ທົ່ວໂລກຍັງມີທາດຍຸກໃໝ່ກວ່າ 40 ລ້ານຄົນ
ຜົນການສຶກສາຂອງ 3 ອົງການຕໍ່ຕ້ານທາດພົບວ່າ: ປະຊາຊົນກວ່າ 40 ລ້ານຄົນທົ່ວໂລກຕົກເປັນທາດຍຸກໃໝ່ໃນປີຜ່ານມາ ໃນຮູບແບບຂອງການບັງຄັບໃຊ້ແຮງງານ ແລະ ການບັງຄັບແຕ່ງດອງ.
ສຳນັກຂ່າວຣອຍເຕີລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 19 ກັນຍາວ່າ: ລາຍງານຜົນການສຶກສາຮ່ວມຂອງອົງການແຮງງານສາກົນ (ILO), ກຸ່ມສິດທິມະນຸດ ວອກ ຟຣີ ຟາວເດຊັນ ແລະ ອົງການສາກົນເພື່ອການຍົກຍ້າຍຖິ່ນຖານ (IOM) ເຜີຍແຜ່ໃນວັນທີ 19 ກັນຍາ ລະບຸວ່າ: ປະຊາຊົນ 40,3 ລ້ານຄົນທົ່ວໂລກຕົກເປັນເຫຍື່ອຂອງທາດຍຸກໃໝ່ ໃນປີ 2016, ແຕ່ຕົວເລກຈາກການຕີລາຄາອາດຕໍ່າກວ່າຄວາມເປັນຈິງ.
ຖືເປັນຄັ້ງທຳອິດທີ່ 3 ອົງການນີ້ຮ່ວມມືກັນສຶກສາ ແລະ ຕີລາຄາ ລາຍງານດັ່ງກ່າວຍັງຮຽກຮ້ອງຕໍ່ກຸ່ມສິດທິມະນຸດ ແລະ ລັດຖະບານປະເທດຕ່າງໆ ໃຫ້ຊ່ວຍກັນຢຸດຕິອາຊະຍາກຳທາດທົ່ວໂລກ ທີ່ສ້າງກຳໄລຢ່າງຜິດກົດໝາຍ ຄິດເປັນມູນຄ່າປະມານ 150.000 ລ້ານໂດລາສະຫະລັດໃນແຕ່ລະປີ.
ລາຍງານໄດ້ເປີດເຜີຍຂໍ້ມູນສຳຄັນບາງສ່ວນດັ່ງນີ້: ປີຜ່ານມາມີປະຊາຊົນທົ່ວໂລກເກືອບ 25 ລ້ານຄົນ ເຮັດວຽກຢູ່ໃນໂຮງງານ, ສະຖານທີ່ກໍ່ສ້າງ, ຟາມກະສິກຳ, ເຮືອປະມົງ, ບໍ່ແຮ່, ແມ່ເຮືອນ ແລະ ບໍລິການທາງເພດ ໂດຍເຫຍື່ອເຫຼົ່ານີ້ 16 ລ້ານຄົນຖືກບັງຄັບເຮັດວຽກໃນທຸລະກິດເອກະຊົນ, 4,8 ລ້ານຄົນຖືກສະແຫວງຫາຜົນປະໂຫຍດທາງເພດ ແລະ 4,1 ລ້ານຄົນຖືກບັງຄັບໃຊ້ແຮງງານໂດຍເຈົ້າໜ້າທີ່ຂອງລັດ.
ປະຊາຊົນຢ່າງໜ້ອຍ 15,4 ລ້ານຄົນຖືກບັງຄັບແຕ່ງດອງໂດຍບໍ່ຍິນຍອມ ເຊິ່ງເຫຍື່ອຈຳນວນຫຼາຍສູນເສຍອິດສະຫຼະພາບທາງເພດ ແລະ ຖືກບັງຄັບໃຊ້ແຮງງານໂດຍໃຊ້ການແຕ່ງດອງບັງໜ້າ, ຫລາຍກວ່າ 7 ໃນ 10 ຂອງປະຊາຊົນທີ່ໃຊ້ຊີວິດຄືທາດໃນປີຜ່ານມາ ເປັນຜູ້ຍິງ ແລະ ເດັກຍິງ ແລະ 1 ໃນ 4 ເປັນເດັກ.
ທາດຍຸກໃໝ່ມີຫຼາຍທີ່ສຸດຢູ່ອາຟຣິກາ (ໂດຍສະເລ່ຍ 7,6 ຄົນຕໍ່ທຸກໆ 1.000 ຄົນ), ຖັດມາແມ່ນອາຊີ ແລະ ປາຊີຟິກ (6,1 ຄົນຕໍ່ 1.000 ຄົນ) ແລະ ເອີຣົບ ແລະ ອາຊີກາງ (3,9 ຄົນຕໍ່ 1.000 ຄົນ). ໃນໄລຍະ 5 ປີຜ່ານມາ, ປະຊາຊົນ 89 ລ້ານຄົນທົ່ວໂລກຕົກເປັນທາດຍຸກໃໝ່ໃນຮູບແບບໃດແບບໜຶ່ງ ໃນໄລຍະເວລາເລີ່ມຕົ້ນຈົນເຖິງ 5 ປີ.