ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4%

ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4% - 402214650 769253438562298 7545696781601436536 n - ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4%
ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4% - kitchen vibe - ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4%

ທ່ານ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2023 ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ ເນື່ອງໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລົງຕິດຕາມ ແລະ ຊຸກຍູ້ວຽກງານຢູ່ແຂວງຫລວງພະບາງ ວັນທີ 17 ພະຈິກ 2023  ວ່າ:

  • ໄລຍະ 9 ເດືອນຜ່ານມາ ເສດຖະກິດຂອງແຂວງຂະຫຍາຍຕົວ ໃນລະດັບ 4%
  • ລວມຍອດມູນຄ່າຜະລິດຕະພັນພາຍໃນ ປະຕິບັດໄດ້ 766 ຕື້ກີບ, ເທົ່າກັບ 80,12% ຂອງແຜນການ, ສະເລ່ຍໃສ່ຫົວຄົນໄດ້ 26,72 ລ້ານກີບ ເທົ່າກັບ 80,12% ຂອງແຜນການ.
  • ຍາດແຍ່ງ​ທຶນເຂົ້າໃນການພັດທະນາໄດ້ 281 ຕື້ກີບ, ເທົ່າກັບ 99% ຂອງແຜນການ;
  • ການຈັດເກັບລາຍຮັບ ຮອດວັນທີ 13 ພະຈິກ 2023 ປະຕິບັດໄດ້ 601,02 ຕື້ກີບ, ເທົ່າກັບ 107,92% ຂອງແຜນການ, ແຜນລາຍຈ່າຍ ປະຕິບັດໄດ້ 579,08 ຕື້ກີບ, ເທົ່າກັບ 75,54% ຂອງແຜນການ;
  • ໄດ້ເອົາໃຈໃສ່ຕິດຕັ້ງລະບົບແທັກລິສ (TaxRIS) ເຂົ້າໃນການເກັບລາຍຮັບເຂົ້າງົບປະມານ ສໍາເລັດແລ້ວ 11 ເມືອງ ແລະ 1 ນະຄອນ, ລວມທັງໝົດມີ 187 ຫົວໜ່ວຍ. ໃນນີ້, ນຳໃຊ້ແລ້ວ 9.969 ຫົວໜ່ວຍ, ກວມ 97,11%;
  • ໄດ້ຕິດຕັ້ງໂປແກຣມບັນຊີ ເອພີໄອເອັສ (APIS) ໃຫ້ຫົວໜ່ວຍທຸລະກິດ ແລະ ອອກອະນຸຍາດນຳໃຊ້ລະບົບເກັບເງິນ ອາກອນມູນຄ່າເພີ່ມຜ່ານໂປແກຣມເອພີແທັກ (APTax) ໄດ້ຕື່ມ 102 ຫົວໜ່ວຍ ລວມທັງໝົດມີ 379 ຫົວໜ່ວຍ;
  • ໄດ້ຫັນເອົາຫົວໜ່ວຍທຸລະກິດເຂົ້າລະບົບອາກອນມູນຄ່າເພີ່ມໄດ້ 065 ຫົວໜ່ວຍ;
  • ໄດ້ຕິດຕັ້ງເຄື່ອງສະແກນຄິວອາໂຄດ ຢູ່ແຫລ່ງທ່ອງທ່ຽວ 3 ແຫ່ງ (ຕາດກວາງຊີ, ຫໍພິພິດຕະພັນ, ພະທາດພູສີ) ແລະ ນໍາໃຊ້ລະບົບບາໂຄດຢູ່ແຫລ່ງທ່ອງທ່ຽວ 3 ແຫ່ງ (ວັດຊຽງທອງ, ວັດຖໍ້າ ແລະ ຖໍ້າຕິ່ງ) ແລະ ໄດ້ນໍາໃຊ້ລະບົບເກັບຄ່າທໍານຽມທາງດ້ວຍລະບົບອາທີເອັມເອັສ (RTMS);
  • ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະ ຫຍາຍດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ; ດໍາລັດ ວ່າດ້ວຍລົດຂອງລັດ;
  • ໄດ້ເອົາໃຈໃສ່ຕິດຕາມ, ຄຸ້ມຄອງ ສະພາບການເຄື່ອນໄຫວຂອງເງິນຕາຕ່າງປະເທດ ເປັນປົກກະຕິ, ສາມາດລະດົມເງິນຝາກໄດ້ທັງໝົດ 011 ຕື້ກີບ (ລື່ນແຜນ 1,2 ເທົ່າຕົວ) ແລະ ສະໜອງສິນເຊື່ອໄດ້ທັງໝົດ 3.754 ຕື້ກີບ (ລື່ນແຜນ 1 ເທົ່າຕົວ),
  • ໄດ້ສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ກວມ 71,68% ຂອງຍອດສິນເຊື່ອທັງໝົດ;
  • ການຜະລິດພືດຜັກສະບຽງອາຫານ ໄດ້ 621 ເຮັກຕາ (ລື່ນແຜນ 11,65 %),
  • ການປູກພືດອຸດສາຫະກຳເປັນສິນຄ້າ ໄດ້ 818,49 ເຮັກຕາ, ເທົ່າກັບ 82,99% ຂອງແຜນການ,
  • ຄາດຄະເນຜົນຜະລິດ ໄດ້ 299,26 ໂຕນ, ເທົ່າກັບ 82,19% ຂອງແຜນການ.
  • ປັດຈຸບັນ ທົ່ວແຂວງມີຟາມລ້ຽງສັດ ທັງໝົດ 204 ຟາມ ໃນນັ້ນ, ຟາມງົວ ແລະ ຄວາຍ 83 ຟາມ, ຟາມໝູພັນຊີ້ນ 45 ຟາມ (ເພີ່ມຂຶ້ນ 3 ຟາມ), ຟາມແບ້ 4 ຟາມ, ຟາມໄກ່ໄຂ່ 27 ຟາມ (ເພີ່ມຂຶ້ນ 5 ຟາມ), ຟາມໄກ່ພັນຊີ້ນ 22 ຟາມ, ຟາມເປັດໄຂ່ 9 ຟາມ, ຟາມເປັດຊີ້ນ 1 ຟາມ, ຟາມຜະລິດລູກເປັດ 4 ຟາມ, ຟາມປາກະຊັງ 7 ຟາມ, ຟາມລ້ຽງກຸ້ງ 2 ຟາມ.
ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4% - 3 - ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4%
ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4% - 5 - ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4%
ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4% - 4 - ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4%
ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4% - Visit Laos Visit SALANA BOUTIQUE HOTEL - ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4%
ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4% - Visit Laos Visit SALANA BOUTIQUE HOTEL - ໄລຍະ 9 ເດືອນຂອງປີ 2023 ຫລວງພະບາງປະຕິບັດໄດ້ລື່ນແຜນຫລາຍດ້ານ ເສດຖະກິດຂະຫຍາຍຕົວ 4%