ປກສ ແຂວງອັດຕະປື ມອບຄຳຮູບປະພັນ 21 ບາດ ຄືນໃຫ້ເຈົ້າຂອງເດີມ
ພັທ ອຸບົນ ເພັດມີໄຊ ຫົວໜ້າພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ແຂວງອັດຕະປື ລາຍງານ ວັນທີ 28 ພະຈິກ 2023 ຜ່ານມານີ້ວ່າ: ວັນທີ 3 ແລະ ວັນທີ 8 ພະຈິກ 2023 ຜ່ານມາ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຊື່ ນາງມີ່ຫັ້ນ ອາຍຸ 27 ປີ ຢູ່ບ້ານເມືອງໃໝ່ ແລະ ນາງ ຊື່ນໃຈ ອາຍຸ 43 ປີ, ຢູ່ບ້ານເວີນແຄນ ວ່າມີຄົນຮ້າຍລັກຊັບສິນຂອງຕົນ.
ຮອດວັນທີ 12 ພະຈິກ ຈຶ່ງໄດ້ເຂົ້າກັກຕົວ ທ້າວ ເອກກະໄຊ ຢູ່ບ້ານເຊໃຫຍ່ ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ວັນທີ 14 ພະຈິກ 2023 ກັກຕົວທ້າວໄຊຍະສັກ ຢູ່ບ້ານຫຼັກ 3 ເມືອງສາມັກຄີໄຊ ແຂວງອັດຕະປື ມາສືບສວນ-ສອບສວນ.
ທ້າວ ເອກກະໄຊ ຍອມຮັບສາລະພາບວ່າ ວັນທີ 8 ພະຈິກ 2023 ເວລາ 9:00 ໂມງ, ຕົນເອງໄດ້ໄປງັດເຮືອນຂອງຜູ້ເສຍຫາຍແທ້, ມີສາຍແຂນຄຳ 1 ເສັ້ນນໍ້າໜັກ 2 ບາດ, ສາຍຄໍຄຳ 2 ເສັ້ນໆ ລະ 2 ບາດ, ສາຍແຂນຄຳເດັກນ້ອຍ 1 ເສັ້ນນຳ້ໜັກ 2 ສະຫຼຶງ, ຕຸ້ມຫູຄຳ 1 ຄູ່ນຳ້ໜັກ 5 ຫຸນ, ປື້ມບັນຊີເງີນຝາກຈຳນວນ 4 ຫົວ ພາຍຫລັງທີ່ລັກໄດ້ມາແລ້ວກໍເອົາສາຍແຂນ 1 ເສັ້ນ ໜັກ 2 ບາດໄປຂາຍຢູ່ຮ້ານຊື້-ຂາຍເງິນຄຳຢູ່ ແຂວງເຊກອງ ເຊິ່ງໄດ້ເງິນ 41.000.000 ກີບ ສຳລັບເງິນທີ່ໄດ້ມາແມ່ນໃຊ້ຈ່າຍກິນຈົນໝົດ, ສ່ວນຄຳທີ່ຍັງເຫຼືອແມ່ນໄດ້ເອົາເຊື່ອງໄວ້ຢູ່ເຮືອນຕົນເອງ.
ສ່ວນທ້າວໄຊຍະສັກ (ເປັນພະນັກງານປະຈຳຢູ່ບໍລິສັດຂົນສົ່ງແຫ່ງໜຶ່ງຂອງແຂວງອັດຕະປື) ສາລະພາບວ່າ ວັນທີ 13 ຕຸລາ 2023 ຕົນເອງໄດ້ມາວຽກຢູ່ບໍລິສັດຂົນສົ່ງດ່ວນເປັນປົກກະຕິ ຕົກມາຮອດເວລາ 11 ໂມງ ໄດ້ມີນາງ ມີ່ຫັ້ນ (ຜູ້ເສຍຫາຍ) ໄດ້ໂທຖາມຕົນເອງວ່າເຄື່ອງມາຮອດແລ້ວບໍ, ຕົນເອງໄດ້ຕອບວ່າຍັງບໍ່ຮອດ, ຕໍ່ມາເວລາ 16:30 ນາທີຂອງວັນດຽວກັນ ລົດສົ່ງເຄື່ອງບໍລິສັດໄດ້ມາຮອດຕົນເອງຈຶ່ງໄດ້ໄຂປະຕູທາງຂ້າງລົດແລ້ວຂຶ້ນໄປຫາກ່ອງສີເຫລືອງທີ່ມີຊື່ ແລະ ເບີໂທຂອງນາງມີ່ຫັ້ນ ເພາະຕົນເອງຮູ້ວ່າພັດສະດຸຂອງນາງມີ່ຫັ້ນ ແມ່ນມີຄຳແນ່ນອນ. ຈາກນັ້ນ, ຈຶ່ງໄດ້ແກະກ່ອງດັ່ງກ່າວ ພົບວ່າມີ ຄຳແທ້ ເມື່ອເຫັນແນວນັ້ນແລ້ວກໍໄດ້ໄຂເອົາແຕ່ຄຳຢູ່ໃນກ່ອງຈຳນວນ 25 ບາດກັບ 2 ສະຫຼຶງ, ແລ້ວນຳເອົາຄຳໄປເຊື່ອງໄວ້ຢູ່ເຮືອນຂອງຕົນເອງ ມາຮອດວັນທີ 16 ຕຸລາ 2023 ໄດ້ເອົາຄຳດັ່ງກ່າວໄປຂາຍຢູ່ຮ້ານແຫ່ງໜຶ່ງຂອງແຂວງອັດຕະປື ແລະ ກໍຖືກເຈົ້າໜ້າທີ່ເຂົ້າກັກຕົວໃນວັນຕໍ່ມາ.
ສ່ວນເປົ້າໝາຍແມ່ນເຈົ້າໜ້າທີ່ສືບຕໍ່ດຳເນີນຄະດີຕາມກົດໝາຍ, ສຳລັບເຄື່ອງຂອງກາງທີ່ຍັງເຫລືອທາງເຈົ້າໜ້າທີ່ ຍັງຈະເລັ່ງເກັບກຳທ້ອນໂຮມແລ້ວນຳມາມອບໃຫ້ຕາມທີຫຼັງ.
ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳເອົາຊັບສົມບັດຂອງກາງຈາກຜູ້ກໍ່ເຫດ ເປັນຄຳຮູບປະພັນຈຳນວນ 21 ບາດ ຄືນໃຫ້ເຈົ້າຂອງເດີມ
#ຂ່າວພາຍໃນລາວພັດທະນາ #ປກສແຂວງອັດຕະປື #ມອບຄຳຮູບປະພັນຄືນໃຫ້ເຈົ້າຂອງ