັດທະນາເສດຖະກິດສັງຄົມ. ໃນນັ້ນ, ຢາສູບຍັງມີຜົນກະທົບຕໍ່ສຸຂະພາບ, ການສູບຢາເຮັດໃຫ້ເປັນມະເຮັງປອດ, ພະຍາດຫົວໃຈເສັ້ນເລືອດ ແລະ ພະຍາດອື່ນໆ ນຳໄປສູ່ການເສຍຊີວິດກ່ອນໄວອັນຄວນ.

ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ - Visit Laos Visit SALANA BOUTIQUE HOTEL - ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ

ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ - 35110 1024x683 - ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ

ສຳລັບຢູ່ ສປປ ລາວ, ການສູບຢາ ແລະ ການຊົມໃຊ້ຜະລິດຕະພັນຢາສູບ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 18 ຄົນຕໍ່ມື້ ຫລື 6.700 ຄົນໃນແຕ່ລະປີ ແລະ ການສູນເສຍດັ່ງກ່າວສາມາດປ້ອງກັນໄດ້, ປົກປ້ອງໄດ້ຖ້າພວກເຮົາບໍ່ສູບຢາ ແລະ ບໍ່ຊົມໃຊ້ຜະລິດຕະພັນຢາສູບ. ປັດຈຸບັນ, ອຸດສາຫະກໍາຢາສູບ ໄດ້ນໍາໃຊ້ຍຸດທະວິທີທີ່ຕິດພັນກັບເຕັກໂນໂລຊີ ໂດຍການອອກແບບຜະລິດຕະພັນຢາສູບອີຊີກາແລັດ (ຢາສູບໄຟຟ້າ) ທີ່ມີຮູບຊົງສວຍງາມ, ຈັບໃຈ, ນຳໃຊ້ງ່າຍ, ມີຫລາກຫລາຍກິ່ນ, ລົດຊາດ ດຶງດູດລູກຄ້າຄືກັບວ່າຈະບໍ່ມີພິດໄພ ຫລື ອັນຕະລາຍ ແລະ ມີການໂຄສະນາຢ່າງກວ້າງຂວາງທັງສື່ອອນລາຍ ທີ່ບໍ່ສາມາດຄວບຄຸມໄດ້ ເຮັດໃຫ້ໄວໜຸ່ມ-ເຍົາວະຊົນ, ລວມທັງເພດຍິງຫລົງໄຫລ ແລະ ມີການບໍລິໂພກເພີ່ມຂຶ້ນ. ແຕ່ໃນຄວາມເປັນຈິງແລ້ວ, ຜະລິດຕະພັນເຫລົ່ານັ້ນ ບໍ່ປອດໄພສໍາລັບຜູ້ຊົມໃຊ້ເລີຍ, ທຸກຄົນຊົມໃຊ້ສາມາດເກີດພະຍາດປອດ, ພະຍາດຫົວໃຈ, ສົ່ງຜົນສະທ້ອນຕໍ່ການພັດທະນາສະໝອງ ແລະ ກາຍ ເປັນສິ່ງເສບຕິດ.

ວັນງົດສູບຢາໂລກປີນີ້, ສະພາແຫ່ງຊາດໄດ້ຮັບຫລຽນລາງວັນດີເດັ່ນ ຈາກອົງການອະນາໄມໂລກ, ຍ້ອນການອອກກົດໝາຍກ່ຽວກັບການຄວບຄຸມຢາສູບ ໃນປີ 2021 ທີ່ຮັດກຸມ ແລະ ເຂັ້ມງວດໃນການຫ້າມການຜະລິດ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ຊື້-ຂາຍ ຜະລິດຕະພັນຢາສູບໄຟຟ້າທຸກຮູບແບບ ຖືວ່າເປັນນິຕິກຳທີ່ພົ້ນເດັ່ນໃນເວທີສາກົນ.

ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ - 5 - ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນງົດຢາສູບໂລກ 31 ພຶດສະພາ ເພື່ອຫລຸດຜ່ອນຜົນກະທົບຈາກຢາສູບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!