ບົ້ງຝູງກິນຕົ້ນເຂົ້າລະບາດ ຢູ່ແຂວງຫົວພັນ ໄດ້ຮັບຜົນກະທົບຫລາຍກວ່າ 2 ພັນເຮັກຕາ


ວັນທີ 12 ກໍລະກົດ 2023 ນີ້ ຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ລາຍງານໃຫ້ຮູ້ວ່າ: ພົບການລະບາດຂອງບົ້ງຝູງລົງກິນຕົ້ນຜົນຜະລິດເປັນຕົ້ນແມ່ນເຂົ້ານາ, ເຂົ້າໄຮ່ ແລະ ສາລີ ຂອງຊາວກະສິກອນຢູ່ 7 ເມືອງຂອງແຂວງຫົວພັນ ຄື: ເມືອງຊຳເໜືອ, ວຽງໄຊ, ຊຳໃຕ້, ເມືອງຊຽງຄໍ້, ເມືອງແອດ , ເມືອງກວັນ ແລະ ເມືອງ ຊ່ອນ, ມີ 103 ບ້ານ, ມີ 4.500 ຄອບຄົວທີ່ໄດ້ຮັບຜົນກະທົບ, ມີເນື້ອທີ່ໄດ້ຮັບຜົນກະທົບທັງໝົດ 2.369 ເຮັກຕາ ເສຍຫາຍທັງໝົດ 78 ກວ່າເຮັກຕາ, ໃນນີ້ມີເນື້ອທີ່ນາ 1.879 ເຮັກຕາ ເສຍຫາຍ 46 ກວ່າເຮັກຕາ, ເນື້ອທີ່ປູກເຂົ້າໄຮ່ 441 ເຮັກຕາ, ເສຍຫາຍຫຼາຍກວ່າ29 ເຮັກຕາ, ເນື້ອທີ່ປູກສາລີ 60 ເຮັກຕາ, ເສຍຫາຍ 1,9 ເຮັກຕາ.
ການແກ້ໄຂໃນເບື້ອງຕົ້ນ ຂະແໜງປູກຝັງໄດ້ປະສານສົມທົບກັບເມືອງ ແລະ ບ້ານນຳເອົາວິຊາການລົງຊຸກຍູ້ການປ້ອງກັນ ແລະ ຄວບຄຸມພະຍາດບົ້ງທີ່ທຳລາຍຜົນຜະລິດຂອງປະຊາຊົນ ໂດຍການນຳໃຊ້ຢາຂ້າບົ້ງລົງສີດໃສ່ບ່ອນທີ່ມີການລະບາດພະຍາດບົ້ງ ຊຶ່ງສາມາດຄວບຄຸມເນື້ອທີ່ ທີ່ມີການລະບາດໄດ້ 633 ກ່ວາເຮັກຕາ.
ຕໍ່ສະພາບດັ່ງກ່າວພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ຮຽກຮ້ອງມາຍັງຊາວກະສິກອນໃຫ້ຊ່ວຍໃນການຕິດຕາມຄວບຄຸມການລະບາດຂອງພະຍາດບົ້ງທຳລາຍຜົນຜະລິດໂດຍການເບີ່ງແຍງຕົ້ນເຂົ້າ ແລະ ຜົນຜະລິດ, ນຳໃຊ້ເຕັກນິກວິຊາການເຂົ້າໃນການບົວລະບັດຮັກສາ ຖ້າຫາກພົບເຫັນມາການລະບາດຂອງສັດຕູພືດຕ່າງໆ ແມ່ນໃຫ້ລາຍງານປະສານຫາພາກສ່ວນທີ່ກ່ຽວຂ້ອງເພື່ອລົງກວດກາ ແລະ ແກ້ໄຂຄວບຄຸມໃຫ້ທັນການເພື່ອບໍ່ໃຫ້ເກີດຜົນຜະລິດ ຂອງປະຊາຊົນໄດ້ເສຍຫາຍຫຼາຍກ່ວາເກົ່າ.