ຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ນະຄອນຫຼວງພະບາງ ຈະໄດ້ເສຍເງິນຕາມປະເພດລົດ

ຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ນະຄອນຫຼວງພະບາງ ຈະໄດ້ເສຍເງິນຕາມປະເພດລົດ - IMG 3836 - ຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ນະຄອນຫຼວງພະບາງ ຈະໄດ້ເສຍເງິນຕາມປະເພດລົດ
ຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ນະຄອນຫຼວງພະບາງ ຈະໄດ້ເສຍເງິນຕາມປະເພດລົດ - kitchen vibe - ຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ນະຄອນຫຼວງພະບາງ ຈະໄດ້ເສຍເງິນຕາມປະເພດລົດ

ວັນທີ 17 ກໍລະກົດ 2023, ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງອອກແຈ້ງການກ່ຽວກັບການຈັດສັນຄຸ້ມຄອງເດີ່ນຈອດລົດສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ ນະຄອນຫຼວງພະບາງ. ເພື່ອເປັນການຜັນຂະຫຍາຍໃຫ້ສອດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ່ 723/ຈຂ , ລົງວັນທີ 15 ພະຈິກ 2018 ວ່າດ້ວຍການຄຸ້ມຄອງ-ຈັດສັນຄວາມເປັນລະບຽບພາຍໃນເທສະບານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃຫ້ມີຄວາມສະອາດ, ຄວາມສວຍສົດງົດງາມ,ມີຄວາມສະດວກສະບາຍ ແລະ ມີຄວາມປອດໄພ ດັ່ງນັ້ນ, ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງ ຂໍແຈ້ງມາຍັງທ່ານ ບັນດາ ພະແນກການ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸະກິດ, ຜູ້ປະກອບການທຸລະກິດຮ້ານອາຫານ,ບ້ານພັກ, ໂຮງແຮມ, ບໍລິສັດ ແລະ ຜູ້ປະກອບການແລ່ນລົດຂົນສົ່ງສິນຄ້າ ແລະ ໂດຍສານຮັບຊາບເລີ່ມວັນທີ 15/07/2023 ການຈອດລົດໃນເຂດດັ່ງກ່າວ ມານັ້ນແມ່ນຈະໄດ້ເສຍເງິນຄ່າຈອດລົດຕາມປະເພດລົດດັ່ງນີ້: ລົດຈັກ 2 ລໍ້ຄັນລະ 2,000 ກີບ/ຄັ້ງ ປະເພດລົດ 4 ລໍ້ 5,000 ກີບ/ຄັ້ງ,ປະເພດລົດ 6 ລໍ້ 8,000 ກີບ/ຄັ້ງ, ກໍລະນີຝາກ (ທັງເວັນ ແລະ ທັງຄືນ ) ລົດຈັກ 2 ລໍ້ຄັນລະ 5,000ກີບ/ຄັ້ງ,ປະເພດລົດ 4 – 6ລໍ້ ຄັນລະ 10,000 ກີບ/ຄັ້ງ,ຖ້າກໍລະນີຝາກເປັນເດືອນ ຝາກແບບປະຈໍາ ລົດຈັກ 2 ລໍ້ ຄັນລະ 150,000ກີບ/ເດືອນ ປະເພດລົດ 4 – 6 ລໍ້ ຄັນລະ 200,000 ກີບ/ ເດືອນ.

ດັ່ງນັ້ນ,ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ,ພ້ອມທັງໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດດ້ວຍ.

ຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ນະຄອນຫຼວງພະບາງ ຈະໄດ້ເສຍເງິນຕາມປະເພດລົດ - Visit Laos Visit SALANA BOUTIQUE HOTEL - ຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ນະຄອນຫຼວງພະບາງ ຈະໄດ້ເສຍເງິນຕາມປະເພດລົດ
ຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ນະຄອນຫຼວງພະບາງ ຈະໄດ້ເສຍເງິນຕາມປະເພດລົດ - 5 - ຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ນະຄອນຫຼວງພະບາງ ຈະໄດ້ເສຍເງິນຕາມປະເພດລົດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!