ສປຊ ສະເໜີ 6 ເປົ້າໝາຍຮີບດ່ວນໃນລະດັບສາກົນ ເພື່ອຟື້ນຟູວາລະດ້ານການພັດທະນາ

ວັນທີ 18-19 ກັນຍາ 2023, ທີ່ ນະຄອນ ນິວຢອກ, ສ. ອາເມລິກາ, ກອງປະຊຸມສຸດຍອດວ່າດ້ວຍ ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ (SDG Summit), ເຊິ່ງຈັດຂຶ້ນໃນໄລຍະກາງສະໄໝຂອງການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ. ຈຸດປະສົງຕົ້ນຕໍຂອງກອງປະຊຸມສຸດຍອດໃນປີນີ້ ແມ່ນເພື່ອທົບທວນຄືນ ບັນດາຜົນສໍາເລັດ, ຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນລະດັບສາກົນ ພ້ອມທັງ ເປັນໂອກາດໃຫ້ບັນດາປະເທດສະມາຊິກ ຢືນຢັນຄືນຄວາມໝາຍໝັ້ນຂອງຕົນ ໃນການເລັ່ງລັດຈັດຕັ້ງປະຕິບັດ ປພຍ ໃນຊຸມປີຕໍ່ໜ້າ.
ທ່ານ ອັນໂຕນິໂອ ກູເຕເຣັດສ໌ (António Guterres), ເລຂາທິການໃຫຍ່ອົງການ ສປຊ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງວົງຄະນະຍາດສາກົນ ຢູ່ໃນກອງປະຊຸມສຸດຍອດ ທີ່ຮັບຮອງເອົາ ປພຍ ໃນປີ 2015 ໃນການແກ້ໄຂຄວາມທຸກຍາກ, ໄພອຶດຫິວ, ຂໍ້ຂັດແຍ່ງ ແລະ ສິ່ງທ້າທາຍຕ່າງໆ. ເຖິງແນວໃດກໍຕາມ, ຕະຫຼອດໄລຍະຜ່ານມາ ໃນທົ່ວໂລກ ສາມາດຈັດຕັ້ງປະຕິບັດໄດ້ພຽງແຕ່ 15 ສ່ວນຮ້ອຍ ຂອງບັນດາເປົ້າໝາຍທັງໝົດ.
ຕໍ່ສະພາບການດັ່ງກ່າວ, ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນສ້າງແຜນງານ ເພື່ອຟື້ນຟູວາລະດ້ານການພັດທະນາດັ່ງກ່າວ ພ້ອມທັງໄດ້ສະເໜີ 6 ເປົ້າໝາຍຮີບດ່ວນໃນລະດັບສາກົນ ຄື: (1) ການລຶບລ້າງໄພອຶດຫິວ ເພື່ອຮັບປະກັນການເຂົ້າເຖິງໂພຊະນາການທີ່ຄົບຖ້ວນສໍາລັບທຸກຄົນ; (2) ການຫັນປ່ຽນໄປສູ່ການນໍາໃຊ້ພະລັງການທົດແທນ ກໍຄື ການຫຼຸດຜ່ອນການປ່ອຍອາຍກາກບອນ; (3) ການຫັນເປັນດິຈິຕອນ ເພື່ອເຊື່ອມໂຍງທາງດ້ານເຕັກໂນໂລຊີທັນສະໄໝ; (4) ການປັບປຸງຄຸນະພາບຂອງລະບົບການສຶກສາ ທີ່ທຸກຄົນສາມາດເຂົ້າເຖິງໄດ້ ໃນທຸກເກນອາຍຸ; (5) ການສົ່ງເສີມໃຫ້ມີວຽກເຮັດງານທໍາທີ່ດີ ແລະ ມີລະບົບປະກັນສັງຄົມ ແລະ (6) ການປົກປັກຮັກສາທໍາມະຊາດ ເພື່ອຢຸດຕິວິກິດການທີ່ຕິດພັນກັບການປ່ຽນແປງດິນຟ້າອາກາດ, ມົນລະພິດ ແລະ ການສູນເສຍຊີວະນາໆພັນ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດ ນໍາໃຊ້ກາລະໂອກາດນີ້ ເພື່ອຮ່ວມກັນຮັກສາຄໍາໝາຍໝັ້ນໃນລະດັບສາກົນດັ່ງກ່າວ ເພື່ອຄວາມຫວັງທີ່ຈະສ້າງການປ່ຽນແປງທີ່ສໍາຄັນ ສໍາລັບທຸກຄົນໃນທົ່ວໂລກ.
ທ່ານ ນາງ ພໍລາ ນາຣ໌ແວຊ໌ (Paula Narváez), ປະທານສະພາເສດຖະກິດ-ສັງຄົມ ສປຊ ໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດ ປພຍ ທ່າມກາງສະພາບວິກິດການຫຼາຍດ້ານທີ່ກໍາລັງເກີດຂຶ້ນໃນປັດຈຸບັນ ແລະ ເຫັນວ່າ ກອງປະຊຸມຄັ້ງນີ້ ຖືເປັນຈຸດຫັນປ່ຽນໃນຄວາມພະຍາຍາມຂອງສາກົນ ເພື່ອບັນລຸ ປພຍ. ສະພາເສດຖະກິດ-ສັງຄົມ ສປຊ ຈະສືບຕໍ່ນໍາເອົາຜົນຂອງກອງປະຊຸມສຸດຍອດ ແລະ ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດອີງຕາມພາລະບົດບາດຂອງຕົນ ໃນການສະໜັບສະໜູນຄວາມພະຍາຍາມ ແລະ ສົ່ງເສີມການປຶກສາຫາລືໃນຂອບຫຼາຍຝ່າຍ ເພື່ອຜັນຂະຫຍາຍແຜນງານຕ່າງໆ ໃຫ້ເປັນຮູບປະທໍາຫລາຍຂຶ້ນ.
ກອງປະຊຸມ ໄດ້ຮັບຮອງເອົາ ຖະແຫຼງການທາງການເມືອງ ແລະ ສືບຕໍ່ດໍາເນີນພາກອະພິປາຍທົ່ວໄປ ໄປຄຽງຄູ່ກັບເວທີປຶກສາຫາລື ໃນລະດັບຜູ້ນໍາເຊິ່ງປະກອບດ້ວຍ 6 ຫົວຂໍ້ ທີ່ຕິດພັນກັບການສືບຕໍ່ສົ່ງເສີມຄວາມພະຍາຍາມຂອງສາກົນ ໃນການຈັດຕັ້ງປະຕິບັດ ປພຍ ໃນຕໍ່ໜ້າ.
ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