ກົດໝາຍ ວ່າດ້ວຍເຂດເສດຖະກິດພິເສດ ສະບັບສ້າງໃໝ່
November 16, 2023 - 5:11 PM


ວັນທີ 16 ພະຈີກ 2023 ນີ້, ກົດໝາຍ ວ່າດ້ວຍເຂດເສດຖະກິດພິເສດ ສະບັບສ້າງໃໝ່ ໄດ້ຖືກນຳສະເໜີຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ຄົ້ນຄ້ວາ ພິຈາລະນາ ແລະ ຮັບຮອງ ເຊິ່ງເປົ້າໝາຍສຳຄັນ ແມ່ນແນໃສ່ເຮັດໃຫ້ການພັດທະນາ ເຂດເສດຖະກິດພິເສດ ສືບຕໍ່ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ທັງຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄດ້ຮັບຜົນດີຂຶ້ນເປັນກ້າວໆ.
ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ລາຍງານໃຫ້ຮູ້ວ່າ: ພາຍຫລັງ ກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ສະບັບສ້າງໃໝ່ ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ຈະເຮັດໃຫ້ການພັດທະນາ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດມີຄວາມໜັກແໜ້ນ, ຮັດກຸມ, ຈະແຈ້ງ, ຄົບຖ້ວນ ແລະ ສັກ ສິດຂຶ້ນຕື່ມ. ທັງຮັບປະກັນການພັດທະນາທີ່ດິນຢ່າງມີຈຸດສຸມ, ຮັບປະກັນຕາມທິດສີຂຽວ ແລະ ຍືນຍົງ. ພ້ອມທັງ ຈະສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຜູ້ພັດທະນາ ແລະ ຜູ້ລົງທຶນຈາກພາຍໃນ ແລະ ຕ່າງປະເທດຫລາຍຂຶ້ນ, ສາມາດສ້າງວຽກເຮັດງານທຳໄດ້ຢ່າງກວ້າງຂວາງ, ສ້າງຖານລາຍຮັບເພີ່ມຂຶ້ນ ແລະ ສ້າງລາຍຮັບເຂົ້າງົບປະມານຂອງລັດເປັນລະບົບທີ່ຕັ້ງໜ້າ ແລະ ໝັ້ນຄົງ. ທັງຮັບປະກັນການແບ່ງຜົນປະໂຫຍດໃຫ້ທຸກພາກສ່ວນ (ລັດ, ຜູ້ລົງທຶນ ແລະ ສັງຄົມ).
ເຂດເສດຖະກິດພິເສດ ແມ່ນ ເຂດທີ່ມີນະໂຍບາຍ, ກົນໄກຄຸ້ມຄອງບໍລິຫານ ສະເພາະ ເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນ ທີ່ນໍາໃຊ້ ເຕັກໂນໂລຊີລະດັບສູງ, ນະວັດຕະກໍາ ໃນການຜະລິດເປັນສິນຄ້າ, ປະຢັດຊັບພະຍາກອນທໍາມະຊາດ ແລະ ພະລັງງານ ເພື່ອການພັດທະນາແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ. ເຂດເສດຖະກິດພິເສດ ລວມມີ ເຂດອຸດສາຫະກຳ, ເຂດພັດທະນາກະສິກຳ, ເຂດພັດທະນາເຕັກໂນໂລຊີ ແລະ ຂໍ້ມູນ ຂ່າວສານ, ເຂດການບໍລິການ, ເຂດການຄ້າ, ເຂດການທ່ອງທ່ຽວ, ເຂດການເງິນ-ການທະນາຄານ ແລະ ເຂດອື່ນໆ ຕາມການຕົກລົງຂອງລັດຖະບານ,ໄດ້ຮັບການຄຸ້ມຄອງ ໂດຍກະຊວງແຜນການ ແລະ ການລົງທຶນ, ອົງການປົກຄອງ ແຂວງ, ນະຄອນຫວງ ບ່ອນທີ່ເຂດເສດຖະກິດພິເສດນັ້ນຕັ້ງຢູ່.
ຢ່າງໃດກໍຕາມ ລັດ ໄດ້ວາງນະໂຍບາຍພິເສດ ກ່ຽວກັບ ການລົງທຶນ, ການດຳເນີນທຸລະກິດ, ການຜະລິດ, ການບໍລິການ, ການຫລຸດຜ່ອນ ຫລື ຍົກເວັ້ນ ພາສີ, ອາກອນ ຕາມກົດໝາຍ, ການຄຸ້ມຄອງບໍລິຫານ ດ້ວຍກົນໄກປະຕູດຽວ ໃນເຂດເສດຖະກິດພິເສດ ໂດຍສະເພາະເຂດຫ່າງໄກສອກຫລີກ ແລະ ທຸລະກັນດານ ເພື່ອດຶງດູດການລົງທຶນໃສ່ບັນດາຂະແໜງການ ທີ່ເປັນບຸລິມະສິດຂອງລັດ ໃນແຕ່ລະໄລຍະ ແນໃສ່ຍາດແຍ່ງເຕັກໂນໂລຊີ, ບົດຮຽນໃນການຄຸ້ມຄອງທຸລະກິດ, ພັດທະນາຊັບພະຍາກອນມະນຸດ, ການຫລຸດໂຕນກັນ ດ້ານການພັດທະນາ ແລະ ການແກ້ໄຂວຽກເຮັດງານທຳ ຂອງປະຊາຊົນລາວບັນດາເຜົ່າ, ທັງສ້າງແຫລ່ງລາຍຮັບເຂົ້າງົບປະມານແຫ່ງລັດ.