ນີວຄາສເຊິນ ຕໍ່ສັນຍາ ລໍຣິສ ຄາຣິອຸສ ຫລັງປະທັບໃຈຄວາທຸ້ມເທໃນສະໜາມ ຈົນໃຫ້ຢູ່ຊ່ວຍທີມຕໍ່ອີກໜຶ່ງລະດູການ


ເຖິງວ່າລະດູການຜ່ານມາຈະຖືກສົ່ງລົງສະໜາມພຽງແຕ່ນັດດຽວ, ແຕ່ຜູ້ຮັກສາປະຕູຊາວເຢຍລະມັນ ລໍຣິສ ຄາຣິອຸສ ກໍ່ຍັງໄດ້ຮັບຄວາມໄວ້ວາງໃຈຈາກ ນີວຄາສເຊິນ ໃຫ້ຊ່ວຍທີມຕໍ່ໄປອີກໜຶ່ງລະດູການ.
ຄາຣິອຸສ ອາຍຸ 30 ປີ ເຊັນສັນຍາກັບ ນີວຄາສເຊິນ ໃນຖານະເປັນຜູ້ຮັກສາປະຕູມືສອງຂອງພວກເຂົາ. ໃນເດືອນກັນຍາ 2022 ດ້ວຍສັນຍາໄລຍະສັ້ນຈົນຈົບລະດູການ ເຊິ່ງລາວໄດ້ຖືກສົ່ງລົງສະໜາມໃນ ຄາຣາບາວ ຄັບ ຮອບຊິງຊະນະເລີດ ທີ່ເສຍໃຫ້ ແມນເຊັສເຕີ ຢູໄນເຕັດ 0-2, ດ້ວຍມີການປ້ອງກັນຢ່າງສວຍງາມ 2-3 ຈັງຫວະທີ່ສຳຄັນເຮັດໃຫ້ຫລາຍຄົນປະທັບໃຈ.
ຢ່າງໃດກໍຕາມ, ເອັດດີ້ ຮາວ ເລັງເຫັນວ່າ ນິວຄາສເຊິນ ຈະມີໂປຣແກຣມລົງສະຫນາມຫລາຍໃນລະດູການໃຫມ່. ພ້ອມທັງໄດ້ສິດລົງຫລິ້ນໃນ ຢູຟ້າ ແຊ້ມປ້ຽນລີກ ດ້ວຍເຫດນີ້ ການມີ ຄາຣິອຸສ ເປັນຕົວສຳຮອງຂອງ ນິກ ໂປບ ຜູ້ຮັກສາປະຕູມືໜຶ່ງ ຖືວ່າເປັນທາງເລືອກທີ່ດີທີ່ຈະສົ່ງທີມເຂົ້າແຂ່ງຂັນຊິງຂັນຕ່າງໆ ສັບປ່ຽນກັນ.