ຮອງນາຍົກຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ

ຮອງນາຍົກຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ - 55147 - ຮອງນາຍົກຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ
ຮອງນາຍົກຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ - kitchen vibe - ຮອງນາຍົກຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ

ຮອງນາຍົກລັດຖະມົນຕີ ຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ, ໂດຍມີ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນຳອົງການບໍລິຫານ ແລະ ຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄຳ ພ້ອມດ້ວຍຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຟັງ ໃນວັນທີ 15 ມິຖຸນາ 2023.

ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໃຫ້ນຳໃຊ້ເງິນກີບໃນການຊື້-ຂາຍແລກປ່ຽນ ຫລື ຊໍາລະຄ່າບໍລິການຕ່າງໆຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ແກ້ໄຂບັນຫາຕາມທິດຊີ້ນຳຂອງຂັ້ນເທິງໃຫ້ໄດ້ຕາມຄາດໝາຍ, ໂດຍທີ່ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ອົງການບໍລິຫານ ແລະ ຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄຳ ກໍຄືຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ເລັ່ງເອົາໃຈໃສ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄຳໃຫ້ຫັນມານຳໃຊ້ເງິນກີບລາວໃນການຊື້-ຂາຍ, ແລກປ່ຽນ ແລະ ຊໍາລະຄ່າບໍລິການຕ່າງໆ ເພື່ອປະຕິບັດຕາມທິດ ຢູ່ເມືອງລາວໃຊ້ເງິນກີບລາວ ທັງເປັນການກະຕຸ້ນໃຫ້ເງິນກີບມີຄວາມແຂງຄ່າຂຶ້ນ ພ້ອມທັງເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ ແລະ ຄົນຕ່າງປະເທດໃຫ້ເປັນລະບົບ-ຊັດເຈນ, ສົ່ງເສີມໃຫ້ຄົນລາວມີວຽກເຮັດງານທຳຢູ່ໃນເຂດດັ່ງກ່າວຫລາຍຂຶ້ນ ສິ່ງສຳຄັນແມ່ນຮັບປະກັນຄວາມສະຫງົບປອດໄພ ຕ້ານບັນດາປະກົດການຫຍໍ້ທໍ້ຕ່າງໆເປັນຕົ້ນເເມ່ນ ບັນຫາການຄ້າມະນຸດ, ໂສເພນີ, ການໂຈລະກຳທາງອິນເຕີເນັດ, ການກໍ່ອາຊະຍາກໍາທາງລະບົບໂທລະຄົມ, ການຄຸ້ມຄອງພາຫະນະ ການຂຶ້ນທະບຽນລົດຈັກ-ລົດໃຫຍ່ແມ່ນໃຫ້ປະຕິບັດຕາມກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງ ຂອງ ສປປ ລາວ ວາງອອກ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ, ປອດໄພ ແລະ ເອກະພາບ ໃນທົ່ວປະເທດ.

ຂໍ້ມູນ+ພາບ: ຄວາມສະຫງົບ

ຮອງນາຍົກຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ - 3 - ຮອງນາຍົກຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!