ຄວາມຫວັງໃໝ່ ! ຜົນການສຶກສາລະບຸ “ຂີງຫອມ” ຈາກອາຊີ ຕ້ານມະເຮັງໄດ້


ພືດທີ່ໃຊ້ເປັນເຄື່ອງເທດປະຈໍາເຮືອນຄົວຂອງຊາວອາຊີ ອາດເປັນທາງລອດໃໝ່ຂອງຜູ້ເປັນພະຍາດມະເຮັງ.
ກໍລະນີສຶກສາຫລ້າສຸດທີ່ເຜີຍແພ່ໃນວາລະສານ Heliyon ລະບຸວ່າ: ພືດປະເພດຂີງ-ຂ່າ ສາຍພັນທີ່ປູກໃນພາກພື້ນອາຊີຕາເວັນອອກສຽງໃຕ້ ມີຄຸນສົມບັດຕ້ານພະຍາດມະເຮັງໄດ້.
ພືດດັ່ງກ່າວຄືຂີງຫອມ (Kencur) ເປັນພືດທີ່ປູກທົ່ວໄປໃນທະວີບອາຊີ ນິຍົມນໍາເອົາມາໃຊ້ເປັນເຄື່ອງເທດ ຫລື ເອົາມາເຮັດເປັນຊາສະໝຸນໄພ ມີລົດຊາດເຜັດ ແລະ ຂົມ, ບາງຄັ້ງໃຊ້ແທນຢາສະໝຸນໄພ ແກ້ອາການເປັນຫວັດ ຕັນດັງ.
ທີມວິໄຈຈາກມະຫາວິທະຍາໄລໂອຊາກາເມໂທຣໂພລິແທນແຫ່ງຍີ່ປຸ່ນ ພົບວ່າສານສະກັດຈາກຂີງຫອມ ແລະ ສານອອກລິດ ຄືເອທິລ ພີ-ເມທອກຊີຊິນນາເມດ (Ethyl p-methoxycinnamate) ຫລື ສານ EMC ມີລິດກົດຂົ່ມການເຕີບໃຫຍ່ຂອງເຊລມະເຮັງ. ທັງນີ້ເປັນຜົນຈາກການທົດລອງຕໍ່ສັດທົດລອງໃນຫ້ອງແລັບ.
ດັ່ງທີ່ຮູ້ກັນແລ້ວວ່າ: ສານ EMC ສາມາດຫລຸດຂະບວນການລອກລະຫັດຂອງຈຸລັງໄມໂທຄອນເດຣຽວ ເຊິ່ງມີສ່ວນກ່ຽວຂ້ອງຕໍ່ການແພ່ກະຈາຍຂອງເຊລມະເຮັງໃນຮ່າງກາຍ.
ນອກຈາກນີ້, ທີມວິໄຈຍັງຕັ້ງຂໍ້ສັງເກດວ່າ: ຂີງຫອມອາດຊ່ວຍຫລຸດການແພ່ກະຈາຍເຊລຮ້າຍ ໂດຍບໍ່ເຮັດໃຫ້ເກີດຄວາມເປັນພິດຕໍ່ເຊລປົກກະຕິໃນຮ່າງກາຍ ເຊິ່ງເຮັດໃຫ້ຂີງຫອມກາຍເປັນຕົວເລືອກທີ່ໂດດເດັ່ນສໍາລັບການສຶກສາຂັ້ນຕໍ່ໄປ ເພື່ອຄົ້ນຫາຢາປິ່ນປົວພະຍາດມະເຮັງ.
ຜົນການວິໄຈຄັ້ງນີ້ເປັນການຢືນຢັນວ່າ: ຂີງຫອມມີຄຸນສົມບັດຕ້ານມະເຮັງແທ້, ແຕ່ຍັງຕ້ອງມີການສຶກສາອີກຕໍ່ໄປ ລວມທັງຕ້ອງຜ່ານການທົດລອງໃນທາງຄລີນິກ ຫລື ການວິໄຈຜົນຂອງການໃຊ້ນໍາຄົນ.