ຝົນຕົກແຮງນ້ຳຊຶມ ສ້າງທາງບໍ່ມີຄຸນນະພາບບໍ່ໄດ້ມາດຕະຖານ ແລະ ບັນທຸກໜັກເກີນກຳນົດ ລ້ວນແຕ່ແມ່ນສາເຫດພາໃຫ້ທາງເປ່ເພ ແລະ ເປັນບວກເປັນຂຸມ


ໂດຍ: ຜາຕຸງ
ການລົງແລະເລົ່າຂ່າວ ຫຼື ແນະນຳ ໃຫ້ຮູ້ເຖິງສະພາບຄວາມເປ່ເພ, ເປັນບວກໄປຂຸມ ຫຍຸ້ງຍາກໃນການໄປມາ ແລະ ມີຄວາມສ່ຽງເກີດອຸບັດເຫດ ກ່ຽວກັບເສັ້ນທາງຫຼາຍເສັ້ນ ທັງຢູ່ຕົວເມືອງ ແລະ ຊົນນະບົດ,ພວມເປັນສິ່ງທີ່ຟົດເດືອດຢູ່ສື່ສັງຄົມ ອອນລາຍ ໃນເວລານີ້, ເພື່ອສື່ເຖິງພາກສ່ວນທີ່ຮັບຜິດຊອບໂດຍກົງ ໄດ້ມີມາດຕະການແລະວີທີການແກ້ໄຂຢ່າງຖືກຕ້ອງແລະຮີບດ່ວນ.
ທາງເປ່ເພ, ເປັນບວກເປັນຂຸມນ້ອຍໃຫຍ່ທີ່ມີຢູ່ຕາມທ້ອງຖະໜົນນັ້ນມາຈາກສາເຫດອັນໃດ? ຕໍ່ຄຳຖາມນີ້ມັນມີຫຼາຍໆຄຳຕອບຈາກສັງຄົມ, ບາງຈຳນວນກໍອາດຈະຕອບວ່າ ຍ້ອນຝົນຕົກແຮງ. ຕົກຫຼາຍເຮັດໃຫ້ທາງເຊາະເຈື່ອນໄດ້ງ່າຍ, ບາງກຸ່ມບາງທ່ານອາດຈະຕອບວ່າການສ້າງທາງບໍ່ ໄດ້ມາດຕະຖານ, ບໍ່ມີຄຸນນະພາບ, ວິຊາການບໍ່ເກັ່ງ ຫຼື ອາດມີຄຳຕອບວ່າ ຍ້ອນລົດບັນທຸກໜັກເກີດກຳນົດແລ່ນຜ່ານໄປມາຕະຫຼອດ ແລະ ຄຳຕອບອື່ນໆອີກຫຼາຍຢ່າງທີ່ແຕກຕ່າງກັນໄປ,
ຄຳຕອບເຫຼົ່ານີ້ບາງທີອາດແມ່ນຄວາມຈິງແທ້, ແຕ່ລອງມາສັງເກດນຳກັນວ່າ: ຖ້າຝົນຕົກແຮງຕົກຫຼາຍຕົກດົນກໍຈະເຮັດໃຫ້ມີນ້ຳຄ້າງນ້ຳຂັງ ແລະ ຊຶມເຂົ້າເສັ້ນທາງໂດຍສະເພາະແມ່ທາງປູຫີນແຮ່ໄດ້ງ່າຍຂຶ້ນ ເມື່ອລົດລາພາຫານະແລ່ນໄປມາຖ້າເປັນລົດບັນທຸກສິ່ງຂອງອ່າວໜັກແດ່ ກໍຍິ່ງພາໃຫ້ດິນທາງເຈື່ອນ, ເປັນບວກເປັນຂຸມງ່າຍຂຶ້ນ,ນອກນີ້ການກໍ່ສ້າງທາງແຕ່ລະເສັ້ນທີ່ລັດລົງທຶນໃສ່ຢ່າງມະຫາສານນັ້ນ ບາງເສັ້ນທາງອາດຍັງຂາດການຕິດຕາມກວດກາທາງດ້ານມາດຖານເຕັກນິກຈາກວິຊາການຍ້ອນເຫດຜົນທັງໃນຕົວແລະນອກຕົວເປັນບາງເວລາ ເຮັດໃຫ້ເສັ້ນທາງບໍ່ມີປະສິດທິພາບ, ປະສິດທິຜົນເທົ່າທີ່ຄວນ, ນີ້ແມ່ນມີໜ້ອຍທີ່ສຸດ ຍ້ອນວ່າຖ້າເສັ້ນທາງໃດບໍ່ໄດ້ມາດຕະຖານ ຄົງຈະບໍ່ມີການມອບ-ຮັບແລະເປີດນຳໃຊ້, ນອກຈາກນີ້ແລ້ວຍັງມີລົດບັນທຸກໜັກ, ບາງຄັ້ງບັນທຸກເກີນຄວາມສາມາດຮັບນ້ຳໜັກຂອງເສັ້ນທາງແລ່ນຜ່ານໄປມາເປັນປະຈຳຈຶ່ງເຮັດໃຫ້ເສັ້ນທາງຈຳນວນບໍ່ໜ້ອຍເປ່ເພເສຍຫາຍຫາຍສົມຄວນ.
