ຖວທ ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ ໃຫ້ສອດຄ່ອງກັບຍຸກປັດຈຸບັນ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງ

ຖວທ ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ ໃຫ້ສອດຄ່ອງກັບຍຸກປັດຈຸບັນ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງ -                                                 - ຖວທ ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ ໃຫ້ສອດຄ່ອງກັບຍຸກປັດຈຸບັນ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງ
ຖວທ ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ ໃຫ້ສອດຄ່ອງກັບຍຸກປັດຈຸບັນ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງ - kitchen vibe - ຖວທ ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ ໃຫ້ສອດຄ່ອງກັບຍຸກປັດຈຸບັນ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງ

ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທ 5 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 14 ກໍລະກົດ 2023, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ) ໃຫ້ມີຄວາມສອດຄ່ອງກັບຍຸກປັດຈຸບັນ ເພື່ອໃຫ້ບັນສະມາຊິກສະພາແຫ່ງຊາດຄົ້ນຄວ້າ,ປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ ແລະ ພິຈາລະນາຮັບຮອງເອົາ.

ອີງໃສ່ຂະບວນວິວັດ ແລະ ພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບສາກົນການເຂົ້າເປັນສະມາຊິກປະຊາຄົມອາຊຽນ ແລະ ການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ, ເຊິ່ງລັດຖະບານແຫ່ງ ສປປ ລາວ ໄດ້ເຂົ້າເປັນພາຄີຂອງສົນທິສັນຍາສາກົນ 1970 ວ່າດ້ວຍການເກືອດຫ້າມ ສະກັດກັ້ນການນຳເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດຊັບສິນທາງດ້ານວັດທະນະທຳທີ່ຜິດກົດໝາຍ ແລະ ສົນທິສັນຍາສາກົນ 1995 ວ່າດ້ວຍຊັບສິນທາງດ້ານວັດທະນະທຳທີ່ຖືກລັກລອບ ຫລື ສົ່ງອອກຜິດກົດໝາຍ, ໂດຍກວມເອົາຊັບສິນທາງປັນຍາທີ່ຈັດພິມເປັນປຶ້ມ, ສິ່ງພິມ ແລະ ອີງໃສ່ການຖອດຖອນບົດຮຽນໃນການຄຸ້ມຄອງ, ການດຳເນີນທຸລະກິດຂົງເຂດການພິມ ແລະ ຈຳໜ່າຍໃນໄລຍຜ່ານມາເຖິງເວລາແລ້ວກົດໝາຍວ່າດ້ວຍການພິມຈຳໜ່າຍຕ້ອງໄດ້ປັບປຸງໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນຂອງຍຸກສະໄໝ, ຖືກຕ້ອງກັບເງື່ອນໄຂ ແລະ ການຈັດຕັ້ງປະຕິບັດຕົວຈິງ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ ເພື່ອໃຫ້ເນື້ອໃນກົດໝາຍມີຄວາມຮັດກຸມ ແລະ ຄົບຖ້ວນເພື່ອສ້າງເງື່ອນໄຂ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດສ້າງຄວາມເຊື່ອໝັ້ນໃຫ້ແກ່ການຮ່ວມມື ແລະ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ຖວທ ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ ໃຫ້ສອດຄ່ອງກັບຍຸກປັດຈຸບັນ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງ - Visit Laos Visit SALANA BOUTIQUE HOTEL - ຖວທ ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ ໃຫ້ສອດຄ່ອງກັບຍຸກປັດຈຸບັນ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງ

ໂຄງປະກອບຂອງກົດໝາຍວ່າດ້ວຍການພິມຈຳໜ່າຍສະບັບທີ່ນຳໃຊ້ປັດຈຸບັນມີ IX ພາກ, 8 ໝວດ, 72 ມາດຕາ ແລະ ໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ) ປະກອບມີທັງໝົດ X ພາກ, 8 ໝວດ, 74 ມາດຕາ. ເມື່ອກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຄາດຄະເນຜົນຈະໄດ້ຮັບຄື: ເປັນການປະຕິບັດມະຕິ 25/ກມສພ, ໃນຄາດໝາຍສູ້ຊົນ ແລະ ໜ້າທີ່ຕົ້ນຕໍຂອງວຽກງານວັດທະນະທຳຊຸມປີຕໍ່ໜ້າ, ທັງເປັນການຊຸກຍູ້ ແລະ ເສີມຂະຫຍາຍບົດບາດວຽກງານການພິມຈຳໜ່າຍໃນການຮັບໃຊ້ສັງຄົມໃຫ້ພົ້ນເດັ່ນ, ມີບາດກ້າວຂະຫຍາຍຕົວເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ເຮັດໃຫ້ເນື້ອໃນກົດໝາຍມີຄວາມອຸດົມສົມບູນ, ລະອຽດຈະແຈ້ງຂຶ້ນ, ເຂົ້າໃຈງ່າຍໃນທາງປະຕິບັດ ແລະ ຕອບສະໜອງທັນກັບສະພາບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດ. ພ້ອມນັ້ນ, ຍັງຈະເປັນເຄື່ອງມື ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານການພິມຈຳໜ່າຍ ໃນທົ່ວປະເທດໃຫ້ມີປະສິດທິພາບ, ປະສິດທິຜົນສູງ ນຳໃຊ້ເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມ ກວດກາວຽກງານການພິມຈຳໜ່າຍ ເພື່ອປົກປ້ອງ, ສົ່ງເສີມ ແລະ ພັດທະນາວຽກງານການພິມຈຳໜ່າຍໃຫ້ດີຂຶ້ນກວ່າເກົ່າ.

ຖວທ ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ ໃຫ້ສອດຄ່ອງກັບຍຸກປັດຈຸບັນ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງ - 4 - ຖວທ ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ ໃຫ້ສອດຄ່ອງກັບຍຸກປັດຈຸບັນ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!