ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ


ວັນທີ 29 ກັນຍາ 2023 ນີ້, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນເອກ ໂຕ ເລິມ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ໄດ້ເດີນທາງມາ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ການນຳຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2023 ແລະ ກຳນົດທິດທາງແຜນການຮ່ວມມືປະຈຳປີ 2024.
ໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ພົນເອກ ໂຕ ເລິມ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ສອງກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ. ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ຝາກຄຳຢື້ຢາມຖາມຂ່າວ ໄປຍັງພັກ ແລະ ລັດຖະບານ ກໍຄື ປະຊາຊົນຫວຽດນາມອ້າຍນ້ອງ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ ສປປ ລາວ ມາໂດຍຕະຫລອດ.
ສະຫາຍ ພົນເອກ ໂຕ ເລິມ ກໍໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບການເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ການນຳຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2023 ແລະ ກຳນົດທິດທາງແຜນການຮ່ວມມືປະຈຳປີ 2024.
ພາບຂ່າວ: ຂປລ