6 ເດືອນຕົ້ນປີ 2023 ກະຊວງການເງິນ ຈັດເກັບລາຍຮັບໄດ້ 19 ພັນ ຕື້ກວ່າກີບ


ກະຊວງການເງິນໄດ້ນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນການແຈ້ງພາສີແບບເອເລັກໂຕຣນິກ, ການຄຸ້ມຄອງສາງສິນຄ້າ, ການເຊື່ອມໂຍງຂໍ້ມູນການບັນທຶກການຊື້-ຂາຍເພື່ອດັດສົມບໍລິສັດຂາເຂົ້າ-ຂາອອກທີ່ເຄື່ອນໄຫວບໍ່ຖືກຕາມກົດໝາຍ ແລະ ລະບຽບການໃຫ້ເຂົ້າສູ່ການປະຕິບັດກົດໝາຍຢ່າງເຂັ້ມງວດ ເຮັດໃຫ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນໄລຍະ 6 ເດືອນຕົ້ນປີ 2023 ສາມາດຈັດເກັບລາຍຮັບໄດ້ທັງໝົດ 19.082,68 ຕື້ກີບ ເທົ່າກັບ 49,63% ຂອງແຜນປະຈຳປີ2023.
ທ່ານ ບຸນປອນ ວັນນະຈິດ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ ໄດ້ລາຍງານບົດສະຫຼຸບຕີລາຄາການນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025) ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນ ກາງສະໄໝທີ III ໃນຄັ້ງວັນທີ 13-15 ກໍລະກົດ 2023 ຜ່ານມາວ່າ: ອົງຄະນະພັກກະຊວງການເງິນ ໄດ້ເອົາໃຈໃສ່ຢ່າງມີຄວາມຮັບຜິດຊອບສູງຕໍ່ກັບການນຳພາ-ຊີ້ນຳ ດ້ານວຽກງານວິຊາສະເພາະຕາມພາລະບົດບາດ, ຂອບເຂດສິດເປັນຕົ້ນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຊຶ່ງແຕ່ລະປີໄດ້ດຳເນີນໄປໃນສະພາບການ, ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ສະສົມມາຍາວນານ, ບັນຫາໜີ້ສິນສາທາລະນະທີ່ມີຄວາມກົດດັນສູງສົມຄວນ, ລາຄາພະລັງງານ, ລາຄາສິນຄ້າ-ບໍລິການ ແລະ ໄພເງິນເຟີ້ ຂອງບັນດາປະເທດທີ່ມີເສດຖະກິດຂະຫຍາຍຕົວເພີ່ມຂຶ້ນສູງໃນຮອບຫຼາຍສິບປີ, ຊຶ່ງມີຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ມີຄວາມຫຍຸ້ງຍາກສົມຄວນ. ພ້ອມນັ້ນຍັງໄດ້ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດກົນໄກ, ລະບຽບການເພື່ອແກ້ໄຂການຮົ່ວໄຫຼຂອງລາຍຮັບຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງກໍ່ສ້າງ, ເຄື່ອງໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ. ໃນໄລຍະຜ່ານມາໂດຍນໍາໃຊ້ລະບົບທີ່ທັນສະໄໝໃນການແຈ້ງພາສີແບບເອເລັກໂຕຣນິກ, ການຄຸ້ມຄອງສາງສິນຄ້າ, ການເຊື່ອມໂຍງຂໍ້ມູນການບັນທຶກການຊື້-ຂາຍ ເພື່ອຕັດສົມບໍລິສັດຂາເຂົ້າ-ຂາອອກ ທີ່ເຄື່ອນໄຫວບໍ່ຖືກຕາມກົດໝາຍ ແລະ ລະບຽບການໃຫ້ເຂົ້າສູ່ການປະຕິບັດກົດໝາຍຢ່າງເຂັ້ມງວດ.
ສຳລັບການຈັດຕັ້ງປະຕິບັດຈັດເກັບລາຍຮັບງົບປະມານແຫ່ງລັດໄລຍະ 2 ປີຜ່ານມາ ແລະ 6 ເດືອນຕົ້ນປີ2023 ສາມາດປະຕິບັດໄດ້ຄື: ໃນປີ 2021 ສາມາດຈັດເກັບລາຍຮັບໄດ້ທັງໝົດ 28.905,03 ຕື້ກີບ ເທົ່າກັບ 104,62% ຂອງແຜນໝົດປີ. ໃນປີ 2022 ສາມາດຈັດເກັບລາຍຮັບໄດ້ທັງໝົດ 32.540 ຕື້ກີບ ເທົ່າກັບ 103% ຫຼື ເທົ່າກັບ 16,90% ຂອງ GDP (ມະຕິສະພາແຫ່ງຊາດຮັບຮອງ 16,44% ຂອງ GDP). ແລະ ໃນ 6 ເດືອນ ຕົ້ນປີ 2023 ສາມາດຈັດເກັບລາຍຮັບໄດ້ທັງໝົດ 19.082,68 ຕື້ກີບ ເທົ່າກັບ 49,63%.
ນອກນັ້ນ, ທ່ານໄດ້ກ່າວຕື່ມວ່າ: ໃນທ້າຍປີ 2023 ນີ້, ຄາດຄະເນແຜນລາຍຮັບງົບປະມານແຫ່ງລັດໃຫ້ໄດ້ທັງໝົດ 33.884 ຕື້ກີບ. ໃນນີ້, ລາຍຮັບພາຍໃນ 31.384 ຕື້ກີບ, ລາຍຮັບພາສີ-ອາກອນ 27.043 ຕື້ກີບ, ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 4.341 ຕື້ກີບ ແລະ ລາຍຮັບຊ່ວຍເຫຼືອລ້າ 2.500 ຕື້ກີບ.
ປີ 2024 ຄາດຄະເນວ່າຈະເກັບລາຍຮັບທັງໝົດ 40.515 ຕື້ກີບ. ໃນນີ້ລາຍຮັບພາຍໃນ 37.985 ຕື້ກີບ, ລາຍຮັບພາສີ-ອາກອນ 33.194 ຕື້ກີບ, ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 4.791 ຕື້ກີບ ແລະລາຍຮັບຊ່ວຍເຫຼືອລ້າ 2.530 ຕື້ກີບ. ແລະ ປີ 2025 ຄາດຄະເນເກັບລາຍຮັບທັງໝົດ 48.048 ຕື້ກີບ. ໃນນີ້ລາຍຮັບພາຍໃນ 45.548 ຕື້ກີບ, ລາຍຮັບພາສີ-ອາກອນ 40.330 ຕື້ກີບ, ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 5.218 ຕື້ກີບ ແລະ ລາຍຮັບຊ່ວຍເຫຼືອລ້າ 2.500 ຕື້ກີບ.
ທີ່ມາ: ໜັງສືພິມ ປະຊາຊົນ