ເສັ້ນທາງແມ່ນຊັບພະຍາກອນແຫ່ງຊາດທີ່ມີຄວາມສຳຕໍ່ການພັດທະນາ, ລັດຖະບານໄດ້ສຸມທຶນຮອນອັນມະຫາສານເຂົ້າໃສ່ ເພື່ອສ້າງພື້ນຖາເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງໃນທຸກດ້ານ ດ້ວຍການເລັ່ງຂະຫຍາຍຕານ່າງຄົມມະນາຄົມ ການສ້າງຖະໜົນຫົນທາງໄປສູ່ຊົນນະ ບົດຫ່າງໄກສອກຫຼີກ ແນໃສ່ນຳເອົາຄວາມຢູ່ດີກິນດີໄປສູ່ປະຊາຊົນບັນດາເຜົ່າ,ຍ້ອນແນວນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນເຈົ້າໜ້າທີ່ ຍທຂ ກໍຄືອົງການປົກຄອງທຸກທ້ອງຖິ່ນຄວນເພີ່ມທະວີຄວາມເຂັ້ມງວດປະຕິບັດມາດຕະການທີ່ເດັດຂາດຕໍ່ຜູ້ລະ ເມີດລະບຽບກົດໝາຍ ເປັນຕົ້ນການບັນທຸກສິ່ງຂອງໜັກເກີນກຳນົດທີ່ທາງການອະນຸຍາດ,ຊຶ່ງການບັນທຸກໜັກເກີນກຳນົດແມ່ນສັດຕູສຳຄັນທີ່ທຳລາຍເສັ້ນທາງໄດ້ງ່າຍ.
ຜ່ານມາ ການນຳໃຊ້ພາຫະນະບັນທຸກໜັກແກ່ສິນຄ້າ ລວມທັງຜົນຜະລິດກະສິກຳ, ແກ່ຫີນແກ່ຊາຍ ທີ່ມີນ້ຳໜັກເກີນກຳນົດຢ່າງແພ່ຫຼາຍຢູ່ແຕ່ລະເຂດແຕ່ລະແຂວງ ໂດຍທີ່ຜູ້ປະກອບການຄຳນຶງພຽງຢ່າງດຽວຄືຜົນກຳໄລຂອງຕົນເອງ ເລີຍລືມຄິດເຖິງຜົນເສຍທີ່ມີຕໍ່ປະເທດຊາດ, ເຮັດໃຫ້ເສັ້ນທາງເປ່ເພເສຍຫາຍໜັກໜ່ວງ, ລັດຈຳເປັນຕ້ອງສຸມງົບປະມານອັນມະຫາສານເພື່ອສ້ອມແປງປັບປຸງໃຫ້ມີຄວາມໂລ່ງລ່ຽນ ສະນັ້ນມັນສົມຄວນແລ້ວທີ່ໜ່ວຍງານກ່ຽວຂ້ອງຕ້ອງຕິດຕາມກວດການ້ຳໜັກລົດບັນທຸກທີ່ແລ່ນຜ່ານ ພ້ອມທັງເນັ້ນໃຫ້ປະຕິບັດນ້ຳໜັກຕາມທີ່ກຳນົດ ແລະທີ່ສຳຄັນແມ່ນທຸກຄົນຄວນມີສ່ວນຮ່ວມເປັນເຈົ້າການປົກປັກຮັກສາແລະສ້ອມແປງທາງ ເພື່ອນຳໃຊ້ເສັ້ນທາງໃຫ້ຍາວນານ